ແຂວງວຽງຈັນ ເປັນເຈົ້າພາບ ຈັດກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນ ໂຄງການການເມືອງ ຂອງພັກ ແລະ ເຊື່ອມຊຶມເອກະສານສຳຄັນຂອງພັກປະຊາຊົນປະຕິວັດລາວ (ບັນດາ 6 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ)

ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນ ໂຄງການການເມືອງ ຂອງພັກ (ບັນດາແຂວງພາກກາງ) ໄດ້ໄຂຂຶ້ນ ໃນເວລາ 8:00 ໂມງ, ຂອງວັນທີ 25 ເມສາ 2024 ຢູ່ທີ່ສະໂມສອນເມືອງວັງວຽງ, ແຂວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ຄະນະຜູ້ແທນ ຈາກ 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ພ້ອມດ້ວຍການນຳຂອງແຂວງວຽງຈັນ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ ທັງໝົດ 86 ສະຫາຍ, ຍິງ 12 ສະຫາຍ.

ກອງປະຊຸມທີ່ມີຄວາມໝາຍ ຄວາມສໍາຄັນນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຢ່າງເລິກເຊິ່ງ, ກົງໄປກົງມາ ແນໃສ່ເຮັດໃຫ້ການປັບປຸງເນື້ອໃນ ໂຄງການການເມືອງ ຂອງພັກ ມີຄວາມອຸດົມສົມບູນ ແລະ ສ້າງຄວາມເປັນເອກະພາບກັນ ເພື່ອມອບໃຫ້ຄະນະຮັບຜິດຊອບຂັ້ນສູນກາງ ນຳເອົາຄຳຄິດ ຄຳເຫັນ ຂອງແຕ່ລະພາກສ່ວນ ສັງລວມເປັນບົດລາຍງານ ສະພາທິດສະດີສູນກາງພັກ ມີທິດຊີ້ນຳໃນຂັ້ນຕອນຕໍ່ໄປ. ພ້ອມນີ້ ກອງປະຊຸມຍັງໄດ້ເຊື່ອມເອກະສານສໍາຄັນຂອງສູນກາງພັກ ເຊັ່ນ: ມະຕິ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ເຜີຍແຜ່ຜົນສຳເລັດການຖອດຖອນບົດຮຽນ ຮ່ວມກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ. ກອງປະຊຸມໄດ້ປິດລົງຢ່າງເປັນທາງການ, ໃນເວລາ 16:30 ໂມງ ຂອງວັນດຽວກັນ ດ້ວຍຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa