ກອງປະຊຸມໃຫຍ່ ຄັ້ງທີ VI ແລະ ພິທີມອບ-ຮັບທຸງໄຊ ກຳມະບານ 5 ເປັນເຈົ້າ ສະໄໝທີ II ຂອງກຳມະບານຮາກຖານຄະນະໂຄສະນາອົບຮົມ ແຂວງວຽງຈັນ

ໃນວັນທີ 14 ກຸມພາ 2024 ໄດ້ເປີດກອງປະຊຸມໃຫຍ່ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຂຶ້ນຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ປະທານກຳມະບານຮາກຖານ, ຫົວໜ້າຂະແໜງບໍລິຫານ ແລະ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ, ປະທານສະຫະພັນກຳມະບານແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກ ກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 18 ສະຫາຍ.

      

ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມຕັ້ງໜ້າເອົາໃຈໃສ່ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານວິຊາສະເພາະທີ່ຍາດໄດ້ຜົນສຳເລັດໃນຊຸມປີຜ່ານມາ. ຈາກນັ້ນ ໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່, ຜົນກອງປະຊຸມຄັ້ງປະຖົມມະລຶກໄດ້ແຕ່ງຕັ້ງ ທ່ານ ນາງ ມະນີຈັນ ທຳມະໂຄດ ເປັນປະທານກຳມະບານຮາກຖານ, ທ່ານ ດາວວອນ ດວງມາລາ ເປັນຮອງ (ທັງເປັນປະທານກວດກາ), ທ່ານ ພູຄຳ ກອງແພງຕາ ເປັນຄະນະ (ທັງເປັນປະທານກອງທຶນ).

ໃນໂອກາດດຽວກັນນີ້ ປະທານສະຫະພັນກຳມະບານແຂວງວຽງຈັນ ກໍໄດ້ມອບໃບຮັບຮອງ ແລະ ທຸງໄຊ ກຳມະບານ 5 ເປັນເຈົ້າ ສະໄໝທີ II ໃຫ້ແກ່ຄະນະຮາກຖານກຳມະບານຄະນະໂຄສະນາອົບຮົມແຂວງວຽງຈັນ, ພ້ອມທັງ ມີຄຳເຫັນໂອ້ລົມເນັ້ນໜັກບາງບັນຫາ ເພື່ອເປັນທິດທາງໃນການຊຸກຍູ້ນຳພາ-ຊີ້ນຳ, ຈັດຕັ້ງປະຕິບັດວຽກງານຂອງຮາກຖານກຳມະບານຄະນະໂຄສະນາອົບຮົມແຂວງວຽງຈັນ ໃນຊຸມປີຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນໃຫຍ່ຫຼວງກວ່າເກົ່າ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa