ພິທີ ປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ.

ໃນຕອນບ່າຍຂອງວັນທີ 9 ເມສາ 2026ນີ້ ຢູູ່ທີ່ຫ້ອງປະຊຸມເບີ1ຊັ້ນ4ຫ້ອງວ່າການແຂວງວຽງຈັນ ໄດ້ຈັດໃຫ້ມີ ພິທີ ປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ຜູ້ຊີ້ນວຽກງານການເມືອງແນວຄິດ,ວຽກພັກພະນັກງານ, ມີສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີເລຂາໜ່ວຍພັກອ້ອມຂ້າງ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນພິທີ ສະຫາຍ ສຸວັນຄຳ ອິນທິກຳລັງ ຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນ ວ່າດ້ວຍການຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ມະນີຈັນ ທຳມະໂຄດ ເປັນເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ເປັນຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໃຫ້ກຽດມອບ ມະຕິຕົກລົງໃຫ້ທັງ2ສະຫາຍດັ່ງກ່າວ ໂດຍແມ່ນສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມທັງມີຄຳເຫັນໂອ້ລົມໃຫ້ ຄະນະໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຕ້ອງ​​​ໄດ້​​ເອົາ​ໃຈ​ໃສ່​ປະຕິບັດ​ຫຼັກການ​ພື້ນຖານ​ຂອງ​ພັກ​ ເປັນ​ຕົ້ນ​ແມ່ນ ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ເອົາໃຈໃສ່ການຍົກສູງບົດບາດການນຳພາຂອງການຈັດຕັ້ງພັກ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສ້າງຄວາມອາດສາມາດ ໃນການນຳພາຂອງຄະນະໜ່ວຍພັກ ເພື່ອບັນລຸຄາດໝາຍທີ່ມະຕິກອງປະຊຸມ​ໃຫຍ່ຂອງພັກແຕ່ລະຂັ້ນ ກຳນົດໄວ້ຢ່າງແຂງແຮງ.


ຈັດຕັ້ງແບ່ງ​ວຽກ​, ແບ່ງ​ງານ, ແບ່ງ​ຄວາມ​ຮັບຜິດຊອບ​​​ພາຍ​ໃນຄະນະ​ພັກ​ຄືນ​ໃໝ່ໃຫ້​ລະອຽດ,ຈະ​ແຈ້ງ, ບົນ​ພື້ນຖານ​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ພາລະ​ບົດບາດ​ຂອງ​ໃຜລາວ, ຫຼີກ​ເວັ້ນຄວາມ​ຮັບຜິດຊອບ​ລວມໆ, ບໍ່​​ແຈ້ງ, ພາລະ​ບົດບາດ​ຊ້ຳ​ຊ້ອນ. ພ້ອມ​ກັນນັ້ນ, ​ເມື່ອ​ໝູ່​ຄະນະ, ການຈັດຕັ້ງກໍ​ຄືຂັ້ນ​ເທິງມອບ​ໝາຍ​ໃຫ້​​ຮັບຜິດຊອບ ຕ້ອງ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າການ​ຕໍ່ໜ້າ​ທີ່​ການ​ເມືອງ, ທຸ້ມ​ເທ​ເຫື່ອ​ແຮ​ງ, ສະຕິ​ປັນຍາຄວາມ​ຮູ້-ຄວາມ​ສາມາດ, ມີ​ຄວາມ​ເສຍສະຫຼະ ແລະ ຄວາມສາມັກຄີ​ພາຍ​ໃນ​ໃຫ້ ​ໜັກ​ແໜ້ນ ​ເພື່ອ​ເຮັດ​ສໍາ​ເລັດ​ໜ້າ​ທີ່​ທີ່​ຖືກ​ມອບໝາຍ. ຢຶດໝັ້ນ ​ແລະ ປະຕິບັດ​ຢ່າງ​ເຂັ້ມງວດ​ບັນດາ​ຫຼັກການ, ລະບອບ​ແບບ​ແຜນ​ວິທີ​ນໍາພາ​-ວິທີ​ເຮັດ​ວຽກຂອງ​ພັກ ພາຍ​ໃຕ້ການຊີ້​ນໍາ-ບັນຊາ​ ແລະ ຄຸ້ມ​ຄອງຫົວໜ້າ​ດຽວ, ທັງ​ມີຄວາມ​ຮັບຜິດຊອບ​ໂດຍ​ກົງຕໍ່​ຜົນ​ໄດ້, ຜົນ​ເສຍ​ຂອງໜ້າ​ທີ່​ວຽກ​ງານ​ທີ່​ຖືກ​ມອບ​ໝາຍ.
ໃຫ້​ຂຸ້ນຂ້ຽວຄົ້ນຄວ້າ, ຈັດ​ວາງ, ສັບ​ຊ້ອນ​ພະນັກງານ-ລັດຖະກອນ ​ເຂົ້າ​​ໃສ່​ບັນດາ​ໜ້າ​ທີ່ວຽກ​ງານ​ຂອງ​ແຕ່ລະຂະແໜງການຂອງຕົນ ຕາມ​ເງື່ອນ​ໄຂ​ຕົວ​ຈິງ ຕິດ​ພັນ​ກັບການ​ກໍານົດ​​ພາລະ​ບົດບາດ, ສິດ-ໜ້າ​ທີ່ຂອງ​ການຈັດຕັ້ງ, ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ; ພ້ອມດຽວກັນນັ້ນ, ກໍຕ້ອງໄດ້ຮ່າງເປັນມະຕິຕົກລົງຂອງຄະນະໜ່ວຍພັກ, ເພື່ອ​ເປັນ​ບ່ອນ​ອີ​ງ​ໃນ​ການ​ເຄື່ອນ​ໄຫວ​ຈັດຕັ້ງປະຕິບັດ​ໜ້າ​ທີ່​ວຽກ​ງານ ຢ່າງ​ຖືກຕ້ອງ​ສອດຄ່ອງ.
​ຕ້ອງ​ສຶກສາອົບຮົມວຽກ​ງານ​ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນ ຂອງ​ຕົນ​ ​ໄດ້ຮັບ​ຮູ້ ​ແລະ ເຂົ້າໃຈຢ່າງ​ເລິກ​ເຊິ່ງ, ມີ​ຄວາມສາມັກ​ຄີ​ ​ແລະ ​ເປັນ​​ເອກະ​ພາບ​ສູງ ​ໃນການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້; ແນໃສ່ສ້າງ​ສະພາບ​ແວດ​ລ້ອມໃຫ້ພາຍ​ໃນ​ການຈັດຕັ້ງ ມີຄວາມສະຫງົບ, ອຸ່ນອ່ຽນ, ທຸ່ນທ່ຽງ, ໃຫ້ການ​ຮ່ວມ​ມື, ສະໜັບ-ສະ​ໜູນການປະຕິບັດໜ້າທີ່ວຽກງານ​ເຊິ່ງກັນ ​ແລະ ກັນ (​ບໍ່​ໃຫ້​ມີ​​ເກີດແນວ​ຄິດ​ ສັບສົນ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ). ທັງມີ​ຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງຂອງ​ລັດ ​ເວົ້າລວມ, ​ເວົ້າ​ສະ​ເພາະ ກໍ​ຄື​ຄະນະ​ພັກຂອງພວກ​ສະຫາຍ. ພ້ອມ​ກັນເຊີດ​ຊູຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂວງ​ດ້ວຍ​ຕົນເອງ, ມີ​ຄວາມຄວາມ​ຮັບຜິດຊອບສູງ​ຕໍ່ໜ້າ​ທີ່​ການ​ເມືອງ​, ທຸ້ມ​ເທ​ເຫື່ອແຮ​ງ, ສະຕິ​ປັນຍາ, ຄວາມ​ຮູ້-ຄວາມ​ສາມາດ, ມີ​ຄວາມ​ເສຍສະຫຼະ ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຕາມ​ການມອບ​ໝາຍ, ມີ​ລະບຽບ​ວິ​ໄນ, ດໍາລົງ​ຊີວິດ​ທີ່​ປອດ​ໃສ ຕິດ​ພັນ​ກັບ​ການບໍາລຸງ-ກໍ່ສ້າງ​ຖັນ​ແຖວ​ສະມາຊິກ​ພັກ, ພະ ນັກງານ-ລັດຖະກອນ ​ມີຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດທີ່ ​ໜັກແໜ້ນ ມີ​ຄວາມຊຳນິ-ຊຳນານງານ (ກາຍ​ເປັນມື​ອາຊີບ), ມີ​ຈັນ​ຍາບັນ-ຈັນຍາທຳ ​ເພື່ອ​ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ໜ້າ​ທີ່​ການ​ເມືອງ ກໍ​ຄື​ ບັນດາ​ໜ້າ​ທີ່ວຽກ​ງານໃນສະ​ເພາະ​ໜ້າ ​ແລະ ຍາວ​ນານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa