ໃນວັນທີ 12 ມີນາ 2026 ນີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ, ເລຂາພັກແຂວງວຽງຈັນ, ມີຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ກອງປະຊຸມຄັ້ງນີ້, ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຊຶ່ງມີເນື້ອໃນສຳຄັນປະກອບມີ: ໂຄງການ ການເມືອງສະບັບທີ 3 ຂອງພັກ; ຮ່າງລາຍງານການເມືອງ; ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ພ້ອມນີ້, ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ໄດ້ຂຶ້ນເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ໃນໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກແຂວງວຽງຈັນ ໄດ້ມີຄຳເຫັນຊີ້ນຳບາງດ້ານເປັນຕົ້ນ: ຕ້ອງສຸມໃສ່ຍົກສູງຄວາມສາມາດ ໃນການຫັນເປັນນິຕິກໍາ, ໂດຍຫັນມະຕິ ໃຫ້ອອກເປັນກົດໝາຍຢ່າງທັນການ ແລະ ຮັດກຸມ; ຕ້ອງຮີບຮ້ອນປັບປຸງລະບຽບວິໄນ ແລະ ວິທີການຈັດຕັ້ງປະຕິບັດແບບໃໝ່; ການພັດທະນາໃດໆ ຕ້ອງຖືເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍ ຕ້ອງຄໍານຶງເຖິງຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ຫຼາວັດແທກ; ສ້າງຖັນແຖວພະນັກງານໃຫ້ມີຄວາມສາມາດ ຈັດຕັ້ງປະຕິບັດ ມະຕິ, ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ໄດ້ ນັບມື້ນັບຫຼາຍ, ນັບມື້ນັບເຂັ້ມແຂງ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຫັນເປັນມືອາຊີບ. ຕ້ອງແກ້ໄຂພະນັກງານເລືອກວຽກ, ພະນັກງານ ທີ່ຂັດເອົາແຕ່ວຽກທີ່ຕົນມັກ ຕົນຢາກໄດ້. ພ້ອມນີ້, ສະພາປະຊາຊົນແຂວງ ຕ້ອງເສີມຂະຫຍາຍບົດບາດ ເປັນອົງການນິຕິບັນຍັດ, ອົງການຕິດຕາມກວດກາສູງສຸດທີ່ແຂງແຮງ, ທັງການຫັນເປັນນິຕິກຳໃຫ້ທັນການ, ແກ້ໄຂສິ່ງກີດຂວາງ, ກວດກາສູງສຸດ ເປີດທາງໃຫ້ແກ່ການພັດທະນາ, ບໍ່ສ້າງຂັ້ນຕອນເພີ່ມຕື່ມ ທີ່ບໍ່ຈຳເປັນ. ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ ຕ້ອງຍູ້ແຮງການເສີມຂະຫຍາຍບົດບາດຂອງການຕິດຕາມ, ກວດກາໄປພ້ອມໆກັບການຂົນຂວາຍການເຂົ້າຮ່ວມຈັດຕັ້ງປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດວາງອອກ; ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງຖືວ່າຕົນເປັນແນວໜ້າ ໃນການຈັດຕັ້ງປະຕິບັດຢ່າງແທ້ຈິງ ໃຫ້ການປະຕິບັດມະຕິເກີດດອກອອກຜົນ, ຕ້ອງເຮັດໃຫ້ທ້ອງຖິ່ນຂອງຕົນເຕີບໃຫຍ່, ຂະຫຍາຍຕົວທາງດ້ານເສດຖະກິດທີ່ຍືນຍົງ ແລະ ກ້າວໜ້າ, ຕ້ອງເນັ້ນໃສ່ການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ, ປ້ອງກັນໃຫ້ໄດ້ ບັນດາສິ່ງທ້າທາຍ ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງທ້ອງຖິ່ນ ແລະ ຍົກຄຸນະພາບການບໍລິການດ້ານຕ່າງໆ ໃຫ້ສູງຂຶ້ນໃຫ້ນໍາພາປະຊາຊົນ, ພັດທະນາຊົນນະບົດ, ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມ, ທັງພັດທະນາຢ່າງມີຈຸດສຸມ ທັງຫວງແຫນຊັບພະຍາກອນຂອງທ້ອງຖິ່ນໄວ້ໃຊ້ ຢ່າງກຸ້ມຄ່າ ແລະ ຍາວນານ. ຈັດການກັບແນວຄິດລໍຖ້າ, ເອື່ອຍອີງ, ສົມທຽບ, ຊັ່ງຊາ ຄວນບືນຂຶ້ນດ້ວຍຄວາມສາມາດ ແລະ ເຫື່ອແຮງຂອງທ້ອງຖິ່ນຕົນອັນມີປະຊາຊົນເປັນກໍາລັງແຮງ.
ພ້ອມນີ້, ສະຫາຍເລຂາພັກແຂວງຍັງໄດ້ເນັ້ນໃຫ້ອຳນາດການປົກຄອງທຸກຂັ້ນນຳເນື້ອໃນເອກະສານຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່ດ້ວຍຫຼາຍຮູບການ, ກວ້າງຂວາງ ແລະ ມີປະສິດທິຜົນ. ມອບໃຫ້ຄະນະໂຄສະນາອົບຮົມແຂວງ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງສືບຕໍ່ນຳເອົາເອກະສານກອງປະຊຸມຄັ້ງນີ້ໄປຄັດຈອນ ເພື່ອສືບຕໍ່ໂຄສະນາດ້ວຍຫຼາຍຮູບການ ເຮັດເປັນຫົວຂໍ້ຝຶກອົບຮົມເຂົ້າໃນສະຖາບັນໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອາດເປັນໄລຍະສັ້ນ ຫຼື ຫົວຂໍ້ສະເພາະ ໄປຕາມລະບົບກົນໄກ, ຍົກສູງສະຕິຂອງພະນັກງານຢູ່ແຕ່ລະທ້ອງຖິ່ນໃຫ້ສອດຄອງຕາມແຕ່ລະຫົວຂໍ້.