ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງວຽງຈັນ ປີ 2016-2022 ແລະ ທິດທາງແຜນການຮອດປີ 2025

ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງວຽງຈັນ ປີ 2016-2022 ແລະ ທິດທາງແຜນການຮອດ ປີ2025 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 16-17 ມີນາ 2023 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າແຂວງ, ໂດຍການເປັນປະ ທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ແລະ ການເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຮອງເລຂາພັກແຂວງ, ຄະນະປະຈຳ, ກຳມະການພັກແຂວງ, ເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການອ້ອມ​ຂ້າງແຂວງ, ຫົວໜ້າຄະນະໂຄສະນາເມືອງ ເຂົ້າຮ່ວມທັງໝົດ 71 ສະຫາຍ, ຍິງ 14 ສະຫາຍ.

 ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ໄດ້ກ່າວເປີດກອງປະຊຸມວ່າ: ພັກເຮົາຍາມໃດກໍ່ຍຶດໝັ້ນທິດນໍາພື້ນຖານຂອງພັກ “ ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ ເປັນວຽກທີ່ຕ້ອງເຮັດກ່ອນ ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເປັນປັດໃຈພື້ນຖານ ຮັບປະກັນທຸກໄຊຊະນະຂອງການປະຕິວັດ ແລະ ພັກຍັງໃຫ້ບາງທັດສະນະຕໍ່ວຽກງານແນວຄິດວ່າ ວຽກງານການເມືອງ-ແນວຄິດ ແມ່ນວຽກກົກ ໃນການກໍ່ສ້າງ ປັບປຸງພັກ ເປັນປັດໄຈສໍາຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ ຮັບປະກັນຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ; ວຽກງານການເມືອງ-ແນວຄິດ ເປັນວຽກຕົ້ນຕໍ ແມ່ນໜ້າທີ່ ແລະ ຄວາມຮັບ ຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ແລະ ແມ່ນວຽກທີ່ຢູ່ໃນທ່າບຸກ. ສະນັ້ນ, ການເຮັດວຽກງານການເມືອງ-ແນວຄິດ ຕ້ອງໄດ້ນຳໃຊ້ຫຼາຍຮູບການ, ຫຼາຍກຳລັງ ແລະ ມີເນື້ອໃນທີ່ຖືກຕ້ອງສອດຄ່ອງກັບແຕ່ລະເປົ້າໝາຍ ກອງປະ ຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງຄັ້ງນີ້; ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຫຼາຍ ໃນການຂັບເຄື່ອນວຽກງານຂອງຄະນະພັກແຕ່ລະຂັ້ນກອງປະຊຸມໄດ້ພ້ອມກັນເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ໄດ້ພ້ອມກັນຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດຮອບ ດ້ານໃນທົ່ວແຂວງ ປີ 2016-2022 ເພື່ອໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຈະແກ້ໄຂໃນຕໍ່ໜ້າ ພ້ອມກັນນັ້ນ ກໍ່ໄດ້ພ້ອມກັນວາງທິດທາງລວມ, ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດ 2022-2025 ແນໃສ່ສ້າງກະແສແນວຄິດໃນທົ່ວແຂວງ ໃຫ້ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ບັນດາສະຫາຍຕາງໜ້າຈາກພາກສ່ວນ ກໍຄືເມືອງ ໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນ ເພື່ອຢັ້ງຢືນໃຫ້ເຫັນເຖິງຜົນງານການຊີ້ນຳ-ນຳພາຕໍ່ວຽກງານການເມືອງ-ແນວຄິດໃນຂົງເຂດຕົນຮັບຜິດຊອບ

ກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້; ໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນໍາຈາກສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະຫາຍກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ກອງປະຊຸມຄໍາໂອ້ລົມດັ່ງກ່າວ ລ້ວນແຕ່ເປັນບົດຮຽນ ເປັນຄະຕິເຕືອນໃຈ ແລະ ເປັນທິດຊີ້ນໍາ ໃຫ້ແກ່ການເຄື່ອນໄຫວຊີ້ນໍາໆພາ ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະ ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ກັບທິດທາງໜ້າທີ່ວຽກງານການເມືອງ-ແນວຄິດ ກໍຄືວຽກງານຈຸດສຸມໃນຊຸມປີຕໍ່ໜ້າ, ທ່ານໄດ້ມີຄຳເຫັນເພີ່ມຕື່ມ ດັ່ງນີ້:
1. ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ ໃຫ້ແທດເຖິງ, ເລິກເຊິ່ງ ແລະ ແຂງແຮງກວ່າເກົ່າ ໂດຍສະເພາະ ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍ ທິດທາງໜ້າທີ່ຕົ້ນຕໍ ແລະ ມາດຕະການລວມຂອງວຽກງານການເມືອງ-ແນວຄິດ ໃນສະພາບການໃໝ່ ແລະ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຂອງແຕ່ລະອົງຄະນະພັກ ໃຫ້ກວ້າງຂວາງ, ທົ່ວເຖິງ ທຸກເປົ້າໝາຍ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນ, ພ້ອມທັງປຸກລະດົມນຳພາຈັດຕັ້ງປະຕິບັດ ໃຫ້ເປັນຂະບວນຟົດຟື້ນ ແລະ ເກີດຜົນເປັນຈິງ ໃນທົ່ວສັງຄົມ. ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ໄດ້ກ່າວໄວ້ວ່າ:  ມີແນວທາງທີ່ຖືກຕ້ອງ ແລະ ສອດຄ່ອງ, ແຕ່ຖ້າຫາກບໍ່ໄດ້ຮັບການເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກໍຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຈິງ. ການເຮັດໃຫ້ທຸກຄົນເຊື່ອມຊຶມ ແລະ ເຂົ້າໃຈແນວທາງ ແລະ ບາດກ້າວເດີນກໍບໍ່ແມ່ນເລື່ອງງ່າຍ, ມັນຮຽກຮ້ອງໃຫ້ມີຄວາມຕັ້ງໜ້າ, ພະຍາຍາມ ໃນການໂຄສະນາ, ສຶກສາອົບຮົມ, ອະທິບາຍ, ຄົ້ນຄວ້າຮ່ຳຮຽນຢ່າງເປັນປະຈໍາ ”.
2. ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ທາງດ້ານເນື້ອໃນ ແລະ ຮູບການ ຂອງການເຄື່ອນໄຫວວຽກງານການເມືອງ-ແນວຄິດ ເພື່ອໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໝ້າທີ່ການເມືອງໃນໄລຍະໃໝ່:
– ວຽກງານໂຄສະນາ ຕ້ອງມີເນື້ອໃນອຸດົມສົມບູນ ມີຊີວິດຊີວາ ສ່ອງແສງເຖິງຜົນສຳເລັດ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືລະບອບໃໝ່ຂອງພວກເຮົາ, ຕອບຕ້ານຢ່າງແຂງແຮງ, ເລິກເຊິ່ງ ແລະ ທັນການ ຕໍ່ການໂຄສະນາບິດເບືອນ ແນວທາງນະໂຍບາຍຂອງພັກ, ການໃສ່ຮ້າຍປ້າຍສີການນຳພາຂອງພັກ-ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ຂອງພວກເຮົາ, ມີການໂຄສະນາເຜີຍແຜ່ມູນເຊື້ອຂອງພັກ, ຂອງຊາດ, ຂອງທ້ອງຖິ່ນ-ກົມກອງ, ໂຄສະນາເຜີຍແຜ່ບົດຮຽນ ວຽກດີ-ຄົນເດັ່ນ ກໍຄືຕົວແບບຕ່າງໆ ດ້ວຍວິທີຈັດຕັ້ງປາຖະກະຖາ, ຈັດຕັ້ງໃຫ້ນັກປະຕິວັດອາວຸໂສຜູ້ດີເດັ່ນ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ເລົ່າມູນເຊື້ອຕ່າງໆ ແລະ ໂຄສະນາຜ່ານລະບົບສື່ມວນຊົນຕ່າງໆ ໃຫ້ກວ້າງຂວາງ, ທົ່ວເຖິງ, ວ່ອງໄວທັນການ.
– ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ກ່ອນອື່ນໝົດ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ສຶກສາອົບຮົມສະຕິຊາດ, ເອກະລາດເປັນເຈົ້າຕົນເອງ, ນ້ໍາໃຈຮັກຊາດ ຕິດພັນກັບການຮັກສາລະບອບໃໝ່ຂອງພວກເຮົາ, ສ້າງຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ດ້ວຍກົດໝາຍ, ສຶກສາອົບຮົມສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ສູງຂຶ້ນ, ສຶກສາອົບຮົມມູນເຊື້ອຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງຄະນະຍາດແຫ່ງຊາດ, ຕອບຕ້ານການໂຄສະນາແບ່ງແຍກຄວາມສາມັກຄີບັນດາເຜົ່າ ແລະ ອື່ນໆ; ການສຶກສາອົບຮົມການເມືອງ-ນຳພາແນວຄິດ ຕ້ອງຕິດພັນກັບການປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ ຂອງແຕ່ລະເປົ້າໝາຍ ແລະ ຕິດພັນກັບການຜັນແປຂອງສະພາບການຕົວຈິງ ແຕ່ລະໄລຍະ, ສະເພາະໜ້ານີ້ ແມ່ນໃຫ້ສືບຕໍ່ຈັດຕັ້ງເຊື່ອມຊຶມ, ກໍາແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ 2 ວາລະແຫ່ງຊາດ ຕິດພັນກັບການເຊື່ອມຊຶມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະອົງຄະນະພັກ ໃຫ້ເກີດຜົນເປັນຈິງ ຕາມທີ່ກໍານົດໄວ້. ສົມທົບແໜ້ນກັບການຈັດຕັ້ງຊາວໜຸ່ມ ແລະ ສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງ ສຶກສາອົບຮົມຄ່ານິຍົມທີ່ຖືກຕ້ອງໃນຖັນແຖວຊາວໜຸ່ມ, ເຍົາວະຊົນ, ຕອບຕ້ານການແຜ່ຂະຫຍາຍວັດທະນະທໍາ ແລະ ແບບແຜນດໍາລົງຊີວິດຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ.
3. ຕ້ອງສຸມໃສ່ການກໍາສະພາບແນວຄິດສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ ເພື່ອເຮັດວຽກງານໂຄສະນາປຸກລະດົມ, ສຶກສາອົບຮົມ, ຕີຖອຍບັນດາປະກົດການຫຍໍ້ທໍ້ ຢູ່ພາຍໃນກົງຈັກການຈັດຕັ້ງຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ໃນສັງຄົມ. ໂດຍເລີ່ມຈາກການສຶກສາອົບຮົມພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເປັນແບບຢ່າງ ທີ່ດີໃນການປະຕິບັດໜ້າທີ່ ແລະ ການດໍາລົງຊີວິດ; ພ້ອມທັງສະກັດກັ້ນ ສະພາບການຫັນປ່ຽນດ້ວຍຕົນເອງ ອັນເປັນຊ່ອງຫວ່າງໃຫ້ອິດທິກຳລັງປໍລະປັກໂຈມຕີ ແລະ ແຊກມ້າງ; ໂຄສະນາສຶກສາອົບຮົມ ໃຫ້ທຸກເປົ້າໝາຍໃນທົ່ວສັງຄົມ ໃຫ້ມີສະຕິເຄົາລົບກົດໝາຍ, ມີສະຕິຕື່ນຕົວໃນການປະຕິບັດພັນທະ ແລະ ໜ້າທີ່ຂອງຕົນ, ມີຄວາມຫ້າວຫັນບຸກບືນ ຊອກຊ່ອງທາງ ພັດທະນາຊີວິດການເປັນຢູ່ທີ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍຕິດພັນກັບການຫັນເຂົ້າສູ່ການດຳລົງຊີວິດປົກກະຕິແບບໃໝ່ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດຂອງພວກເຮົາ ແລະ ກໍຍັງບໍ່ສາມາດຄາດເດົາໄດ້ວ່າ ເຊື້ອພະຍາດດັ່ງກ່າວ ຈະໝົດສິ້ນໄປແນວໃດ ເຊິ່ງການດໍາລົງຊີວິດແບບໃໝ່ ແມ່ນແບບໃດ? ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກໍານົດຄັກແນ່ ເພື່ອເປັນບ່ອນອີງໃນການໂຄສະນາສຶກສາອົບຮົມ ໃຫ້ທົ່ວສັງຄົມ ຮັບຮູ້ ເຂົ້າໃຈ ມີການປັບປ່ຽນ ໃຫ້ສອດຄ່ອງກັບສະພາບຕົວຈິງ.
4. ຄະນະໂຄສະນາອົບຮົມແຂວງ ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ຫຼາຍຂຶ້ນຕື່ມ ຕໍ່ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາຂອງພັກ ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ ໂດຍສະເພາະ ການເກັບກຳສະຫຼຸບບົດຮຽນ ຂອງພັກເຮົາ ໃນການຄົ້ນຄວ້າ ຜັນຂະຫຍາຍບັນດາຫຼັກມູນທິດສະດີມາກ-ເລນິນ ເຂົ້າໃນສະພາບການຕົວຈິງ ຂອງປະເທດ ກໍຄືຂອງແຂວງໃນແຕ່ລະໄລຍະ.
5. ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ອົງການທີ່ເປັນເສນາທິການດ້ານການເມືອງ-ແນວຄິດ ໃຫ້ແກ່ຄະນະພັກ ໂດຍສະເພາະ ຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານນີ້. ໃນນັ້ນ, ບັນຫາສຳຄັນຕົ້ນຕໍ ແມ່ນການເລືອກເຟັ້ນ, ກໍ່ສ້າງ-ບຳລຸງຍົກລະດັບ ຂອງພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມໃຫ້ເປັນລະບົບ, ຕໍ່ເນື່ອງ ດ້ວຍການສົ່ງໄປຮຽນພາຍໃນ ແລະ ຕ່າງປະເທດ ສົມທົບລະຫວ່າງການບໍາລຸງຍົກລະດັບທາງດ້ານທິດສະດີ-ວິຊາສະເພາະ ກັບການນໍາໃຊ້ເຂົ້າໃນວຽກງານຕົວຈິງ; ພ້ອມກັນນີ້, ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ກໍ່ຕ້ອງເປັນເຈົ້າການບຸກບືນຄົ້ນຄວ້າຮ່ຳຮຽນ ຍົກສູງລະດັບຄວາມຮັບຮູ້ ຄວາມສາມາດ ຂອງຕົນເອງໃຫ້ຮອບດ້ານ ເພື່ອຕອບສະໜອງກັບການເລັ່ງທວງຂອງວຽກງານການເມືອງ-ແນວຄິດໃນເງື່ອນໄຂໃໝ່ ພ້ອມທັງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຕັ້ງໝ້າຄົ້ນຄວ້າປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ດ້ານວຽກງານການເມືອງ-ແນວຄິດໃຫ້ເຂັ້ມແຂງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ປັບປຸງກົງຈັກການຈັດຕັ້ງ ແລະ ການບໍາລຸງ, ກໍ່ສ້າງພະນັກງານ ໂດຍຕິດພັນກັບການປັບປຸງກໍ່ສ້າງພັກ ໃຫ້ປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກໃຫ້ຖືກຕ້ອງຕາມຫຼັກການຂອງພັກ.
6. ປັບປຸງລະບົບກົນໄກປະສານງານລະຫວ່າງ ຄະນະໂຄສະນາອົບຮົມແຂວງ ກັບຄະນະພັກພະແນກການ, ອົງການຕ່າງໆ ຢູ່ຂັ້ນແຂວງ ແລະ ເມືອງ ໃຫ້ກົມກຽວ ແລະ ວ່ອງໄວ ເພື່ອຕິດຕາມ, ຊຸກຍູ້ການປະຕິບັດວຽກງານໂຄສະນາອົບຮົມ ໃຫ້ເປັນປົກກະຕິ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ກໍຄືສະພາບແນວຄິດ ຂອງສະມາຊິກພັກ-ພະນັກງານ ແລະ ປະຊາຊົນ, ຊັ້ນຄົນຕ່າງໆໃນສັງຄົມ ເພື່ອຮູ້ໄດ້ສະພາບການຫັນປ່ຽນທາງດ້ານແນວຄິດ ຂອງທົ່ວສັງຄົມ ໃນແຕ່ລະໄລຍະ, ເປັນບ່ອນອີງໃນການສ້າງເອກະສານສຶກສາອົບຮົມ ນໍາພາແນວຄິດໃຫ້ແທດເຖິງ ແລະ ທັນການ, ທັງນໍາໃຊ້ລະບົບສື່ມວນຊົນ ແລະ ຮູບການອື່ນໆ ທີ່ທັນສະໄໝ ເພື່ອໂຄສະນາສຶກສາອົບຮົມໃຫ້ກວ້າງຂວາງ, ທົ່ວເຖິງ, ວ່ອງໄວ ແລະ ທັນການ.
7. ໃນຍຸກໂລກາພິວັດ ທີ່ເທັກໂນໂລຊີດ້ານຂໍ້ມູນ-ຂ່າວສານ ມີການຂະຫຍາຍຕົວຢ່າງກ້າວກະໂດດ, ໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງຮູບການໂຄສະນາອົບຮົມຜ່ານພາຫະນະທີ່ທັນສະໄໝໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ແມ່ນການນໍາໃຊ້ພາຫະນະທາງດ້ານວັດທະນະທໍາ ແລະ ສື່ສັງຄົມຕ່າງໆ ໃຫ້ແຫຼມຄົນ; ໃນນັ້ນ, ຕົ້ນຕໍແມ່ນການຍົກລະດັບຄຸນນະພາບ, ການຄຸ້ມຄອງ ແລະ ຂະຫຍາຍຍົກລະດັບຮູບແບບຂອງເຄື່ອງມືສື່ຕ່າງໆ ທີ່ພວກເຮົາມີໃນປະຈຸບັນໃຫ້ສູງຂຶ້ນ ເປັນຕົ້ນ ໂທລະພາບ, ໜັງສືພິມ, ວິທະຍຸ ໃຫ້ເປັນຮູບແບບເອເລັກໂຕຼນິກ, ຜ່ານສື່ສັງຄົມອອນລາຍໃຫ້ຫຼາຍໆ; ສ່ວນດ້ານເນື້ອໃນ ແມ່ນໃຫ້ຍົກລະດັບການເຄື່ອນໄຫວທີ່ມີລັກສະນະນໍາພາແນວຄິດ, ລັກສະນະຕໍ່ສູ້ ແລະ ລັກສະນະມະຫາຊົນ ດ້ວຍຄວາມວ່ອງໄວທັນການ ແລະ ຫຼາຍຮູບຫຼາຍສີ ມີຄວາມຈັບອົກຈັບໃຈ.

ທັງໝົດນັ້ນ ແມ່ນເພື່ອເຮັດໃຫ້ການປະຕິບັດພາລະບົດບາດ ຂອງຄະນະໂຄສະນາອົບຮົມຂອງພັກຂັ້ນແຂວງ ແລະ ເມືອງ ໄດ້ຮັບການເຊີດຊູສູງຂຶ້ນ ເຮັດໃຫ້ວຽກງານການເມືອງ-ແນວຄິດຂອງພັກ ໄດ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ກ້າວໄປສູ່ຄຸນນະພາບໃໝ່, ເອົາໃຈໃສ່ການສ້າງ ແລະ ປັບປຸງຮູບການໂຄສະນາອົບຮົມຜ່ານພາຫະນະທີ່ທັນສະໄໝໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ແມ່ນການນໍາໃຊ້ພາຫະນະທາງດ້ານວັດທະນະທໍາ ແລະ ສື່ສັງຄົມຕ່າງໆ ໃຫ້ແຫຼມຄົນ; ໃນນັ້ນ, ຕົ້ນຕໍແມ່ນການຍົກລະດັບຄຸນນະພາບ, ການຄຸ້ມຄອງ ແລະ ຂະຫຍາຍຍົກລະດັບຮູບແບບຂອງເຄື່ອງມືສື່ຕ່າງໆ ທີ່ພວກເຮົາມີໃນປະຈຸບັນໃຫ້ສູງຂຶ້ນ ເປັນຕົ້ນ ໂທລະພາບ, ໜັງສືພິມ, ວິທະຍຸ ໃຫ້ເປັນຮູບແບບເອເລັກໂຕຼນິກ, ຜ່ານສື່ສັງຄົມອອນລາຍໃຫ້ຫຼາຍໆ; ສ່ວນດ້ານເນື້ອໃນ ແມ່ນໃຫ້ຍົກລະດັບການເຄື່ອນໄຫວທີ່ມີລັກສະນະນໍາພາແນວຄິດ, ລັກສະນະຕໍ່ສູ້ ແລະ ລັກສະນະມະຫາຊົນ ດ້ວຍຄວາມວ່ອງໄວທັນການ ແລະ ຫຼາຍຮູບຫຼາຍສີ ມີຄວາມຈັບອົກຈັບໃຈ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນມາຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 17 ມີນາ 2023 ກໍ່ໄດ້ປິດລົງ ດ້ວຍຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກໍານົດໄວ້.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa