ແຂວງວຽງຈັນ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ

ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.
ພິທີໄດ້ລະນຶກຫວນຄືນມູນເຊື້ອປະຫວັດສາດໃນການຕໍ່ສູ້ກູ້ຊາດຢ່າງບໍ່ຍອມຈຳນົນ ຂອງປະຊາຊົນລາວທັງຊາດ ພາຍໃຕ້ການນຳພາຂອງພັກ ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ເປັນຕົ້ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/03/1955 ໄດ້ຍົກໃຫ້ເຫັນການກຳເນີດ ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໝາກຜົນເປັນແຕ່ລະໄລຍະ, ນັບແຕ່ປີ 1956 ເປັນຕົ້ນມາຕໍ່ການພັດທະນາແຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ. ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອ ປະເທດຊາດ 21/03/1946 ໄດ້ຍົກໃຫ້ເຫັນເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂັນຂ້າປະຊາຊົນຜູ້ບໍລິສຸດດ້ວຍວິທີທີ່ໂຫດຫ້ຽມ, ເຂັນຂ້າແມ່ມານດ້ວຍການເອົາກະບໍ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ເປົາມັດປາກແລ້ວຖິ້ມລົງ ແມ່ນໍ້າຂອງ ແລະ ເອົາໃສ່ຄົກຕຳຈົນຕາຍ ເອົາປືນຍິງກວດໃສ່ຝູງຄົນແລ້ວໂຍນລົງແມ່ນໍ້າຂອງ ເວລານັ້ນນໍ້າຂອງເຕັມໄປດ້ວຍເລືອດ ແລະ ຊາກສົບ ເປັນຈຳນວນ 3.000 ກວ່າຄົນ, ເຮືອນຊານບ້ານຊ່ອງ ຖືກທໍາລາຍ, ຄອບຄົວພັດພາກຈາກກັນ ຍ້ອນການກະທໍາອັນໂຫດຮ້າຍປ່າເຖື່ອນດັ່ງກ່າວ. ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ໄດ້ຍົກໃຫ້ເຫັນກ່ຽວກັບຕົ້ນແຕ້ໃນເມື່ອກ່ອນເປັນເຂດປະຕິບດົງໝາ ປັດຈຸບັນມີອາຍຸ 200 ກວ່າປີ ຕັ້ງຢູ່ເຂດວັດບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ; ສາເຫດທີ່ມີຊື່ວ່າ: “ກົກແຕ້ຈາລຶກ ຄວາມແຄ້ນ” ແມ່ນຍ້ອນພວກລ່າເມືອງຂຶ້ນແບບໃໝ່ ໄດ້ນຳກຳລັງທະຫານຫຼາຍກອງພັນມາຢຶດເອົາ ລ້ອງເມືອງເຟືອງ ໃນໄລຍະປີ 1964-1973 ພວກມັນໄດ້ທຳການປາບປາມກຳລັງປະຕິວັດ, ເຂັນຂ້າ ຮາວີ ແລະ ບັງຄັບປະຊາຊົນ ໂດຍການຈັບມັດ, ກັກຂັງ ແລະ ຂ້ານັກປະຕິວັດຢູ່ຕົ້ນແຕ້ 17 ສົບ ດ້ວຍ ການແຂວນຄໍແລ້ວຊັກຂຶ້ນຊັກລົງ, ເອົາມີດປາດຫູ, ແທງເອິກ, ເຈາະບີ ແລະ ທຸບຕີຢ່າງທໍລະມານ. ໃນຕອນທ້າຍ ທ່ານໄດ້ເນັ້ນໜັກເຖິງຄວາມເປັນເຈົ້າການ ໂຄສະນາສຶກສາອົບຮົມການເມືອງ- ແນວຄິດ, ໂຄສະນາເຜີຍແຜ່ອຸດົມການຂອງພັກ, ຜົນງານການເຄື່ອນໄຫວພາລະກິດປະຕິວັດ ໃນການ ຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນບົດຮຽນອັນ ລໍ້າຄ່າທີ່ພວກເຮົາຈະຕ້ອງພ້ອມກັນສືບຕໍ່ຮໍ່າຮຽນເອົາ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພ້ອມດຽວກັນນັ້ນ ກໍເປັນຂໍ້ມູນອັນໜຶ່ງທີ່ສໍາຄັນໃຫ້ກັບຄະນະພັກແຕ່ລະຂັ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ, ພິທີດັ່ງກ່າວໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ເວລາ 11:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa