ຄະນະຮັບຜິດຊອບເວບໄຊສ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານເວັບໄຊສ ຄະນະໂຄສະນາອົບຮົມທົ່ວປະເທດ (ຜ່ານລະບົບທາງໄກ) ປະຈໍາໄຕມາດ I / 2024

ໃນຕອນເຊົ້າ ວັນທີ 25 ມີນາ 2024, ເວລາ 8:00 ໂມງ, ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ ຢູ່ຫ້ອງປະຈຳການຂອງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນຳພາເຂົ້າຮ່ວມ ໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ (ເປັນຜູ້ຊີ້ນໍາ) ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ 4 ທ່ານ, ຍິງ 2 ທ່ານ, ມີບັນດາຄະນະຮັບຜິດຊອບເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານເວບໄຊສ ປະຕຳໄຕມາດ I / 2024 ແລະ ວາງທິດທາງແຜນການ ໃນໄຕມາດ II / 2024. ປະຕິບັດຕາມວາລະດຳເນີນ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຕາງໜ້າໃຫ້ຄະນະຮັບຜິດຊອບເວບໄຊສ ຄະນະໂຄສະນາອົບຮົມແຂວງວຽງຈັນ ກໍໄດ້ລາຍງານ ແລະ ມີຄຳເຫັນແລກປ່ຽນຕໍ່ກອງປະຊຸມ ໂດຍສັງເຂບ ດັ່ງນີ້:

# ດ້ານຜົນງານ: ໄດ້ສໍາຮອງຂໍ້ມູນຂ່າວສານ-ຮູບພາບ ສົ່ງໃຫ້ຄະນະແອັດມິນ ຂັ້ນສູນກາງ ເພື່ອນໍາໃຊ້ລະຫວ່າງການອັບເດດເວັບໄຊ ເວີຊັ່ນໃໝ່, ສະຫຼຸບລາຍງານວຽກຂໍ້ມູນຂ່າວສານ ປະຈຳເດືອນ 1 – 3 / 2024 ຢ່າງເປັນປົກກະຕິ, ຂຽນຂ່າວລົງເວັບໄຊ ແລະ ເຟດບຸກ ຈໍານວນ 12 ຂ່າວ, ອັບເດດນິຕິກຳ ຂອງຄະນະໂຄສະນາອົບຮົມແຂວງ ລົງໜ້າເວັບໄຊ 3 ສະບັບ, ພ້ອມທັງ ຄັດຈ້ອນເອົາເນື້ອໃນວາລະສານ ອອກລາຍການວິທະຍຸກະຈາຍສຽງແຂວງວຽງຈັນ FM 100 MHz ໃນທຸກຕອນເຊົ້າວັນພະຫັດ ເວລາ 8:00 ໂມງ ຈໍານວນ 12 ບົດ. ນອກນັ້ນ ຍັງໄດ້ເຂົ້າຮ່ວມກອງປະຊຸມຄະນະຮັບຜິດຊອບຄຸ້ມຄອງອິນເຕີເນັດຂັ້ນແຂວງ, ໃນວັນທີ 7 ມີນາ 2024 ຕິດພັນກັບການມີສ່ວນຮ່ວມເປັນຄະນະຮັບຜິດຊອບຄຸ້ມຄອງອິນເຕີເນັດຂັ້ນແຂວງ ຕາມຂໍ້ຕົກລົງແຕ່ງຕັ້ງຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 749/ຈຂ ວຈ, ລົງວັນທີ 16 ມິຖຸນາ 2023.

# ດ້ານຄົງຄ້າງ: ເນື້ອໃນຂ່າວສານມີຈຳນວນໜ້ອຍ ແລະ ບໍ່ທັນກວ້າງຂວາງ, ຂອດປະສານງານຂັ້ນແຂວງ-ເມືອງ ບໍ່ທັນມີປະສິທິພາບ ແລະ ປະສິທິຜົນຜົນ ເນື່ອງຈາກພະນັກງານຮັບຜິດຊອບຢູ່ບາງບ່ອນ ຍັງບໍ່ທັນຊຳນິຊຳນານ ດ້ານເຕັກນິກໄອທີ, ອຸປະກອນຮັບໃຊ້ກອງປະຊຸມທາງໄກບໍ່ຄົບຊຸດ, ການຮັບສົ່ງສັນຍານ ບໍ່ຊັດເຈນ.

# ທິດທາງວຽກງານໃນຕໍ່ໜ້າ: ສືບຕໍ່ຕິດຕາມເກັບກຳຂ່າວສານ, ຮູບພາບ ການເຄື່ອນໄຫວວຽກງານໃນຂົງເຂດການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມແຂວງ-ເມືອງ, ແລະ 3 ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເພື່ອເຜີຍແຜ່ລົງເວບໄຊສ ໃຫ້ເປັນປົກກະຕິ ພ້ອມທັງພັດທະນາໃຫ້ມີຫຼາຍຮູບແບບ, ຫຼາຍສີສັນ ເພື່ອສ້າງຄວາມນິຍົມໃຫ້ກັບຜູ້ເຂົ້າຊົມໃຊ້ ດີຂຶ້ນເທື່ອລະກ້າວ. ສືບຕໍ່ປະສານສົມທົບກັບ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ) ເພື່ອຈັດຝຶກອົບຮົມຄວາມຮູ້ດ້ານໄອທີ ໃຫ້ກັບພະນັກງານຂົງເຂດວຽກງານໂຄສະນາອົບຮົມແຂວງ-ເມືອງ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຊຶ່ງໄດ້ເນັ້ນໜັກບາງບັນຫາທີ່ສຳຄັນ ດັ່ງນີ້:

ຄະນະໂຄສະນາອົບຮົມທຸກຂັ້ນ ຕ້ອງເປັນເຈົ້າການຊີ້ນໍາ, ຕິດຕາມກວດກາໜ້າເວັບໄຊສ ຂອງຕົນ ແລະ ຖອດຖອນບົດຮຽນຈາກແຂວງອື່ນໆ ເພື່ອປັບປຸງໃຫ້ມີຄຸນນະພາບສູງຂຶ້ນ. ພ້ອມທັງຍົກສູງຄວາມສຳຄັນວຽກງານດັ່ງກ່າວ, ເອົາໃຈໃສ່ຮຽນຮູ້ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມຊຳນານ, ສາມາດດຶງດູດຜູ້ອ່ານ ເພື່ອເຮັດໃຫ້ວຽກງານໂຄສະນາຂອງພວກເຮົາ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ປັບປຸງກົນໄກປະສານງານ ລະຫວ່າງ ຜູ້ຮັບຜິດຊອບເວັບໄຊສ ຂັ້ນສູນກາງ-ແຂວງ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະນະໂຄສະນາອົບຮົມແຕ່ລະແຂວງ ຮຽນຮູ້ຕໍ່ກັບວຽກງານເວບໄຊສ, ເອົາໃຈໃສ່ຊຸກຍູ້ຄະນະຮັບຜິດ ຊອບແຂວງຂອງຕົນ, ໃຫ້ມີຄວາມອຸດົມສົມບູນດ້ານເນື້ອໃນ, ຄຽງຄູ່ກັບການໂຄສະນາຜ່ານສື່ເອເລັກໂຕຼນິກໃຫ້ມີຫຼາຍຮູບ, ຫຼາຍສີ, ໃຫ້ກາຍເປັນຄັງຄວາມຮູ້ ທີ່ສາມາດສະໜອງໃຫ້ຜູ້ເຂົ້າຊົມ ແລະ ເພື່ອຫັນວຽກງານໂຄສະນາອົບຮົມ ກ້າວໜ້າໄປສູ່ຄຸນນະພາບໃໝ່ທີ່ທັນສະໄໝ.

ກອງປະຊຸມໄດ້ປິດລົງ, ເວລາ 11:30 ໂມງ ຂອງວັນດຽວກັນ ດ້ວຍຜົນສຳເລັດ ຕາມລະດັບຄາດ ໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa