ແຂວງວຽງຈັນ ຈັດພິທີຮັບຊົມການຖ່າຍທອດສົດ ໃນການເຜີຍແຜ່ ແລະ ເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ.

ວັນທີ 25ກຸມພາ 2026 ນີ້ ແຂວງວຽງຈັນໄດ້ຈັດພິທີຮັບຊົມການຖ່າຍທອດສົດໃນການເຜີຍແຜ່ແລະເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຢູ່ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ.ໃນການຈັດພິທີຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 1160/ຈຂ.ວຈ ລົງວັນທີ 5 ພະຈິກ 2021, ແຈ້ງການເຊີນຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 03/ຫສພ ລົງວັນທີ 13 ກຸມພາ 2026 ແລະ ອີງຕາມທິດຊີ້ນຳຂອງສະຫາຍເລຂາຄະນະບໍລິຫານງານພັກແຂວງວຽງຈັນ ໃນຄັ້ງວັນທີ 18 ກຸມພາ 2026.

ເຊິ່ງນຳພາການຮັບຊົມຄັ້ງນີ້ໂດຍແມ່ນສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ ມີບັນດາກຳມະການປະຈຳພັກແຂວງ,ເລຂາພັກເມືອງ, ອົງການ, ກົມກອງ ຕະຫລອດຮອດພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.ພິທີຖ່າຍທອດສົດດັ່ງກ່າວເຊິ່ງໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.ມີບັນດາກົມການເມືອງສູນກາງພັກ,ກຳມະການສູນກາງພັກ,ລັດຖະມົນຕີ,ຮອງລັດຖະມົນຕີແລະພະນັກງານຫັຼກແຫລ່ງຈາກບັນດາກະຊວງເຂົ້າຮ່ວມ.ໂດຍເລີ່ມຈາກການກ່າວເປີດພິທີຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກແຫ່ງ ສປປ ລາວ ໂດຍຊີ້ໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ ເພີື່ອເຮັດໃຫ້ສູນກາງແລະທ້ອງຖິ່ນໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງ.ຈາກນັ້ນ ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ຂຶ້ນຜ່ານເນື້ອໃນຈິດໃຈຂອງ 03 ເອກະສານຄື:1,ເອກະສານໂຄງການ-ການເມືອງສະບັບທີ 3ຂອງພັກ,2,ຮ່າງລາຍງານການເມືອງຂອງພັກ ແລະ 3, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກ.ສຳລັບເອກະສານທີ 4 ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5 ປີ ( 2026-230) ຂຶ້ນສະເໜີໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ຕອນທ້າຍພິທີບັນດາຜູ້ເຂົ້າຮ່ວມນັບແຕ່ສູນກາງ ແລະ ທ້ອງຖິ່ນຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານພັກແຫ່ງສປປລາວວ່າ: ໃນໄລຍະຜ່ານມາພັກປະຊາຊົນປະຕິວັດລາວມີໄຫວຜິກ ແລະ ຄວາມສະດຸ້ງໄວໃນການແກ້ໄຂບັນຫາຕ່າງຯທີ່ເກີດຂຶ້ນພາຍໃນປະທດ,ແມ່ນພັກກຳອຳນາດທີ່ເຂັ້ມແຂງທີ່ສຸດໃນແຕ່ລະຍຸກແຕ່ລະສະໄໝ,ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ນັບດີຂຶ້ນ. ເຊິ່ງຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງພະນັກງານນຳພາຄຸ້ມນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມຮູ້,ຄວາມສາມາດ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ,ຕ້ອງກ້າຕັດສິນໃຈເຮັດ ແລະ ກ້າຮັບຜິດຊອບຕໍ່ກັບບັນຫາທີອາດເກີດຂຶ້ນໄດ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa