ການນຳແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ຫົວໜ້າສະຖາບັນການເມືອງ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ສະຫລຸບຕີລາຄາຄືນຜົນສຳເລັດໃນການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາພ້ອມທັງກຳນົດທິດແກ້ດ້ານອ່ອນຂໍ້ຄົງຄ້າງ, ບັນດາສາເຫດຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, ໄດ້ພ້ອມກັນວາງທິດທາງ, ຄາດໝາຍ ແລະ ບັນດາວຽກງານຕົ້ນຕໍທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2030 ກໍຄືໃນໄລຍະ 5 ປີຕໍ່ໜ້າ ເພື່ອນໍາເອົາວຽກງານສື່ມວນຊົນລາວ ຫັນໄປສູ່ທັນສະໄໝ, ຫັນເປັນດີຈີຕອນ ແລະ ຫັນໄປສູ່ຄຸນນະພາບໃໝ່ ໃນທ່າມກາງຍຸກສະໄໝທີ່ຂໍ້ມູນຂ່າວສານມີການປ່ຽນແປງຢ່າງວ່ອງໄວ ແລະ ເຕັກໂນໂລຊີດີຈີຕອນໄດ້ເຂົ້າມາມີບົດບາດຢ່າງຫຼີກລ່ຽງບໍ່ໄດ້.

ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການຜ່ານ ແລະ ປະກອບຄໍາເຫັນ, ແລກປ່ຽນຖອດຖອນບົດຮຽນໃສ່ຮ່າງມະຕິຂອງກົມການເມືອງສູນກາງພັກ ສະບັບປັບປຸງໃໝ່ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເພື່ອປ່ຽນແທນມະຕິ ເລກທີ 36/ກມສພ, ລົງວັນທີ 19 ມິຖຸນາປີ 1993 ເພື່ອເປັນທິດຊີ້ນໍາ ໃນການສືບຕໍ່ພັດທະນາວຽກງານສື່ມວນຊົນລາວໃນໄລຍະໃໝ່. ພ້ອມກັນນັ້ນ, ໃນກອງປະຊຸມ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກພາກສ່ວນສື່ມວນຊົນຕ່າງໆ ທັງສູນກາງ, ທ້ອງຖິ່ນ ແລະ ທັງພາກລັດ-ເອກະຊົນທີ່ມີຫຼາຍຫົວຂໍ້ສໍາຄັນ.

ໃນກອງປະຊຸມທີ່ມີຄວາມໝາຍສຳຄັນນີ້, ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ, ໄດ້ນຳພາຄະນະນຳຂອງແຂວງວຽງຈັນ ປະກອບມີ ທ່ານ ນ. ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳປະເສີດ ມະນີໄຊ ຮອງຫົວໜ້າຫ້ອງວ່າການແຂວງ ແລະ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າໂຄສະນາອົບຮົມແຂວງ, ພ້ອມດ້ວຍຫົວໜ້າຂະແໜງສື່ມວນຊົນ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa