ການນຳແຂວງວຽງຈັນ ຕ້ອນຮັບການມາຢ້ຽມຢາມ ຂອງຄະນະຜູ້ແທນພັກກອມມູນິດ ຊາວກອມມູນິດ ຣັດເຊຍ

ວັນທີ 27 ເມສາ 2024 ຄະນະຜູ້ແທນພັກກອມມູນິດ ຊາວກອມມູນິດຣັດເຊຍ ນຳໂດຍ ສະຫາຍ ມາລິນໂກວິດເຊີເກ ອາເລັກແຊນໂດຣວິດ (Malinkovich sergey Aleksandrovich) ປະທານພັກກອມມູນິດ ຊາວກອມມູນິດຣັດເຊຍ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ແລະ ສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ, ຢູ່ທີ່ໂຮງແຮມ ເອັສວັງວຽງບູຕິກ ເມືອງວັງວຽງ ແຂວງວຽງຈັນ.

ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນມາຍັງຄະນະຜູ້ແທນພັກກອມມູນິດ ຊາວກອມມູນິດຣັດເຊຍ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງ ຄວາມສະໜິດແໜ້ນຂອງສາຍພົວພັນ ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ທີ່ມີມາເປັນເວລາດົນນານແລ້ວ ແລະ ຄັ້ງນີ້ ກໍເປັນໂອກາດດີທີ່ໄດ້ຕ້ອນຮັບ ຄະນະຜູ້ແທນພັກກອມມູນິດ ຊາວກອມມູນິດຣັດເຊຍ ທີ່ມາຢ້ຽມຢາມແຂວງວຽງຈັນ ແລະ ຣັດເຊຍ ກໍເປັນປະເທດຫນຶ່ງທີ່ໃຫ້ການຊ່ວຍເຫລືອ ສປປ ລາວໃນຫລາຍດ້ານ, ເວົ້າລວມ ເວົ້າສະເພາະ ກໍຄືແຂວງວຽງຈັນ , ພິເສດ ຣັດເຊຍ ໄດ້ສົ່ງຜູ້ຊຽ່ວຊານດ້ານເກັບກູ້ລະເບີດຈຳນວນ 22 ສະຫາຍ ມາຊ່ວຍເກັບກູ້ລະເບີດບໍ່ທັນແຕກທີ່ເປັນສິ່ງເສດເຫຼືອຈາກສົງຄາມໃນເມື່ອກ່ອນ ຢູ່ເມືອງກາສີແຂວງວຽງຈັນ, ສາມາດເກັບກູ້ລະເບີດແລ້ວ 1.000 ກວ່າລູກ ໃນເນື້ອທີ່ 23 ຮຕ.

ສະຫາຍ ມາລິນໂກວິດ ເຊີເກ ອາເລັກແຊນໂດຣວິດ (Malinkovich sergey Aleksandrovich) ໄດ້ສະແດງຄວາມຂອບໃຈ ມາຍັງ ສະຫາຍເລຂາພັກແຂວງ ພ້ອມດ້ວຍຄະນະນຳຂອງແຂວງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວເຖິງຈຸດປະສົງ ຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ກໍຄືແຂວງວຽງຈັນ ຄັ້ງນີ້, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ຣັດເຊຍ – ສປປ ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ດັ່ງກ່າວ ໃຫ້ດີຂຶ້ນກວ່າເກົ່າ.

ຫຼັງຈາກສຳເລັດພິທີພົບປະແລ້ວ ທັງ 2 ຝ່າຍ ໄດ້ມີການແລກປ່ຽນ ຂອງທີ່ລະນຶກກັນ ແລະ ໄປທ່ຽວຊົມແຫຼ່ງທ່ອງທ່ຽວ ພາຍໃນເມືອງວັງວຽງ.

———————————————-

(ເຄຼດິດ: ນັກຂ່າວ ຖວທ ແຂວງວຽງຈັນ).

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa