ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນວັນທີ 23 ພະຈິກ 2023

ພິທີສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2023 ເວລາ 8:00 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຂັນໄຊ ຫຼວງຜ່ານ ຮອງປະທານ ສະຫະພັນກຳມະບານແຂວງ, ມີບັນດາທ່ານ ຕາງໜ້າຄະນະກຳມະບານຮາກຖານອ້ອມຂ້າງ ແລະ ສະມາຊິກກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 14 ທ່ານ.

ໃນພິທີ ທ່ານ ນາງ ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຊຶ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ທັງດ້ານດີ, ດ້ານອ່ອນ – ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານແຕ່ລະດ້ານ ສະແດງອອກໃນການເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ກໍຄືເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານ ວາງອອກ ເປັນຕົ້ນແມ່ນ ເປັນເຈົ້າການສຶກສາອົບຮົມການເມືອງ – ແນວຄິດ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງຂັ້ນເທິງ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ເຂົ້າໃຈ, ເປັນເຈົ້າການປັບປຸງແບບແຜນນຳພາ – ແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນປະຕິບັດຕາມການຈັດຕັ້ງ; ເປັນເຈົ້າການປະກອບຄຳຄິດເຫັນ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ທີ່ກ່ຽວຂ້ອງກັບການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ຊຸກຍູ້ສະມາຊິກຂອງຕົນ ເຂົ້າເປັນສະມາຊິກກອງທຶນ ກສກ ແລະ ກອງທຶນທະນຸເຄາະ ແລະ ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກ ໄດ້ 4 ຄັ້ງ, ກໍລະນີປິ່ນປົວນອນໂຮງໝໍ 3 ຄັ້ງ, ເປັນເຈົ້າການເຂົ້າຮ່ວມຕິດຕາມກວດກາ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ.

ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ສາມາດຕີລາ ຄື: ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ ປະຕິບັດໄດ້ 95%, ເປັນເຈົ້າການ ປະຕິບັດກົດໝາຍ ແລະ ກົດລະບຽບຂອງລັດ ປະຕິບັດໄດ້ 95 %, ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ ປະຕິບັດໄດ້ 93,3 %, ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ປະຕິບັດໄດ້ 94 % ແລະ ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ປະຕິບັດໄດ້ 93%. ຈຶ່ງເຫັນວ່າກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ສາມາດປະຕິບັດໄດ້ຕາມມາດຖານ ແລະ ຖືກຮັບຮອງ ເປັນກຳມະບານ 5 ເປັນເຈົ້າ.
ພິທີທີ່ມີຄວາມໝາຍ ຄວາມສຳຄັນ ນີ້ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມ ຂອງ ທ່ານ ຂັນໄຊ ຫຼວງຜ່ານ ຮອງປະທານ ສະຫະພັນກຳມະບານແຂວງ ພ້ອມທັງມອບໃບຢັ້ງຢືນກຳມະບານ 5 ເປັນເຈົ້າ ໃຫ້ ຄະນະກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ມອບໃບຍ້ອງຍໍໃຫ້ແກ່ສະມາຊິກກຳມະບານທຸກສະຫາຍ, ພິທີໄດ້ປະກາດປິດ ໃນເວລາ 11:00 ໂມງ ຂອງວັນດຽວກັນ ດ້ວຍຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa