ຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຄະນະໂຄສະນາອົບຮົມ ຢູ່ແຂວງວຽງຈັນ ປະຈຳປີ 2025.
ຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ທັນວາ 2025 ຢູ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມບັນດາເມືອງ, ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ. [...]