
ໃນວັນທີ 18 ສິງຫາ 2026 ນີ້ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີປາຖະກະຖາເລົ່າຫວນຄືນມູນເຊື້ອ 4 ວັນປະຫວັດສາດ ສໍາຄັນຂອງພັກ, ຂອງຊາດ ໃຫ້ກຽດປາຖະກະຖາ ແລະ ເຜີຍແຜ່ເນື້ອໃນໂດຍ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງຍົກໃຫ້ເຫັນຕົ້ນກຳເນີດ ແລະ ເຕີບໃຫຍ່ຂອງ 4 ວັນປະຫວັດສາດ ຄື:
- ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (8.1950 – 13.8.2026)
- ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (8.1950 – 13.8.2026)
- ວັນຍຶດອຳນາດ ຄົບຮອບ 81 ປີ (8.1945 – 23.8.2026) ແລະ ຄົບຮອບ 51 ປີ (23.8.1975 – 23.8.2026)
- ວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (8.1991 – 15.8.2026)
- ອ່ານເພີ່ມເຕີມໄດ້ທີ https://www.facebook.com/share/p/1BjHzFC8NQ/
