ໃນວັນທີ 24 ສິງຫາ 2026 ນີ້ຢູ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີXIIຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີI ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ,ມີບັນດາສະຫາຍຄະນະປະຈຳພັກແຂວງ,ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ. ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ໄດ້ກ່າວເປີດພິທິຝຶກເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີXIIຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວຽງຈັນໃຫ້ແກ່ພະນັກງານຫລັກແແຫຼ່ງຂັ້ນແຂວງຊຸດທີI ວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນມະຕິຄັ້ງທີ XII ຂອງພັກ, ມະຕິຄັ້ງທີ VII ຂອງ ອົງຄະນະພັກແຂວງ ນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແທດເໝາະ ມີຜົນສໍາເລັດໃນພຶດຕິກຳຕົວຈິງ ຂອງແຕ່ລະຂະແໜງການ, ເພື່ອນໍາພາ ໃນການຫັນແນວທາງ, ນະໂຍບາຍຈາກຂັ້ນເທິງລົງສູ່ການຈັດຕັ້ງຕົວຈິງ, ດັ່ງນັ້ນໃນການຮຽນຮູ້ 19 ຫົວຂໍ້ທີ່ສໍາຄັນ ນັ້ນບໍ່ພຽງແຕ່ການຮັບຟັງທິດສະດີ, […]
Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ
ໃນຕອນເຊົ້າຂອງວັນທີ 18 ສິງຫາ 2026 ທີ່ຜ່ານມານີ້, ທ່ານ ນາງ ຈັນທະຄອນ ສີອໍາພອນ ກໍາມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເຂົ້າຮ່ວມພິທີປະກາດຮັບຮອງເອົາເມືອງທຸລະຄົມເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເຊິ່ງເປັນເມືອງທໍາອິດຂອງແຂວງວຽງຈັນ ໃນພິທີ ມີທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານປົກຄອງເມືອງ ຈາກນັ້ນ ທ່ານ ບຸນເລີດ ສີຫາປັນຍາ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ການສ້າງເມືອງທຸລະຄົມ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ເມືອງທຸລະຄົມເປັນເມືອງໜຶ່ງທີ່ຕັ້ງຢູ່ທິດໃຕ້ຂອງແຂວງວຽງຈັນ ປະກອບມີ 42 ບ້ານ ແລະ 4 ຕາແສງ, ມີພົນລະເມືອງທັງໝົດ 61,979 ຄົນ, ຍິງ 30,951 ຄົນ, ມີ […]
ໃນວັນທີ 18 ສິງຫາ 2026 ນີ້ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີປາຖະກະຖາເລົ່າຫວນຄືນມູນເຊື້ອ 4 ວັນປະຫວັດສາດ ສໍາຄັນຂອງພັກ, ຂອງຊາດ ໃຫ້ກຽດປາຖະກະຖາ ແລະ ເຜີຍແຜ່ເນື້ອໃນໂດຍ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງຍົກໃຫ້ເຫັນຕົ້ນກຳເນີດ ແລະ ເຕີບໃຫຍ່ຂອງ 4 ວັນປະຫວັດສາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (8.1950 – 13.8.2026) ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (8.1950 – 13.8.2026) ວັນຍຶດອຳນາດ ຄົບຮອບ 81 ປີ (8.1945 – 23.8.2026) ແລະ ຄົບຮອບ […]
ວັນທີ 23 ສິງຫາ 1975 ແມ່ນມື້ທີ່ມີຄວາມໝາຍປະຫວັດສາດຢ່າງຍິ່ງໃຫຍ່ຂອງຊາດລາວເຮົາ. ມັນເປັນວັນທີ່ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ພ້ອມກັນລຸກປະຮື້ຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດດ້ວຍ “3 ບາດຄ້ອນຍຸດທະສາດ” ໂດຍບໍ່ໄດ້ເສຍເລືອດເນື້ອ, ລົບລ້າງລະບອບສັກດີນາ ແລະ ອາລັກຂາຂອງຕ່າງຊາດ, ສ້າງກຽດປະຫວັດສາດນໍາພາປະເທດຊາດໄປສູ່ຍຸກສະໄໝໃໝ່-ຍຸກສະໄໝແຫ່ງເອກະລາດ, ອິດສະຫຼະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.ການລຸກປະຮື້ຂຶ້ນຢຶດອໍານາດ 23 ສິງຫາ ບໍ່ພຽງແຕ່ແມ່ນໄຊຊະນະທາງດ້ານການເມືອງ ແລະ ການທະຫານເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນຂອງຄວາມສາມັກຄີປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາ ເພື່ອປົດປ່ອຍປະເທດຊາດ. ມູນເຊື້ອອັນລ້ໍາຄ່ານີ້ໄດ້ກາຍເປັນໄຟເຍືອງທາງ ໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດມາຮອດປະຈຸບັນ.
ໃນຕອນເຊົ້າ ວັນທີ 29 ກໍລະກົດ 2026 ທີ່ຫ້ອງຮັບຮອງຂອງແຂວງວຽງຈັນ, ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້ຕ້ອນຮັບຢ່າງອົບອຸ່ນແກ່ທ່ານ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການວາລະສານກົງສ້ານ ພັກຄອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ. ເຂົ້າຮ່ວມຕ້ອນຮັບມີທ່ານ ນ.ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງ ໄດ້ພ້ອມກັນຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ປະກາດການຊັບຊ້ອນພະນັກງານຢູ່ບັນດາຂະແໜງ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ27ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊູມຂອງຄະນະກວດກາລັດແຂວງ ໂດຍໃຫ້ກຽດປະທານຂອງ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ເຂົ້າຮ່ວມມີບັນດາຄະນະ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຕະຫລອດຮອດພະນັກງານພາຍໃນໂຄສະນາອົບຮົມແຂວງເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ຫົວໜ້າສະຖາບັນການເມືອງ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.
ເພື່ອຮັບປະກັນໃຫ້ການຈັດງານສະເຫຼີມສະຫຼອງບັນດາວັນປະຫວັດສາດ ແລະ ວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃນໄລຍະເດືອນ7-8-9 / 2026ນີ້ ໂດຍສະເພາະແມ່ນ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ. ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 49 ປີ ແລະ 64 ປີ. ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ. ວັນອະນຸລັກສັດນໍ້າ, ສັດປ່າ ແລະ ວັນອື່ນໆອີກ… ໄດ້ດຳເນີນໄປຢ່າງມີລະບຽບແບບແຜນ, ສົມກຽດ ແລະ ບັນລຸຄາດໝາຍລະດັບສູງ, ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ວາງແຜນການຮ່ວມກັບບັນດາພະແນກການ, ອົງການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ຂຶ້ນໃນຕອນເຊົ້າຂອງວັນທີ 02 ກໍລະກົດ 2026 ເວລາ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ (ຕຶກຫ້ອງວ່າການແຂວງ, ຊັ້ນ 5) ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຄອນ […]
ໃນວັນທີ 30 ມິຖຸນາ 2026, ເວລາ 08:00 ໂມງ ທີ່ຜ່ານມາຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 8 ທ່ານ, ຍິງ 4 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II/(4-5-6)/2026 ແລະ ທິດທາງແຜນການ ປະຈຳໄຕມາດ III/(7-8-9)/2026 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ). ໂດຍການກ່າວເປີ ແລະ ເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມຂໍ້ມູນຂ່າວສານ. ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບສັງລວມການເຄື່ອນໄຫວຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊ໌) ປະຈໍາໄຕມາດ II/(4-5-6)/2026 ແລະ ທິດທາງໄຕມາດ III/(7-8-9)/2026 ຂອງວຽກງານໂຄສະນາອົບຮົມ ທົ່ວປະເທດ ຫຼັງຈາກນັ້ນຕາງໜ້າຄະນະຮັບຜິດຊອບເວັບໄຊ໌ ແຕ່ລະແຂວງ ກໍ່ໄດ້ຂື້ນລາຍງານຫຍໍ້ຕໍ່ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊ໌) ປະຈໍາໄຕມາດII ເຊິ່ງມີຂໍ້ດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ […]
ຕອນບ່າຍວັນທີ 29 ພຶດສະພາ 2026 ນີ້, ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງາານໂຄສະນາ ແລະ ຂ່າວສານ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປະເສີດ ມະນີໄຊ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂອງສອງພາກສ່ວນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ທ່ານ ຄຳປະເສີດ ມະນີໄຊ ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແນໃສ່ຍົກລະດັບວຽກງານສື່ມວນຊົນ ໃຫ້ເຮັດລ້ອນໜ້າທີ່ໃນການເປັນກະບອກສຽງໃຫ້ ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະ ຫ້ອງວ່າການແຂວງ, ເພື່ອປຶກສາຫາລືຊອກຫາວິທີປັບປຸງແກ້ໄຂວຽກງານດັ່ງກ່າວ ໃຫ້ມີການພັດທະນາດີຂຶ້ນ, ຮັບປະກັນທາງດ້ານເນື້ອໃນ, ຮູບການ ຖືກຕ້ອງ, ຊັດເຈນ, ວ່ອງໄວທັນກັບເຫດການ. ໂອກາດນີ້, ທ່ານ ສຳພັນ ມະນີຈັນ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານຂອງສື່ມວນຊົນແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ແຜນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ […]









