ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງວຽງຈັນ ເຊິ່ງມີມະຫາຊົນຜູ້ກ້າວໜ້າມາຈາກ 6 ພາກສ່ວນຄື: ຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ 11 ສະຫາຍ, ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ 4 ສະຫາຍ, ຄະນະພັກພະແນກແຜນການ ແລະ ການລົງທຶນແຂວງ 4 ສະຫາຍ, ຄະນະພັກຮາກຖານ ມສ ໂພນໝີ 3 ສະຫາຍ, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສືສານແຂວງ 2 ສະຫາຍ ແລະໜ່ວຍພັກພະແນກຍຸຕິທໍາແຂວງ 1 ສະຫາຍ ລວມມີ 25 ສະຫາຍ, ຍິງ 15 ສະຫາຍ. ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນໄປດ້ວຍບັນຍາ ກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 13 ຄໍາຖາມ – 13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບ ການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ.
ຈຸດປະສົງລະດັບຄາດໝາຍ: ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ, ເຂົ້າໃຈຕໍ່ການປົກປ້ອງບົດບາດ, ກຽດສັກສີຂອງພັກ ເພື່ອເປັນບ່ອນອີງໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານເງື່ອນໄຂຄົບຖ້ວນ.
ພາຍຫຼັງສໍາເລັດການຮຽນແລ້ວ ສະຫາຍ ຈັນທະວົງ ບົວລະພັນ ຮອງ ເລຂາໜ່ວຍພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ກໍ່ໄດ້ມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້, ພ້ອມທັງໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ທີ່ຮຽນສະໜັບສະໜູນແລ້ວໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປະ ຕິບັດບັນດາສິດໜ້າທີ່ ຂໍ້ຫ້າມຂອງສະມາຊິກພັກ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າມີມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນທີ່ໄວ້ວາງ ໃຈ ຈາກມະຫາຊົນ ແລະ ຄະນະພັກຂັ້ນເທິງ, ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 11: 30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa