ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ເມືອງຫີນເຫີບ (4-5 ພຶດສະພາ 2023)

ໃນວັນທີ 4-5 ພຶດສະພາ 2023 ຄະນະຮັບຜິດຊອບວຽກໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງຫີນເຫີບ ເພື່ອລົງເຄື່ອນໄຫວສາຍສາລະຄະດີ ແລະ ສ້າງກິດຈະກໍາ ຖາມ-ຕອບ ຢູ່ບັນດາກຸ່ມບ້ານ ຂອງເມືອງ ຄື: ກຸ່ມບ້ານນໍ້າໂທ່ມ ແລະ ກຸ່ມບ້ານວັງຄີ ນໍາພາໂດຍ ທ່ານ ນ. ມະໄລພອນ ພວງຈັນລາ ຫົວໜ້າຂະແໜງໂຄສະນາ, ຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ທ່ານ ບຸນຊູ ສີວົງເພັດ ຮອງຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ-ເມືອງ 2 ທ່ານ.

ການເຄື່ອນໄຫວວຽກງານຄັ້ງນີ້ ໄດ້ນໍາເອົາ ສາລະຄະດີ ໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍຕ່າງໆ ຈໍານວນ 4 ເລື່ອງ ເຊັ່ນ:
1. ຜົນງານແຂວງວຽງຈັນ 40 ປີ
2. ເສັ້ນທາງລົດໄຟ ລາວ-ຈີນ
3. ບົດຮຽນຊີວິດ ( ການຄ້າມະນຸດ )
4. ຜົນຮ້າຍຂອງຢາເສບຕິດ
ຮູບການຈັດຕັ້ງປະຕິບັດ ແມ່ນສາຍສາລະຄະດີ ແລະ ມີການສ້າງກິດຈະກໍາ ຖາມ-ຕອບ ກ່ຽວກັບ ເນື້ອໃນສາລະຄະດີຕ່າງໆ.
ເປົ້າໝາຍເຂົ້າຮ່ວມ: ປະຊາຊົນ, ຊັ້ນຄົນຕ່າງໆ ພາຍໃນບ້ານ, ນັກຮຽນນັກສຶກສາ.
ຜ່ານການລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຄັ້ງນີ້ ເຫັນວ່າ ຄະນະນໍາຂອງເມືອງ, ອໍານາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ເອົາໃຈໃສ່ອໍານວຍຄວາມສະດວກ ໃນການເຄື່ອນໄຫວວຽກງານ ເຊິ່ງສະແດງອອກການປະຕິບັດໂມງ, ເວລາ ແລະ ຜູ້ເຂົ້າຮ່ວມພິທີໃນແຕ່ລະຈຸດ ມີຫຼາຍສົມຄວນ ຄື:
ຈຸດທີ 1: ກຸ່ມບ້ານນໍ້າໂທ່ມ ມີຜູ້ເຂົ້າຮ່ວມທັງໝົດ 125 ທ່ານ, ຍິງ 75 ທ່ານ.
ຈຸດທີ 2: ກຸ່ມບ້ານວັງຄີ ມີຜູ້ເຂົ້າຮ່ວມທັງໝົດ 155 ທ່ານ, ຍິງ 83 ທ່ານ.
ລວມທັງໝົດ ມີຜູ້ເຂົ້າຮ່ວມທັງໝົດ 280 ທ່ານ, ຍິງ 158 ທ່ານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa