ຄະນະໂຄສະນາອົບຮົມແຂວງງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບ (ແອັດມິນເວບໄຊ໌) ເຂົ້າຮ່ວມກອງປະຊຸມ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II /2023

ຄະນະໂຄສະນາອົບຮົມແຂວງງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບ (ແອັດມິນເວບໄຊ໌) ເຂົ້າຮ່ວມກອງປະຊຸມ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II /2023 (4-5-6) ແລະ ທິດທາງແຜນການປະຈຳໄຕມາດ III /2023 (7-8-9) ຜ່ານລະບົບທາງໄກ

ໃນຕອນເຊົ້າ ວັນທີ 26 ກໍລະກົດ 2023 ຊຶ່ງ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ, ເປັນກຽດເຂົ້າຮ່ວມ ຂອງທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽກຈັນ, ຜູ້ຊີ້ນຳວຽກງານເວັບໄຊ໌ ພ້ອມດ້ວຍຄະນະຮັບຜິດຊອບແອັດມິນເວບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ 4 ທ່ານ ຄື: ທ່ານ ນາງ ຫົງຄຳ ບົວລະພັນ, ທ່ານ ນາງ ຈັນທາວະດີ ຊະນະວົງໄຊ, ທ່ານ ເສີດ ຢຳຢວນ ແລະ ທ່ານ ບຸນມີ ພົມມະຈັນ.

ນອກນີ້ ຍັງມີບັນດາທ່ານ ຄະນະຮັບຜິດຊອບແອັດມິນເວບໄຊ໌ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຄະນະໂຄສະນາອົບຮົມແຕ່ລະແຂວງ. ໃນນັ້ນ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽກຈັນ, ຜູ້ຊີ້ນຳວຽກງານເວັບໄຊ໌ ກໍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຄົງຄ້າງ ແລະ ຂໍ້ສະເໜີ ເພື່ອແກ້ໄຂບັນຫາຂອງວຽກງານດັ່ງກ່າວ ໃຫ້ດີຂຶ້ນໄປເທື່ອລະກ້າວ.
ໃນຕອນທ້າຍກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ກໍໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ພ້ອມດ້ວຍຄະນະແອັດມິນເວບໄຊ໌ ຄະນະໂຄສະນາອົບຮົມແຕ່ລະແຂວງ ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການພັດທະນາເວັບໄຊ໌ຂອງຕົນ ໃຫ້ມີຄວາມອຸດົມສົມບູນດ້ານເນື້ອໃນ ຄຽງຄູ່ກັບການໂຄສະນາແບບເອເລັກໂຕຼນິກໃຫ້ມີຫຼາຍຮູບ, ຫຼາຍສີ ກາຍ ເປັນຄັງຄວາມຮູ້ທີ່ສາມາດສະໜອງໃຫ້ຜູ້ເຂົ້າຊົມແລະ ເພື່ອຫັນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່, ກອງປະຊຸມໄດ້ສິ້ນສຸດລົງ ເວລາ 11:30 ໂມງ ຂອງວັນດຽວກັນ ດ້ວຍໝາກຜົນສຳເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa