ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ຄະນະກວດກາພັກ-ລັດ ແຂວງ ຈັດພິທີປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ.

ໃນວັນທີ 6 ພຶດສະພາ 2026 ນີ້, ຄະນະໂຄສະນາອົບຮົມແຂວງວຽງຈັນ ຮ່ວມກັບຄະນະກວດກາພັກ-ລັດ ແຂວງ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ140 ( 1 ພຶດສະພາ 1886 – 1 ພຶດສະພາ 2026) ຂຶ້ນຢູ່ທີ່ຫ້ອງປະຊຸມເບີ1 ຊັ້ນ4 ຂອງສໍານັກງານປົກຄອງແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ຫລວງອາໄພ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ເຂົ້າຮ່ວມມີຄະນະນຳ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດ ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ທ່ານ ສອນໄຊ ຫລວງອາໄພ ໄດ້ໃຫ້ກຽດເລົ່າຄືນເຖິງປະຫັວດ ແລະ ຕົ້ນກໍາເນີດຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ບາງຕອນວ່າ:  ຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX ເມື່ອຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ໂຄ່ນລົ້ມລະບອບສັກດີນາ ແລະ ກ້າວສູ່ລະບອບນາຍທຶນ. ໃນໄລຍະນັ້ນ ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸສິ່ງຂອງ ແລະ ການດຳລົງຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຫຼາຍປະເທດ ຍັງບໍ່ສາມາດຕອບສະໜອງໄດ້ທັນກັບຄວາມເຕີບໂຕຂອງສັງຄົມ ຈຶ່ງຜັນຕົວເຂົ້າສູ່ການຜະລິດແບບອຸດສາຫະກຳ ສ້າງໂຮງຈັກ, ໂຮງງານຈຳນວນຫຼາຍ. ຫຼັງຈາກນັ້ນ ຈຳນວນກຳມະກອນໄດ້ເພີ່ມຂຶ້ນພ້ອມກັບການຂະຫຍາຍຕົວຂອງການຜະລິດ ແລະ ກາຍເປັນກໍາລັງສໍາຄັນໃນສັງຄົມນາຍທຶນ, ການຕໍ່ສູ້ອັນດຸເດືອດຂອງຊົນຊັ້ນກຳມະກອນ ໃນເມືອງຫຼວງຊິກາໂກ ປະເທດອາເມລິກາ ໃນປີ 1884 ແລະ 1886 ຊຶ່ງເປັນຈຸດປ່ຽນສຳຄັນຂອງປະຫວັດການຕໍ່ສູ້ຂອງຜູ້ອອກແຮງງານທົ່ວໃນໂລກ ໃນເວລານັ້ນ, ກໍາມະກອນໄດ້ລຸກຂຶ້ນຮຽກຮ້ອງໃຫ້ເພີ່ມຄ່າແຮງງານ, ຫຼຸດຜ່ອນຊົ່ວໂມງເຮັດວຽກ ແລະ ຮັບປະກັນສິດອັນເປັນພື້ນຖານຂອງຕົນ. ການລຸກຮືຂຶ້ນດັ່ງກ່າວ ບໍ່ແມ່ນພຽງແຕ່ເປັນການປະທ້ວງຮ້ອງຂໍຄວາມເປັນທຳໃຫ້ຕົນເອງເທົ່ານັ້ນ ແຕ່ຍັງເປັນສັນຍານສໍາຄັນທີ່ສະແດງໃຫ້ເຫັນພະລັງຂອງຊົນຊັ້ນກຳມະກອນໃນການລຸກຂຶ້ນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ. ໃນວັນທີ 1 ພຶດສະພາ 1886 ທີ່ເມືອງຫຼວງຊິກາໂກ ໄດ້ເກີດຂະບວນການຕໍ່ສູ້ຂອງຊາຍກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ພ້ອມພຽງກັນຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ:  “ຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້”. ຊົນຊັ້ນກໍາມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ. ຈາກຂະບວນການຕໍ່ສູ້ດັ່ງກ່າວ ຈິ່ງໄດ້ກາຍເປັນມໍຣະດົກທາງປະຫວັດສາດ ແລະ ໄດ້ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ນັບແຕ່ນັ້ນມາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa