ແຂວງວຽງຈັນ ຈັດພິທິປາຖະກະຖາ 3 ວັນປະຫວັດສາດຂອງຊາດ ຂຶ້ນໃນວັນທີ 9 ສິງຫາ 2023

ໃນວັນທີ 9 ສິງຫາ 2023, ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດພິທີປາຖະກະຖາ 3 ວັນ ສຳຄັນປະຫວັດສາດ ຂອງຊາດ ຂຶ້ນທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍລະກົດ 2023), ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ (18 ສິງຫາ 1977 – 18 ສິງຫາ 2023) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962 – 5 ກັນຍາ 2023) ໃນພິທີທີ່ມີຄວາມໝາຍໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ມີຮອງເລຂາພັກ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 191 ທ່ານ, ຍິງ 57 ທ່ານ.

ພິທີດັ່ງກ່າວ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ກ່າວຫວນຄືນມູນເຊື້ອປະຫວັດສາດ, ລະນຶກເຖິງຄວາມງາມຄວາມດີ, ຜົນການເຄື່ອນໄຫວຂອງ ປະທານ ສຸພານຸວົງ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຫວນຄືນມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ. ພ້ອມດຽວກັັນນັ້ນ ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຄົນຮຸ້ນໝຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບທັດສະນະຫຼັກໝັ້ນ, ຄວາມຮູ້ ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ຂອງປະທານ ສຸພານຸວົງ, ເສີມຂະຫຍາຍການພົວພັນຮ່ວມມືພິເສດ, ມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ ໄວ້ໃຫ້ໝັ້ນຄົງທະໜົງແກ່ນ. ພິເສດແມ່ນ ໃຫ້ຄົນຮຸ້ນໝຸ່ມໄດ້ເຫັນຄວາມສະຫຼາດສ່ອງໃສ, ຄວາມປີຊາສາມາດຂອງພັກປະຊາຊົນປະຕິວັດລາວ ໃນການນຳພາຕໍ່ສູ້ປົດປ່ອຍຊາດ ກໍຄືນຳພາດຳເນີນພາລະກິດປະຕິວັດ, ແນວທາງການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໃນແຕ່ລະໄລຍະ ໃຫ້ເກິດຜົນເປັນຈິງ.
ໃນຕອນທ້າຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ກໍໄດ້ເນັ້ນໜັກເຖິງຄວາມເປັນເຈົ້າການ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ໂຄສະນາເຜີຍແຜ່ອຸດົມການຂອງພັກ, ຜົນງານການເຄື່ອນໄຫວພາລະກິດປະຕິວັດ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງເປັນບົດຮຽນອັນລໍ້າຄ່າ ທີ່ພວກເຮົາຈະຕ້ອງພ້ອມກັນສືບຕໍ່ຮ່ຳຮຽນເອົາ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພ້ອມດຽວກັນນັ້ນ ກໍເປັນຂໍ້ມູນອັນໜຶ່ງທີ່ສຳຄັນໃຫ້ກັບຄະນະພັກແຕ່ລະຂັ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ ພິທີດັ່ງກ່າວ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ເວລາ 11:30 ໂມງ ຂອງວັນດຽວກັນ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa