ກົມໂຄສະນາ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ.

ວັນທີ 13 ມີນາ 2026, ກົມໂຄສະນາ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງວຽງຈັນ, ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາສູນກາງພັກ, ມີບັນດາຮອງກົມ,ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງຄະນະໂຄສະນາອົບຮົມ ແຂວງວຽງຈັນເຂົ້າຮ່ວມ.

ໃນກອງປະຊຸມ, ກົມໂຄສະນາ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໄດ້ລາຍງານສະພາບ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໂດຍສະເພາະວຽກງານໂຄສະນາປາຖະກະຖາ, ວຽກງານອົບຮົມ, ການຄົ້ນຄວ້າສັງລວມ, ວຽກງານເສນາທິການ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ພ້ອມດຽວກັນນີ້ທັງສອງຝ່າຍຍັງໄດ້ສົນທະນາແລກປ່ຽນປະສົບການໃນຫຼາຍຂະແໜງ ເຊີ່ງໄດ້ມີຄຳຖາມເຈາະຈີ້ມຄື:

1 ການເຄື່ອນໄຫວວຽກງານວິຊາສະເພາະຜ່ານມາ ມີຄວາມສະດວກ ແລະ ຫຍຸ້ງຍາກຫຍັງແດ່ ? ຄະນະໂຄສະນາອົບຮົມແຂວງ ມີວິທີການແກ້ໄຂ ຄືແນວໃດ?;

2 ການເປັນເສນາທິການໃຫ້ຄະນະປະຈຳພັກແຂວງ ຈັດຕັ້ງໂຄສະນາເຜີຍແຜ່ ມະຕິກອງປະຊຸມໃຫຍ່ ຂອງພັກ ກໍຄື ຂອງອົງຄະນະພັກແຂວງ ຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ດໍາ ເນີນຄືແນວໃດ ? ຄວນຈັດຮູບແບບໃດ, ວິທີການໃດຈຶ່ງຈະໄດ້ຮັບຜົນດີ ?;

3 ການຈັດຕັ້ງປາຖະກະຖາ ວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງຜູ້ນໍາ ຜ່ານມາຈັດຮູບ ແບບໃດແດ່? ມີການປະເມີນຜົນການຈັດປາຖະກະຖາ ຫຼື ບໍ່ ? ພວກເຮົາຄວນເຮັດຮູບການ, ວິທີການໃດ ການປາຖະກະຖາ ວັນສໍາຄັນຕ່າງໆຈັດຮູບແບບໃດ ຈຶ່ງຈະໄດ້ຮັບຜົນດີ ?;

4 ຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ເກັບກຳຂຶ້ນເປົ້າໝາຍ ເປັນນັກໂຄສະນາ ປາຖະກະຖາ ຂັ້ນແຂວງ ຫຼືບໍ, ການສະເໜີໃຫ້ການນໍາ ຂອງແຂວງ, ພະນັກງານບຳນານ, ຜູ້ຊົງຄຸນວຸດທິ ປາຖະກະຖາວັນສໍາຄັນຕ່າງໆ ມີຄວາມສະດວກ ຫຼື ຫຍຸ້ງຍາກແນວໃດ ?;

5 ການພົວພັນປະສານງານກັບຂະແໜງການຕ່າງໆ ຂອງແຂວງ, ເມືອງ ເພື່ອໂຄສະນາຊີ້ແຈງ ອະທິບາຍບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ, ກໍຄືບັນຫາພົ້ນເດັ່ນໃນສັງຄົມເຮັດຮູບແບບໃດ ? ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຄືແນວໃດ? ພວກເຮົາຄວນຈະແກ້ໄຂບັນຫາເຫຼົ່ານັ້ນ ຄື ແນວໃດ? ຕາໜ່າງເພື່ອນຮ່ວມງານ ຂອງຄະນະໂຄສະນາອົບຮົມແຂວງ ມີຂະແໜງການໃດ ແດ່, ມີນະໂຍບາຍແນວໃດ ຕໍ່ກັບເພື່ອນຮ່ວນງານ ?;

6 ກອງໂຄສະນາຜ່ານສື່ ຂອງແຂວງ ຜ່ານມາໄດ້ເຄື່ອນໄຫວ ຄືແນວໃດ ?;

7 ການນໍາໃຊ້ວາລະສານໂຄສະນາຜ່ານມາເປັນຄືແນວໃດ ?; ການແຈກຢາຍປື້ມວາລະສານ ມີຄວາມສະດວກ ແລະ ຫຍຸ້ງຍາກຄືແນວໃດ ? ການເກັບ ເງິນຄ່າວາລະສານ ມີຄວາມສະດວກ ແລະ ຫຍຸ້ງຍາກ ຄືແນວໃດ ?; ເນື້ອໃນ ຂອງວາລະສານຄວນປັບປຸງແນວໃດ ເພື່ອຮັບໃຊ້ວຽກງານໄດ້ດີຂຶ້ນ ?.

ເຊິ່ງໃນກອງປະຊຸມດັ່ງກ່າວ ທັງສອງຝ່າຍຍັງໄດ້ມີຄຳເຫັນເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງຮອບດ້ານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງ ໃນປະຈຸບັນ ແລະ ໃນຕໍ່ໜ້າ, ເພື່ອເປັນບົດຮຽນ ແລະ ເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ແນໃສ່ເພື່ອຮັບປະກັນຄຸນນະພາບ ແລະ ປະສິດທິຜົນຂອງວຽກງານໂຄສະນາໃຫ້ສູງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa