ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ (ຄອຮຂຈ) ເຂົ້າຮ່ວມ ກອງປະຊຸມວຽກງານຂໍ້ມູນຂ່າວສານ ແລະ ສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈໍາໄຕມາດ IV ແລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2023 ຜ່ານລະບົບ (VIDEO CONFERENCE)

ກອງປະຊຸມໄດ້ຈັດຂຶ້ນ ໃນເຊົ້າວັນທີ 13 ທັນວາ 2023 ໂດຍກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ຄະນະຮັບຜິດຊອບເວບໄຊ໌ ບັນດາໂຄສະນາອົບຮົມແຂວງ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງກອງປະຊຸມ ແນ່ໃສ່ເຮັດໃຫ້ການເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງ ທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາແຕ່ລະຂັ້ນ, ໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີການ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ມີຄຸນນະພາບສູງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa