ພິທີຮັບຮອງ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 3 ສະໄໝທີ VIII ແລະ ກອງປະຊຸມໃຫ່ຍໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ IV

ໃນຕອນເຊົ້າຂອງວັນທີ 12 ທັນວາ 2023 ນີ້, ຢູ່ທີ່ຫ້ອງຊຸມຄະນະກວດກາພັກ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ເປັນໜ່ວຍສະຫະພັນແມ່ຍິງ 3 ດີ, ໂດຍການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ປະທານໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາໜ່ວຍສະຫະ ພັນແມ່ຍິງ ຕາງໜ້າຂອງພະແນກການອ້ອມຂ້າງ ແລະ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ. ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ

ມີສະມາຊິກທັງໝົດ 14 ທ່ານ ເປັນຄະນະໜ່ວຍພັກ 1 ສະຫາຍ, ລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງແກ້ວອຸດົມ 1 ສະຫາຍ, ປັດຈຸບັນມີ 13 ທ່ານ. ໄດ້ຂຶ້ນຜ່ານບົດລາຍງານ ໜ່ວຍສະຫະພັນແມ່ຍິງ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ, ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງໄດ້ນຳເອົາເອກະສານເນື້ອໃນ ຂໍ້ແຂ່ງຂັນ 3 ດີ ລວມທັງເອກະສານແນະນຳການຈັດຕັ້ງປະຕິບັດ, ເຜີຍແຜ່ໃຫ້ສະມາຊິກໄດ້ຮັບຮູ້ ແລະ ເຊື່ອມຊຶມ ຢ່າງເລິກເຊິ່ງເຖິງຖອງ, ການເຄື່ອນໄຫວແຕ່ລະໄລຍະ ໄດ້ມີແຜນການ ແລະ ກໍານົດຈຸດປະສົງຄາດໝາຍ ຢ່າງລະອຽດຄັກແນ່, ຊຶ່ງໄດ້ປະຕິບັດຕາມບາດກ້າວ, ຂັ້ນຕອນ ຢ່າງເປັນປົກກະຕິ ແລະ ໄດ້ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ເປັນແຕ່ລະໄລຍະ, ມາເຖິງປັດຈຸບັນສາມາດຕີລາຄາ ແລະ ປະເມີນພົນລະເມືອງດີ, ພັດທະນາດີ , ສ້າງຄອບຄົວດີ, ບຸກຄົນ 3 ດີ ປະເພດ 1 ໄດ້ 100% ບັນລຸຕາມມາດ ຖານ ແລະ ມີຫຼາຍຄອບຄົວກາຍເປັນຄອບຄົວຕົວແບບໃນການໃຊ້ເວລາຫວ່າງ ເພຶ່ອສ້າງເສດຖະກິດຄອບຄົວດ້ວຍການປູກ ຝັງ-ລ້ຽງສັດ, ການເຮັດຫັດຖະກຳຈັກສານ ແລະ ອື່ນໆ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍລ້ານກີບຕໍ່ປີ ຈຶ່ງໄດ້ຖືກອະນຸມັດຮັບຮອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 3 ສະໄໝທີ VIII, ໃຫ້ກຽດມອບໃບຢັ້ງຢືນ ແມ່ຍິງ 3 ດີ ໃນຄັ້ງນີ້ໂດຍແມ່ນ ທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງວຽງຈັນ. ຫຼັງຈາກນັ້ນບັນດາສະມາຊິກແມ່ຍິງໜ່ວຍດັ່ງກ່າວ ກໍ່ໄດ້ຂຶ້ນຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໃນຊຸມປີຕໍ່ໜ້າ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ກໍໄດ້ໄຂຂຶ້ນຢ່າງເປັນທາງການ ໃນກອງປະຊຸມໄດ້ພ້ອມກັນຮັບຟັງ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງທັງ 2 ພາກ ທີ່ສະເໜີໂດຍທ່ານປະທານໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານທີ່ໜ້າເພິ່ງພໍໃຈ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກຮອບດ້ານ ຂອງຄະນະໜ່ວຍສະຫະພັນແມ່ຍິງ ແລະ ບັນດາສະມາຊິກແມ່ ຍິງທຸກຄົນ ທີ່ສາມາດຍາດໄດ້ໃນໄລຍະຜ່ານມາ.

ໃນກອງປະຊຸມ ຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນເພື່ອປະກອບເປັນຄະນະໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ຊຸດໃໝ່ 3 ທ່ານ ໂດຍກອງປະຊຸມ ຄັ້ງປະຖົມມະລຶກໄດ້ເປັນເອກກະສັນກັນເລືອກເອົາ ທ່ານ ນາງ ກົງທອງ ແກ້ວວົງເດືອນ ເປັນປະທານໜ່ວຍ, ທ່ານ ນາງ ຈິນດາວອນ ສຸວັນນະວົງ ເປັນຮອງ ແລະ ທ່ານ ນາງ ຫົງຄຳ ບົວລະພັນ ເປັນຄະນະ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ IV ຕອນທ້າຍກອງປະຊຸມ ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ສະມາຊິກແມ່ຍິງ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ ຈຳນວນ 14 ທ່ານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa