ໃນຕອນເຊົ້າ ວັນທີ 29 ກໍລະກົດ 2026 ທີ່ຫ້ອງຮັບຮອງຂອງແຂວງວຽງຈັນ, ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້ຕ້ອນຮັບຢ່າງອົບອຸ່ນແກ່ທ່ານ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການວາລະສານກົງສ້ານ ພັກຄອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ. ເຂົ້າຮ່ວມຕ້ອນຮັບມີທ່ານ ນ.ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງ ໄດ້ພ້ອມກັນຕ້ອນຮັບຢ່າງອົບອຸ່ນ.
Category Archives: ຂ່າວສານພາຍໃນແຂວງ
ເພື່ອຮັບປະກັນໃຫ້ການຈັດງານສະເຫຼີມສະຫຼອງບັນດາວັນປະຫວັດສາດ ແລະ ວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃນໄລຍະເດືອນ7-8-9 / 2026ນີ້ ໂດຍສະເພາະແມ່ນ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ. ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 49 ປີ ແລະ 64 ປີ. ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ. ວັນອະນຸລັກສັດນໍ້າ, ສັດປ່າ ແລະ ວັນອື່ນໆອີກ… ໄດ້ດຳເນີນໄປຢ່າງມີລະບຽບແບບແຜນ, ສົມກຽດ ແລະ ບັນລຸຄາດໝາຍລະດັບສູງ, ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ວາງແຜນການຮ່ວມກັບບັນດາພະແນກການ, ອົງການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ຂຶ້ນໃນຕອນເຊົ້າຂອງວັນທີ 02 ກໍລະກົດ 2026 ເວລາ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ (ຕຶກຫ້ອງວ່າການແຂວງ, ຊັ້ນ 5) ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຄອນ […]
ໃນວັນທີ 6 ພຶດສະພາ 2026 ນີ້, ຄະນະໂຄສະນາອົບຮົມແຂວງວຽງຈັນ ຮ່ວມກັບຄະນະກວດກາພັກ-ລັດ ແຂວງ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ140 ( 1 ພຶດສະພາ 1886 – 1 ພຶດສະພາ 2026) ຂຶ້ນຢູ່ທີ່ຫ້ອງປະຊຸມເບີ1 ຊັ້ນ4 ຂອງສໍານັກງານປົກຄອງແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ຫລວງອາໄພ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ເຂົ້າຮ່ວມມີຄະນະນຳ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດ ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້ທ່ານ ສອນໄຊ ຫລວງອາໄພ ໄດ້ໃຫ້ກຽດເລົ່າຄືນເຖິງປະຫັວດ ແລະ ຕົ້ນກໍາເນີດຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ບາງຕອນວ່າ: ຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX ເມື່ອຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ […]
ໃນວັນທີ 12 ມີນາ 2026 ນີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ, ເລຂາພັກແຂວງວຽງຈັນ, ມີຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ໃນຕອນເຊົ້າ ຂອງວັນທີ 23 ມັງກອນ 2026, ເວລາ 08:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ I ປີ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການແຂວງວຽງຈັນ ມີເຂົ້າຮຽນທັງໝົດ 9 ສະຫາຍ, ຍິງ 6 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບ ການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວ ໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ທັນວາ 2025 ຢູ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມບັນດາເມືອງ, ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ພິທີປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ) ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2025, ໂດຍເລີ່ມຈາກການວາງພວງມາລາຢູ່ທີ່ອານຸສາວະລີນັກຮົບນິລະນາມ ກອງບັນຊາການທະຫານແຂວງ, ວາງກະຕ່າດອກໄມ້ຢູ່ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ, ເຊິ່ງນຳພາໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງໆວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາພັກແຂວງໆວຽງຈັນ, ພ້ອມດ້ວຍບັນດາການນຳຂອງແຂວງ, ນາຍ ແລະ ພົນທະຫານ, […]
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15-16 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນຄະນະປະທານ ຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຕາງໜ້າຄະນະຮັບຜິດຊອບຂັ້ນສູນກາງ, ເລຂາພັກແຂວງອ້ອມຂ້າງ, ພ້ອມດ້ວຍບັນດາຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 263 ສະຫາຍ, ຍິງ 36 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 22,864 ສະຫາຍ.
ໃນວັນທີ 10-11 ກັນຍາ 2025 ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ 2 ເມືອງຄື: ເມືອງເຟືອງ ແລະ ທຸລະຄົມ ນໍາພາໂດຍທ່ານ ຂັນໄຊ ຫຼວງຜ່ານ ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນ. ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 244/ຄອຮ ຂຈ, ລົງ ວັນທີ 05 ກັນຍາ 2025 ແລະ ຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 245/ຄອຮ ຂຈ, ລົງວັນທີ 05 ກັນຍາ 2025 ເຊິ່ງແບ່ງອອກເປັນ 2 ຈຸໃນການແບ່ງຄວາມຮັບຜິດຊອບລົງຊຸກຍູ້ວຽກງານວິຊາສະເພາະຢູ່ບັນດາເມືອງ ແລະ ໄດ້ນຳເອົາເອກະສານທີ່ກ່ຽວຂ້ອງນຳລົງໄປເຜີຍແຜ່ຊຸກຍູ້ຄື:
ຕອນເຊົ້າວັນທີ 20 ສິງຫາ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບແນວລາວສ້າງຊາດແຂວງ ແລະ ຫ້ອງວ່າການແຂວງ ຈັດພິທີປາຖະກະຖາ ວັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງຊາດ ພິທີໃນຄັ້ງນີ້ໄດ້ດໍາເນີນເປັນ 2 ວາລະ ຄື: ວາລະທີ 1: ຮັບຟັງການປາຖະກະຖາ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ; ວັນຢຶດອໍານາດ ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ; ວັນລັດຖະທໍາມະນູນ ຄົບຮອບ 34 ປີ; ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ພູທະນູເພັດ […]









