ໃນຕອນເຊົ້າ ຂອງວັນທີ 08 ພຶດສະພາ 2026, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈຳປີ 2026, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນຕົວຈິງມາຈາກ 3 ພາກສ່ວນເຊິ່ງມີ 11 ສະຫາຍ, ຍິງ 08 ສະຫາຍ.
Category Archives: ຮູ້ຈັກ ຄອຮ.ຂ
ໃນຕອນເຊົ້າ ຂອງວັນທີ 6 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886-01 ພຶດສະພາ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ທ່ານ ສອນໄຊ ຫຼວງອາໄພ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ບັນດາສະມາຊິກກໍາມະບານຈາກບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງວຽງຈັນ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ວັນທີ 1 ພຶດສະພາ ເຊິ່ງໄດ້ເກີດຂຶ້ນມາຈາກຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX […]
ໃນວັນທີ 7 ພຶດສະພາ 2026, ຢູທີ່ຫ້ອງປະຊຸມຊັ້ນ4 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພັດ ຈັນຊົມພູ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳລວມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ມີຄະນະພັກ, ຄະນະນຳ ແລະ ຫົວໜ້າຂະແໜງ ຂອງຄະນະໂຄສະນາອົບຮົມແຂວງ. ໃນພິທີ ທ່ານ ພວງພັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດແຂວງ, ຄະນະຮັບຜິດຊອບຊີ້ນຳລວມປະ
ການຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງວຽງຈັນ
ພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ສະບັບເລກທີ 059/ຄປພວຈ, ລົງວັນທີ 01 ມີນາ 2023 >>> ກົດອ່ານ ຫຼື ດາວໂຫຼດ <<<





