Author Archives: admin

ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານ ວຽກຄຸ້ມຄອງລະບົບເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ (ຜ່ານລະບົບທາງໄກ) ປະຈຳໄຕມາດ III / 2025 ໃນວັນທີ 4 ກັນຍາ 2025

ກອງປະຊຸມສ່ອງແສງລາຍງານ ວຽກຄຸ້ມຄອງລະບົບເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ (ຜ່ານລະບົບທາງໄກ) ປະຈຳໄຕມາດ III / 2025 ໄດ້ໄຂຂຶ້ນໃນວັນທີ 4 ກັນຍາ 2025 ເວລາ 8:00 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ (ຄອສພ), ມີຄະນະຮັບຜິດຊອບຄຸ້ມຄອງເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ 6 ທ່ານ, ຍິງ 3 ທ່ານ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ກ່ຽວກັບການເຄື່ອນໄຫວຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ລົງເວບໄຊ໌ www.ptvtp.gov.la ໄລຍະ 3 ເດືອນຜ່ານມາ ແລະ ປັບປຸງການຈັດຕັ້ງ ໂຮມເອົາວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມ ເພື່ອຖອດຖອນບົດຮຽນຮ່ວມກັບບັນດາແຂວງທົ່ວປະເທດ ໃນການສືບຕໍ່ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳໄຕມາດ IV/2025

ພິທີປະກາດໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງວຽງຈັນ

ວັນ​ທີ 29 ສິງ​ຫາ 2025 ແຂວ​ວຽງ​ຈັນ ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງ ແລະ ໂອນ​ວຽກງານສື່ມວນ​ຊົນ (​ຖະ​ແຫຼງ​ຂ່າວ) ມາ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຢ່າງ​ເປັນ​ທາງ​ການ ພາຍໃຕ້ການເປັນປະທານ​ຂອ​ງ​ທ່ານ ຄຳ​ພັນ ສິດ​ທິ​ດຳ​ພ​າ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງວຽງ​ຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງ​ມະ​ລີ ອັກ​ຄະ​ມົນ​ຕີ ຄະ​ນະ​ພັກ, ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ; ມີຄະ​ນະຮັບຜິດຊອບ​ປັບ​ປຸງ​ການ​ຈັດ​ຕັ້ງ​ຂອງ​ແຂວງ, ແຂກຖືກເຊີນທີ່ຈາກບັນດາ​ພະ​ແນກ​ການ, ອົງ​ການອ້ອມ​ຂ້າງ​ແຂວງ ແລະ ພະ​ນັກ​ງານ​ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ແຂວງວຽງຈັນ ຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ປະຈຳເດືອນ ສິງຫາ 2025

ຕອນເຊົ້າວັນທີ 20 ສິງຫາ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບແນວລາວສ້າງຊາດແຂວງ ແລະ ຫ້ອງວ່າການແຂວງ ຈັດພິທີປາຖະກະຖາ ວັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງຊາດ ພິທີໃນຄັ້ງນີ້ໄດ້ດໍາເນີນເປັນ 2 ວາລະ ຄື: ວາລະທີ 1: ຮັບຟັງການປາຖະກະຖາ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ; ວັນຢຶດອໍານາດ ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ; ວັນລັດຖະທໍາມະນູນ ຄົບຮອບ 34 ປີ; ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ພູທະນູເພັດ […]

ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່

ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດເອກະສານ

ແຈ້ງການແນະນຳຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 186/ຄອຮຂຈ, ລົງວັນທີ 28 ກໍລະກົດ 2025 ເລື່ອງ: ການເຜີຍແຜ່ ແລະ ຄຸ້ມຄອງການນຳໃຊ້ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມ ແລະ ການສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຕ່ລະເມືອງໃນທົ່ວແຂວງວຽງຈັນ

ແຈ້ງການແນະນຳຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 186/ຄອຮຂຈ, ລົງວັນທີ 28 ກໍລະກົດ 2025 ເລື່ອງ: ການເຜີຍແຜ່ ແລະ ຄຸ້ມຄອງການນຳໃຊ້ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມ ແລະ ການສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຕ່ລະເມືອງໃນທົ່ວແຂວງວຽງຈັນ (ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດ)

ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ​ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ

ຕອນ​ເຊົ້າ​ຂອງວັນ​ທີ 23 ກໍ​ລະ​ກົດ 2025 ເວ​ລາ 8:00 ໂມງ ທີ່​ຫ້ອງ​ປະ​ຊຸມກອງ​ບັນ​ຊາ​ການ​ທະ​ຫານ​ແຂວງວຽງ​ຈັນ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ​ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື:

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025

ໃນຕອນເຊົ້າ ຂອງວັນທີ 11 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່​ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 4 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 28 ສະຫາຍ, ຍິງ 20 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊສ. ຄອຮ) ທົ່ວປະເທດ ປະຈຳໄຕມາດ II/2025

  ວັນທີ 3 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 9 ທ່ານ, ຍິງ 5 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ປະຈຳໄຕມາດ II (4 -5-6) ປີ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ກອງປະຊຸມດໍາເນີນໄປດ້ວຍຈິດໃຈອັນເບິກບານມ່ວນຊື່ນຕໍ່ຜົນສໍາເລັດ​ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ຍາດ​ໄດ້​ໃນ​ໄລ​ຍະ​ໄຕ​ມາດ II ຜ່ານ​ມາ. ໂດຍ​ສະ​ເພາະ​ແມ່ນ​ໄດ້​ມີການແລກປ່ຽນຄໍາຄິດເຫັນກ່ຽວກັບການປັບປຸງກົງຈັກ​ການ​ຈັດ​ຕັ້ງ ຂອງຄະນະໂຄສະນາອົບຮົມສູນ​ກາງ​ພັກ ແລະ ຄະ​ນະ​ໂສະ​ນາ​ອົບ​ຮົມ​ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ການໂຮມເອົາວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບ ນັບທັງຢູ່ສູນກາງ ແລະ […]

ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເກັບກໍາຂໍ້ມູນຄອບຄົວຕົວແບບຢູ່ ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ

  ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນວັນທີ 20 ມິຖຸນາ 2025 ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງວຽງຄໍາ ແລະ ຫ້ອງການກະ ສິກໍາເມືອງ ລົງເກັບຂໍ້ມູນຄອບຄົວ ທ່ານ ນ ດາວວອນ ແສງສຸລິຈັນ ຕົວແບບການປູກໝາກສີດາ ຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ທ່ານໄດ້ເຮັດນາ ແລະ ເຮັດສວນປູກພືດລົ້ມລຸກເປັນອາຊີບ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ; ທ້າຍປີ 2019 ທ່ານຈຶ່ງຕັດສິນໃຈເຮັດສວນປູກໝາກສີດາ,  ເຊິ່ງເບື້ອງຕົ້ນປູກ 150 ເບ້ຍ ໃນເນື້ອທີ່ 1 ໄລ່, ແນວພັນແມ່ນນໍາເຂົ້າຈາກປະເທດໃກ້ຄຽງ ຊື່ພັນກິມຈູ ໂດຍ ນໍາໃຊ້ທຶນຂອງຕົນເອງ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ; ມີແຮງງານຕົ້ນຕໍ 2 ຄົນ, […]

ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງ​ຈັນ​​ລົງ​ເກັບ​ຂໍ້​ມູນ​ຄອບຄົວ​ຕົວ​ແບບ ​​ການ​ປູກຖົ່ວລຽນ

ໃນ​ວັນ​ທີ 12 ມິຖຸນາ 2025 ທີ​ມງານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງ​ຈັນ ນຳ​ທີ​ມ​ໂດຍ ທ່ານ ນ. ມະນີ​ຈັນ ທຳ​ມະ​ໂຄດ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ ​ແຂວງ​ວຽງ​ຈັນ, ສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ ​ເມືອງ​ທຸລະຄົມ ​​ລົງ​ເກັບ​ຂໍ້​ມູນ​ຄອບຄົວ ທ່ານ ປັນ​ຈາ ລາດ​ສະ​ວົງ ຊຶ່ງ​ທ່ານ​ແມ່ນ​ໜຶ່ງ​ໃນ​ຄອບຄົວ​ຕົວ​ແບບ ​​ການ​ປູກຖົ່ວລຽນ ບ້ານ​ນາ​ເຜີຍ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ທ່ານ​ໄດ້​ໃຫ້​ຮູ້​ວ່າ: ສວນ​ແຫ່ງ​ນີ້​ມີ​ເນື້ອ​ທີ່​ທັງ​ໝົດ 25 ​ເຮັກຕ່າ, ​ໃນ​ນັ້ນ​ປູກ​ຖົ່ວລຽນ 20 ​ເຮັກ​ຕ່າ ​ແລະ 5 ​ເຮັກ​ຕ່າ ​ແມ່ນ​ປູກ​ຢາງພາລາ, ​ແຕ່​ກ່ອນ​ທ່ານ​ເຄີຍ​ເຮັດ​ວຽກ​ນຳ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ທ່ານ​ກໍ່​ໄດ້​ໝູນ​ໃຊ້​ເວລາຫ​ວ່າງ​ມາ​ເຮັດສວນ​; ​ເບື້ອງ​ຕົ້ນ​ປີ 2007 ​ແມ່ນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຫຼາຍ​ຊະນິດ​​ພໍ​ໄດ້​ເກັບ​ກິນ​ຕາມ​ລະດູ​ການ ​ໃນ​ນັ້ນ ​ໄດ້​ປູກ​ຕົ້ນ​ຖົ່ວລຽນ 3 ຕົ້ນ, ໄລຍະ 7 ປີ ຕໍ່​ມາ ຕົ້ນ​ໄມ້​ກໍ່​ໄດ້​ໃຫ້​ຜົນ​ຜະລິດ ພິ​ເສດ​ກໍ່​ແມ່ນ​ຕົ້ນ​ຖົ່ວລຽນ ​ໄດ້​ໃຫ້​ຜົນ​ຜະລິດ​ເປັນ​ທີ່​ໜ້າ​ພໍ​ໃຈ ​ເມື່ອ​ເອົາ​ມາ​ກິນ​ກໍ່​ເຫັນ​ວ່າ​ແຊບ​ຄື​ກັບ​ຂອງ​ປະ​ເທດ​ເພື່ອນ​ບ້ານ ທີ່​ນຳ​ເຂົ້າ​ມາ, ຕົກ​ມາ​ປີ […]

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa