ໃນວັນທີ 9 ສິງຫາ 2023, ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດພິທີປາຖະກະຖາ 3 ວັນ ສຳຄັນປະຫວັດສາດ ຂອງຊາດ ຂຶ້ນທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍລະກົດ 2023), ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ (18 ສິງຫາ 1977 – 18 ສິງຫາ 2023) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962 – 5 ກັນຍາ 2023)
Category Archives: ຂ່າວສານພາຍໃນແຂວງ
ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ໃນຕອນເຊົ້າຂອງວັນທີ 21 ມີນາ 2023 ເວລາ 8: 30 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດຕັ້ງພິທີຢາຖະກະຖາ ເລົ້າມູນເຊື້ອວັນສຳຄັນຂອງຊາດຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 – 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ.
ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງວຽງຈັນ ປີ 2016-2022 ແລະ ທິດທາງແຜນການຮອດ ປີ2025 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 16-17 ມີນາ 2023 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າແຂວງ, ໂດຍການເປັນປະ ທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ແລະ ການເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຮອງເລຂາພັກແຂວງ, ຄະນະປະຈຳ, ກຳມະການພັກແຂວງ, ເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການອ້ອມຂ້າງແຂວງ, ຫົວໜ້າຄະນະໂຄສະນາເມືອງ ເຂົ້າຮ່ວມທັງໝົດ 71 ສະຫາຍ, ຍິງ 14 ສະຫາຍ.