ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 – 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

 

ໃນຕອນເຊົ້າຂອງວັນທີ 21 ມີນາ 2023 ເວລາ 8: 30 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດຕັ້ງພິທີຢາຖະກະຖາ ເລົ້າມູນເຊື້ອວັນສຳຄັນຂອງຊາດຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 – 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ.

​ພິ​ທີ​ດັ່ງ​ກ່າວ​ໄດ້​ໃຫ້ກຽດເປັນ​ປະ​ທານ ແລະ ​ຂຶ້ນ​ປາ​ຖະ​ກະ​ຖາຂອງ​ ສະຫາຍ ຄໍາພັນ ສິດ​ທິ​ດຳ​ພາ ກຳ​ມະ​ການ​ສູນ​ກາງ​ພັກ ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງໆ​ວຽງ​ຈັນ​. ເປົ້າ​ໝາຍ​ເຂົ້າ​ຮ່ວມ​ຮັບ​ຟັງ​ປະ​ຖະ​ກະ​ຖາ​ໃນ​ຄັ້ງ​ນີ້​ມີ ຫົວ​ໜ້າ​, ຮອງ​ຫົວ​ໜ້າ​, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳຫຼວດ, ພະ​ນັກ​ງານຫຼັກແຫຼ່ງຂອງ​ບັນ​ດາພະ​ແນກ​ການ​, ອົງ​ການ, ​ກົມ​ກອງ​ອ້ອມ​ຂ້າງ​ແຂວງ​ ເຂົ້າ​ຮ່ວມ ທັງ​ໝົດ 179ທ່ານ, ຍິງ 67 ທ່ານ.

ສະຫາຍ ຄໍາພັນ ສິດທິດໍາພາ ທ່ານຍັງໄດ້ເວົ້າວ່າ 21 ມີນາ 1964 ແມ່ນວັນສໍາຄັນທາງປະຫວັດສາດຂອງຊາດລາວເຮົາທີ່ຄົນລາວບໍ່ສາມາດລືມໄດ້, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືໄດ້ສ້າງໂສກນາດຕະກໍາອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນລາວ ບໍ່ເວັ້ນຄົນເຖົ້່າຄົນແກ່, ເດັກນ້ອຍ-ຜູ້ຍິງຖືພາຄາທ້ອງ ໂດຍບໍ່ເກງກວາບາບກໍາ ເພື່ອລະນຶກເຖິງຄວາມເຈັບປວດຄຽດແຄ້ນຂອງປະຊາຊົນລາວ ແລະ ບັນດາສະຫາຍນັກຮົບທີ່ໄດ້ເສຍເລືອດເນື້ອເຮືອແຮງເພື່ອປະເທດຊາດ ເພື່ອການປົດປ່ອຍຊາດ ພັກ-ລັດ ຈິ່ງກໍານົດເອົາວັນທີ 21 ມີນາ 1946 ເປັນວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດປີນີ້ພໍດີ ຄົບຮອບ 77 ປີ ສະຫາຍ ຍັງໄດ້ເລົ່າຕື່ມອີກວ່າ ມາຮອປີ 1964-1973 ພວກຈັກກະພັດອາເມລິກາໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນ ບັນຊາໂດຍ ໂກໂລແນ໋ນ ໝອກ ເຂົ້າມາເອົາຢຶດລ້ອງເມືອງເຟືອງ  ຈາກນັ້ນ ພວກມັນກໍໄດ້ທໍາການປາບປາມກໍາລັງປະຕິວັດ, ເຂັນຂ້າຮາວີປະຊາຊົນ, ພວກມັນໄດ້ໃຊ້ກໍາລັງກອງພັນປະຕິການ ໂດຍ ພັນເອກ ຫຼອຍ ອັນຕວນ ປາບປາມ, ຂົມເຫັງ, ບັງຄັບປະຊາຊົນຢ່າງສາລະພັດເຊັ່ນ: ຈັບ, ມັດ, ກັກຂັງ, ທຸບຕີທໍລະມານ,ດັດສ້າງ ແລະ ອື່ນໆ ນອກຈາກພວກເຂົາຈະຈັບເອົາໄປປາດຄໍ ຫຼືບໍ່ກໍເອົາເຊືອກມັດບັງຄັບ, ເຕະ, ດຶງລາກໄປແຂວນຄໍໄວ້ຢູ່ງ່າກົກແຕ້ທີ່ເມືອງເຟືອງ ໃນເມື່ອກ່ອນຂອບເຂດນີ້ແມ່ນເປັນປ່າດົງວົງກົດ, ຕຶບໜາ, ຜູ້ໃດທີ່ເຂົ້າມາສະຖານທີ່ແຫ່ງນີ້ ຈະຮູ້ສຶກເຢືອກເຢັນ ແລະ ເປັນໜ້າຢ້ານກົວວາດໃດ, ວາດໜື່ງ ເພາະໜ້ອຍທີ່ສຸດທີ່ຈະມີຄົນເຂົ້າມາຂອບເຂດບໍລິເວນນີ້, ປະຈຸບັນ ໄດ້ກາຍເປັນເດີ່ນວັດຂອງປະຊາຊົນ ຜູ້ທີ່ມີຈິດໃຈ ເຫລື້ອມໃສ ສັດທາ ທາງພຸດທະສາສະໜາ ໄດ້ພ້ອມກັນຕັ້ງວັດໃສ່ ເພື່ອເປັນບ່ອນສັກກະລະບູຊາ ຂອງປະຊາຊົນຊາວ ບ້ານນາທົ່ວໄປແລ້ວ ມາຮອດວັນທີ 21 ມີນາ 2022 ການນຳແຂວງ, ການນຳເມືອງພ້ອມດ້ວຍອໍານາດການປົກຄອງບ້ານ ຊາວເມືອງເຟືອງ ໄດ້ພ້ອມກັນສ້າງເປັນ ຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ ແຂວງວຽງຈັນ. ປັດຈຸບັນເປີດຫໍໃຊ້ຢ່າງເປັນທາງການ ແຕ່ຄວາມຄຽດແຄ້ນຂອງປະຊາຊົນຊາວເມືອງເຟືອງ ຍັງບໍ່ມີວັນລືມຈົນເຖິງເທົ່າທຸກວັນນີ້.
ພາຍໃຕ້ການນໍາພາອັນສະຫຼາດສອງໃສ່ຂອງພັກປະຊາຊົນປະຕິວັດລາວບວກກັບນໍ້າໃຈຮັຊາດ ຮັກບ້ານເກີດເມືອງນອນ, ຄວາມຄຽດແຄນສັດຕູ ແລະ ການຕໍ່ສູ້ຢ່າງທໍລະຫົດອົດທົນຂອງກໍາລັງປະຕິວັດ ຈິ່ງເຮັດໃຫ້ພວກຈັກກະພັດ ແລະ ລູກແຫຼ່ງຕີນມືປະລາໄຊຢ່າງແສນເຈັບແສບເຮັດໃຫ້ພວກເຮົາໂຄ່ນລົ້ມລະບອບເກົ່າທີ່ເໜົ້າເໝັ້ນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜາເຜີຍ ໃນວັນທີ 2 ທັນວາ 1975 ນັບແຕ່ນັ້ນມາປະຊາຊົນບັນດາເຜົ່າ ແມ່ນໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຢ່າງແທ້ຈິງ.

ຕອນທ້າຍ ສະຫາຍ ຍັງໄດ້ເວົ້າເໜັ້ນຕື່ມວ່າ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດກໍ່ຄື ແຂວງໃຫ້ຮຸ່ງເຮືອງຈະເລີນຕາມແນວທາງຂອງພັກ ໄດ້ກໍານົດໄວ້ນັ້ນຄື: ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດມີຄວາມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມສາມັກຄີປອງດອງມີປະຊາທິປະໄຕຍຸດຕິທໍາ ແລະ ສີວິໄລນັ້ນ.

  1. ກ່ອນອື່ນໝົດພວກເຮົາຈະຕ້ອງຍົກສູງຫຼັກໝັ້ນນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີນໍ້າໃຈເສຍສະຫຼະ ເພື່ອຊາດບ້ານເມືອງໃຫ້ສູງຂຶ້ນ ດ້ວຍການປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປະຕິບັດຕາມສິດພັນທະຂອງພົນລະເມືອງລາວຢ່າງຖືກຕ້ອງ, ຄົບຖ້ວນ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານຕ່າງໆ ຢ່າງຕັ້ງໜ້າ, ມີສະຕິລະວັງຕົວຕໍ່ກັບອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ຫວັງດີ ເປັນຕົ້ນແມ່ນ ການໂຄສະນາທັບຖົມ, ບິດເບືອນ, ໃສ່ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກ-ລັດ, ການລົງໂຄສະນາທາງເຟສບຸກ, ອອນລາຍທີ່ບໍ່ມີຄວາມຈິງ, ການສ້າງກະແສ, ສ້າງຄວາມປັ່ນປ່ວນ ເຮັດໃຫ້ສັງຄົມສັບສົນ, ວຸ້ນວາຍ ບໍ່ມີຄວາມສະຫງົບ, ເຂົ້າໃຈໃນແງ່ຜິດ ແລະ ເປັນການມ້າງເພລະບອບໃໝ່ຂອງພວກເຮົາ.
  2. ເອົາໃຈໃສ່ໂຄສະນາສຶກສາອົບຮົມ, ເຮັດວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້, ເຫັນໄດ້ຕົ້ນກໍາເນີດ ປະຫວັດສາດຄວາມເປັນມາຂອງຊາດ, ຂອງພັກ, ບັນພະບູລຸດ, ນັກປະຕິວັດ ແລະ ປະຊາຊົນບັນດາເຜົ່າ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດທີ່ຜ່ານມາ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ສ້າງໃຫ້ເຂົາເຈົ້າມີແນວຄິດຕື່ນຕົວທາງດ້ານການເມືອງ, ມີຄວາມສາມັກຄີເປັນປຶກແຜ່ນອ້ອມຂ້າງພັກ-ລັດ, ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການກ້ວາງຂວາງ, ຟົດຟື້ນ, ພ້ອມທັງມີມະນາຈິດບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງໃຫ້ມີແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
  3. ຄະນະພັກ, ພະນັກງານ, ສະມາຊິກພັກ ແລະ ທຸກພາກສ່ວນໃນສັງຄົມ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ວິຊາສະເພາະຂອງຕົນ, ເປັນເຈົ້າການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງຕັ້ງໜ້າ, ສິ່ງສໍາຄັນຕ້ອງເປັນຄົນມີຈັນຍາບັນ, ຈັນຍາທໍາ, ມີຄວາມເປັນຫ່ວງເປັນໄຍຕໍ່ປະເທດຊາດບ້ານເມືອງ ໝາຍຄວາມວ່າ ເຮັດຫຍັງກໍເຮັດໃຫ້ດີ, ເຮັດໃຫ້ມີຜົນສໍາເລັດ, ມີປະສິດທິຜົນສູງ ສາມາດສ້າງມູນຄ່າ ແລະ ຜົນປະໂຫຍດແກ່ຊາດບ້ານເມືອງ, ຕ້ອງເອົາໃຈໃສ່ບຸກບືນພັດທະນາຕົນເອງຢ່າງຮອບດ້ານ, ເສີມຂະຫຍາຍລັກສະນະນໍາໜ້າທີ່ດີ, ມີລະບຽບວິໄນ, ມີແບບແຜນດໍາລົງຊີວິດທີ່ປອດໃສ, ດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ.
  4. ຄະນະພັກ, ສະມາຊິກພັກ, ພະນັກງານ ຕ້ອງໄດ້ກະຕຸກຊຸກຍູ້, ສົ່ງເສີມປະຊາຊົນບັນດາເຜົ່າສຸມໃສ່ການພັດທະນາທາງດ້ານເສດຖະກິດ, ການຜະລິດເປັນສິນຄ້າໃຫ້ຫຼາຍ ແນ່ໃສ່ການແກ້ໄຂຄວາມທຸກຍາກໃຫ້ໝົດໄປ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ເຊັ່ນ: ການປູກຝັງ, ລ້ຽງສັດ, ຫັດຖະກໍາ, ການບໍລິການ, ຄ້າຂາຍ ແລະ ອື່ນໆ ອັນຕົ້ນຕໍແມ່ນເລັ່ງໃສ່ການປຸງແຕ່ງຜະລິດທາງດ້ານກະສິກໍາ ຕິດພັນກັບການຫັນເປັນອຸດສາຫະກໍາທີ່ທັນສະໄໝເທື່ອລະກ້າວ ແລະ ເອົາການບໍລິການທາງດ້ານທ່ອງທ່ຽວໃຫ້ກາຍເປັນທ່າແຮງ, ພ້ອມນີ້ ກໍຕ້ອງພັດທະນາສີມືແຮງງານໃຫ້ມີຄຸນນະພາບຫຼາຍຂຶ້ນ.
  5. ເພີ່ມທະວີຕໍ່ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນຮອບດ້ານ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ສຸມໃສ່ ການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. ພ້ອມນີ້ ຄະນະພັກ, ຄະນະຫ້ອງການ, ຂະແໜງ ການທີ່ກ່ຽວຂ້ອງຕ້ອງຖືເປັນສໍາຄັນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດທີ່ພັກ-ລັດຖະບານ ໄດ້ກໍານົດເປັນວາລະແຫ່ງຊາດໃຫ້ມີປະສິດທິຜົນດີ.
  6. ຄະນະພັກ, ອົງການປົກຄອງທຸກຂັ້ນ ຕ້ອງເອົາໃຈໃສ່ເສີມຂະຫຍາຍຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ສ້າງທຸກເງື່ອນໄຂໃຫ້ແຕ່ລະຊົນເຜົ່າເຂົ້າຮ່ວມປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນນັບມື້ນັບດີຂຶ້ນ ດ້ວຍການຫັນລົງຮາກຖານ, ລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າຢ່າງເປັນປະຈໍາ, ເນື່ອງນິດ, ລຽນຕິດ ດ້ວຍເນື້ອໃນທີ່ອຸດົມສົມບູນ, ຖືກທິດ ແລະ ແທດເໝາະກັບສະພາບຕົວຈິງ.
  7. ສຶກສາອົບຮົມໃຫ້ທຸກຊົນເຜົ່າ ເຫັນໄດ້ແນວຄິດທີ່ຜິດເຂວ, ການແຍກຕົວອອກຈາກອຸດົມການແນວທາງນະໂຍບາຍຂອງພັກ-ລັດ, ບໍ່ຫ່ວງໄຍຕໍ່ຊາດບ້ານເມືອງ, ບໍ່ສົນໃຈຕໍ່ການປັບປຸງພັດທະ ນາຕົນເອງ, ຄອບຄົວໃຫ້ມີຈິດໃຈຢາກສ້າງ ຢາກສາ ແລະ ພັດທະນາຕົນເອງໄປໃນທາງທີ່ຖືກຕ້ອງສອດຄ່ອງ, ພ້ອມນີ້ ກໍຍົກໃຫ້ເຫັນສະພາບການພັດທະນາໃນປັດຈຸບັນ ພາຍໃຕ້ການນໍາພາຂອງພັກ, ຄວາມສະຫວ່າງສະໄຫວຂອງລະບອບໃໝ່ຂອງພວກເຮົາ ຊຶ່ງຍາມໃດກໍຢາກນໍາພາປວງຊົນລາວທັງຊາດໄປສູ່ຄວາມຈະເລີນກ້າວໜ້າ. ສະນັ້ນ ຕ້ອງສຶກສາໃຫ້ເຂົາເຈົ້າມີຄວາມຮັກຫອມ ຕອມຕຸ້ມ,  ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຕ້ານແນວຄິດເຊື່ອຖືງົມງວາຍ, ມັກງ່າຍ, ເອື່ອຍອີງ, ອາດຍາສິດ ແລະອື່ນໆ ທີ່ບໍ່ດີ. ສົ່ງເສີມຮີດຄອງປະເພນີ, ວັດທະນະທໍາອັນກ້າວໜ້າ, ເພີ່ມທະວີຄວາມອົດທົນໃນການອອກແຮງງານ, ທໍາມາຫາກິນຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີຈິດໃຈເສຍສະຫຼະ, ສາມັກຄີກັນສ້າງບ້ານແປງເມືອງ ໃຫ້ເປັນບ້ານພັດທະນານັບມື້ນັບດີຂຶ້ນ.
  8. ໃຫ້ຄະນະພັກ, ອົງການປົກຄອງ, ບັນດາຂະແໜງການ ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວແຂວງວຽງຈັນ ຈົ່ງໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ຄົນລາວເປັນຕົ້ນ ມູນເຊື້ອຮັກຊາດ ຮັກບ້ານເກີດເມືອງນອນ, ມູນເຊື້ອຄວາມສາມັກຄີປອງດອງເປັນເອກະພາບ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອປະດິດສ້າງທາງດ້ານສິລະປະວັດທະນະທໍາ, ມູນເຊື້ອຍິ້ມແຍມແຈ່ມໃສ ໂອບເອື້ອເພື່ອແຜ່, ສັດຊື່, ກະຕັນຍູຮູ້ບຸນຄຸນ ແລະ ມູນເຊື້ອຕໍ່ສູ້ອົງອາດກ້າຫານໃຫ້ຢູ່ຄູ່ເມືອງເຟືອງ ດິນແດນຜາທໍ່ໜໍ່ຄໍາ ຕະຫຼອດໄປ.

ພິທີດັ່ງກ່າວໄດປິດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 11:30 ຂອງມື້ດຽວກັນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa