ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ປະກາດການຊັບຊ້ອນພະນັກງານຢູ່ບັນດາຂະແໜງ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ27ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊູມຂອງຄະນະກວດກາລັດແຂວງ ໂດຍໃຫ້ກຽດປະທານຂອງ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ເຂົ້າຮ່ວມມີບັນດາຄະນະ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຕະຫລອດຮອດພະນັກງານພາຍໃນໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ມະນີຈັນ ທຳມະໂຄດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຂື້ນຜ່ານຮ່າງບົດສະຫຼຸບປະຈຳ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ ບາງຕອນວ່າ: ຕະຫລອດໄລຍະ 6 ເດືອນຕົ້ນປີຜ່ານມາ ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ ໃນການເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ ແລະ ນິຕິກຳຕ່າງໆ ໃນຂົງເຂດວຽກງານການເມືອງ-ແນວຄິດ ເປັນຕົ້ນ:ໄດ້ນໍາເອົາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງກໍ່ຄືຂອງແຂວງ ໄປຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ວຽກງານຕົວຈິງ, ສຶກສາອົບຮົມເປົ້າໝາຍຕ່າງໆ ໃຫ້ມີຄວາມເຂົ້າໃຈ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ນິຕິກຳຕ່າງໆ ຂອງຂັ້ນເທິງວາງອອກໃນແຕ່ລະໄລຍະຈົນເຖິງປັດຈຸບັນ, ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໃນການປະສານສົມທົບວຽກງານຕ່າງໆ ກັບແຕ່ລະພາກສ່ວນທັງສາຍຕັ້ງ ແລະ ສາຍຂວາງ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກຳນົດໄວ້.

ນອກຈາກນີ້ ທ່ານ ຂັນໄຊ ຫຼວງຜ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້ແລະເຂົ້າໃຈແຈ້ງກ່ຽວກັບສິດແລະພາລະບົດບາດຂອງຕົນ.
ທ່ານ ນ. ດາວວິໄລ ຄຳປັນຍາ ຫົວໜ້າຂະແໜງບໍລິຫານ ໄດ້ຜ່ານຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ສະບັບເລກທີ 262/ຄອຮ.ວຈ ລົງວັນທີ17 ມິຖຸນາ ວ່າດ້ວຍ ການບັນຈຸຊັບຊ້ອນພະນັກງານເຂົ້າບາງຂະແໜງການທີ່ຂຶ້ນກັບຄະນະໂຄສະນາອົບແຂວງເປັນຕົ້ນ: ຂະແໜງບໍລິຫານ, ຂະແໜງໂຄສະນາ, ຂະແໜງອົບຮົມ,ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ຂະແໜງສື່ມວນຊົນ.

ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານ ນາງ ຈັນທະຄອນ ສີອຳພອນ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຕະຫລອດຮອດພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ຄົ້ນຄວາມເຊື່ອມຊຶມບັນດາແນວທາງຂອງພັກ ເປັນຕົ້ນ ມະຕິ XII ຂອງສູນກາງພັກ , ມະຕິ VII ຂອງອົງຄະນະພັກແຂວງ ເພື່ອຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ; ຄະນະຊີ້ນຳແຕ່ລະຂະແໜງ ແລະ ບັນດາຂະແໜງ ຕ້ອງຄົ້ນຄວ້າປັບປຸງໃຫ້ສອດຄ່ອງ, ເໝາະກັບຄວາມຮູ້ຄວາມສາມາດ. ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ແຕ່ລະຂະແໜງການສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.


