ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.

ໃນວາລະພິທີດັ່ງກ່າວ ຍັງໄດ້ຮັບຊົມສີລະປະວັນນະຄະດີຈາກສະມາຊິກຊາວໜຸ່ມ ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ຮັບຊົມລະຄອນສັ້ນຊື່ເລື່ອງວ່າ: ມີຊີວິດທີ່ດີເມື່ອຫ່າງໄກຢາເສບຕິດ ຈາກນ້ອງນັກຮຽນຈາກ ມສ ໂພນໝີ. ຫຼັງຈາກນັ້ນ ໃຫ້ກຽດປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ເຊິ່ງທ່ານໄດ້ກ່າວວ່າ: ຊາວໜຸ່ມປະຊາຊົນປະຕິວັດລາວໄດ້ສ້າງຕັ້ງຂຶ້ນ ໃນວັນທີ 14 ເມສາ 1955. ຕະຫຼອດໄລຍະ 68 ປີ ທີ່ຜ່ານມາ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ໂດຍແມ່ນ ພັກປະຊາຊົນລາວ ໃນເມື່ອກ່ອນ ແລະ ແມ່ນ ພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ ໂດຍ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ສ້າງຂຶ້ນ, ຝຶກຝົນຫຼໍ່ຫຼອມ ແລະ ນໍາພາໂດຍກົງ ຮອບດ້ານ, ພາຍໃຕ້ຮົ່ມທຸງຂອງພັກນັ້ນ ການຈັດຕັ້ງຊາວໝຸ່ມໄດ້ມີການເຕີບໃຫຍ່ເຂັ້ມແຂງ ທັງປະລິ ມານ ແລະ ຄຸນນະພາບໃໝ່, ຂະບວນການຂອງຊາວໝຸ່ມ ໄດ້ມີການປະກອບສ່ວນຫຼາຍດ້ານ ແລະ ພົ້ນເດັ່ນໃນພາລະກິດຕໍ່ສູ້ໃນເມື່ອກ່ອນ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່. ໃນຄວາມເປັນຈິງແລ້ວ ຂະບວນການແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ບໍ່ວ່າທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ແມ່ນໄດ້ກໍາເນີດເກີດຂຶ້ນ ໂດຍຜ່ານຂະບວນການຕໍ່ສູ້ປະຕິວັດ ທີ່ມີຄວາມຕິດພັນໂດຍກົງ ກັບການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ສ້າງຜົນງານ ແລະ ວິລິກໍາອັນໃຫຍ່ຫຼວງ ທີ່ໄດ້ຈົດບັນທຶກໄວ້ໜ້າປະຫວັດສາດຂອງຊາດລາວ. 68 ປີ ແຫ່ງໄຊຊະນະທີ່ຍາດມາໄດ້ ມັນແມ່ນໜາກຜົນຂອງການຕໍ່ສູ້ຂອງປະຊາຊົນລາວ ກໍ່ຄືຊາວໝຸ່ມລາວບັນດາເຜົ່າ ທີ່ສະແດງໃຫ້ເຫັນເຖິງບົດບາດຂອງມະຫາຊົນ ໃນການສ້າງປະຫວັດສາດ ແລະ ກໍ່ແມ່ນການປະກອບສວນຂອງຊາວໜຸ່ມລາວ ບັນດາເຜົ່າ, ພ້ອມກັນນັ້ນ ກໍ່ຍັງໄດ້ສ່ອງແສງໃຫ້ເຫັນການປະກອບສ່ວນຢ່າງສົມກຽດເຂົ້າໃນການເພີ່ມພູມຄູນສ້າງມູນເຊື້ອປະຫວັດສາດຂອງຊາດ, ໃນອະດີດ ກໍຄືປະຈຸບັນ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ກໍໄດ້ຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນ ເຂົ້າໃນຈັດຕັ້ງປະຕິບັດແນວທາງ, ມະຕິກອງປະຊຸມໃຫຍ່ຂອງພັກ ແຕ່ລະສະໄໝ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມລາວທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸ ຂອງພັກ ມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໝຸ່ມ ຕິດພັນກັບມະຕິ 3 ສ້າງ ຂອງກົມການເມືອງສູນກາງພັກ, ນີ້ແມ່ນການຫັນປ່ຽນ ແລະ ທ່ວງທ່າທີ່ກ້າວໜ້າໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວຫນຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄໍາເວົ້າຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໃຫ້ຊາວໝຸ່ມທີ່ວ່າ: ຊາວໝຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.

ໃນຕອນທ້າຍ ຍັງໄດ້ມີການປະດັບຫຼຽນກາລະນຶກໃຫ້ອະດີດການນຳຊາວໜຸ່ມ, ການນຳແຂວງ ແລະ ອົງການພາຄີ, ຄະນະບໍລິຫານງານຊາວໜຸ່ມ ປປລ ຊຸດທີ 8, ຮາກຖານ ແລະ ໜ່ວຍຮາກຖານທີ່ໄດ້ຮັບທຸງໄຊປີ 2020 ຕື່ມອີກ. ໃນນີ້ ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບບຮົມແຂວງວຽງຈັນ ແມ່ນໄດ້ຮັບຫຼຽນກາລະນຶກ 65 ປີ ໃນການເຄືອນໄຫວຊີ້ນໍາວຽກງານຊາວໜຸ່ມ, ໃນລະຍະຜ່ານມາ ຊຶ່ງມັນເປັນຄວາມພາກພູມໃຈ ແລະ ເປັດກຽດຕິຍົດ ໃຫ້ແກ່ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຂອງພວກເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa