ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ.

ໃນຕອນເຊົ້າວັນທີ 14 ທັນວາ 2023, ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,​ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ, ບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນ.

ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຊຶ່ງສະແດງໃຫ້ເຫັນວ່າເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂະຫຍາຍຕົວ 4,7%, ເທົ່າກັບ 97,91% ຂອງແຜນການ, ຄິດເປັນມູນຄ່າໃນລາຄາປັດຈຸບັນໄດ້ 9.704 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 19,93 ລ້ານກີບ ຫຼື 1.308 ໂດລາ, ເທົ່າກັບ 97,46% ຂອງແຜນການ (ແຜນ 1.342 ໂດລາ). ການເກັບ​ລາຍ​ຮັບ​ໄດ້ 266,75 ຕື້​ກີບ, ເທົ່າ​ກັບ 90,54% ຂອງ​ແຜນ​ການ ແລະ ຄາດ​ຄະ​ເນ​ໝົດ​ປີຈະ​​ໄດ້ 346,81 ຕື້​ກີບ, ເທົ່າ​ກັບ 117,71% ຂອງ​ແຜນ​ການ, ​ທຽບ​ໃສ່ປີຜ່ານມາ ເພີ່ມ​ຂຶ້ນ 10,47%. ການຄຸ້​ມຄອງ​ລາຍ​ຈ່າຍ​ໄດ້ 665,52 ຕື້ກີບ, ເທົ່າ​ກັບ 90,75% ຂອງ​ແຜນການ. ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ສາມາດລຶບລ້າງບ້ານທຸກຍາກໄດ້ຢ່າງສິ້ນເຊີງ ແລະ ຄອບຄົວບໍ່ພົ້ນທຸກ ຍັງເຫຼືອ 4,72 %.

ວຽກງານໃນ 1 ປີ ຕໍ່ໜ້າ ເລັ່ງສຸມໃສ່ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ ໃຫ້​ໄດ້ປະມານ 252,77 ຕື້ກີບ ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ​ຕາມ​ແຜນ​ທີ່​ກຳ​ນົດ​ໄວ້ ປະມານ 521,51 ຕື້ກີບ, ຄຸ້ມຄອງໂຄງການຂຸກຄົ້ນແຮ່ທາດທັງແບບປົກະຕິ, ແບບທົດລອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ (Digital) ເຂົ້າໃນທຸກຂົງເຂດວຽກງານຂອງແຂວງ-ເມືອງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຫັນເປັນທັນສະໄໝຫຼາຍຂຶ້ນ, ສູ້ຊົນລຶບລ້າງຄວາມທຸກຍາກ ໃຫ້ໄດ້ 1.810 ຄອບຄົວ, ກວມເອົາ 2,92 % ແລະ ອື່ນໆ ເພື່ອເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ ​5,4%, ຄິດ​ເປັນ​ມູນ​ຄ່າໃນປິ 11.189 ຕື້ກີບ, ສະ​ເລ່ຍຕໍ່​ຫົວ​ຄົນ ໃຫ້​ໄດ້ 1.191 ໂດລາ ຫຼື 22,87 ລ້ານກີບ, ເພີ່ມທະວີການນຳພາ-ຊີ້ນຳ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ,​ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ຕາມດຳລັດ 348 / ລບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ, ຊຸກຍູ້ການຈັດຕັ້ງປະຕິບັດແຜນການລຶບລ້າງຄວາມທຸກຍາກຂອງແຂວງ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ຄື: ລຶບລ້າງຄອບຄົວທຸກຍາກໃຫ້ໄດ້ 1.810 ຄອບຄົວ, ກວມເອົາ 2,92%, ປີ 2025 ໃຫ້ໄດ້ 1.190 ຄອບຄົວ ກວມເອົາ 1,51% ແລະ ຍັງເຫຼືອ 720 ຄອບຄົວ ເທົ່າກັບ 0,91% ແລະ ປະກາດຮັບຮອງເອົາຈຸດສຸມພັດທະນາກຸ່ມບ້ານຜາສັງ ເມືອງເຟືອງ ເປັນຕົວເມືອງໃນຊົນນະບົດ ໃນວັນທີ 5 ມັງກອນ 2024 ໃຫ້ສຳເລັດ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງໄດ້ເນັ້ນໜັກໃຫ້ບັນດາການນຳຂອງແຂວງ ເພີ່ມທະວີການນຳພາ-ຊີ້ນຳ ໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະ ວຽກງານການສຶກສາການເມືອງ-ແນວ ຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ກຳແໜ້ນແນວທາງການປ່ຽນແປງຂອງພັກ, ຮັບຮູ້ສະພາບການຂອງໂລກຢ່າງແທ້ຈິງ, ມີຄວາມເຊື່ອໝັ້ນຕໍ່ບົດບາດການນຳພາຂອງພັກ-ລັດ, ການແກ້ບັນຫາຄວາມຫຍຸ້ງຍາກ, ວິກິດການຕ່າງໆ ຢູ່ພາຍໃນປະເທດ, ບ້ານ-ເມືອງ ໂດຍສະເພາະ ການແກ້ໄຂບັນຫາດ້ານວິກິດການເງິນ ທີ່ປະເທດເຮົາກຳລັງປະເຊີນຢູ່ໃນປະຈຸບັນ; ເອົາໃຈໃສ່ເສີມຂະຫຍາຍ, ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີຂອງແຂວງ ເພື່ອນຳມາສ້າງສາພັດທະນາແຂວງ ໃຫ້ຈະເລີນກ້າວໜ້າ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ທີ່ເປັນສິ່ງກີດຂວາງການພັດທະນາ ໃຫ້ໝົດໄປເທື່ອລະກ້າວ. ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກແຂວງວຽງຈັນ ເອົາໃຈໃສ່ໃນການກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີຄວາມຮອບຄອບ, ສອດຄ່ອງກັບສະພາບຕົວຈິງ ແລະ ຖືກຕ້ອງຕາມລະບຽບຂອງການດຳເນີນກອງປະຊຸມໃຫຍ່ຂອງພັກ ຕິດພັນກັບການຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ, ເປັນປັດໄຈຮັບປະກັນໃຫ້ແກ່ຂົງເຂດວຽກງານອື່ນໆ ແລະ ຍົກສູງໃຫ້ເປັນໜ້າທີ່ຂອງທົ່ວປວງຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ກໍແມ່ນຊາວແຂວງວຽງຈັນ.

ໃນໂອກາດທີ່ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ຄັ້ງນີ້ ບັນດາທ່ານ ກໍໄດ້ລົງຢ້ຽມຢາມ ຟາມລ້ຽງສັດຄຳພູວອນ ຢູ່ເມືອງໂພນໂຮງ ຊຶ່ງເປັນຟາມລ້ຽງສັດຂອງຄົນລາວ, ມີເນື້ອທີ່ປະມານ 20 ກວ່າເຮັກຕາ, ມີໝູ 6.000 ກວ່າໂຕ, ໄກ່ 3.000 ກວ່າໂຕ, ຢ້ຽມຢາມໂຄງການກໍ່ສ້າງສະຖານີເຄື່ອນຖ່າຍສິນຄ້າ ແລວທາງລົດໄຟ ລາວ-ຈີນ ຈຸດຜ່ານແຂວງວຽງຈັນ ແລະ ເຂື່ອນໄຟຟ້ານຳ້ມັງ 3 ຢູ່ເມືອງທຸລະຄົມ, ຈາກນັ້ນ ຄະນະນຳຂັ້ນສູງການ ຈຶ່ງເດີນທາງກັບຄືນດ້ວຍຄວາມສະຫວັດດີພາບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa