ພິທີປະກາດ ການຈັດຕັ້ງຄະນະໂຄສະນາອົບຮົມ ແຂວງວຽງຈັນ

ຕອນເຊົ້າ ວັນທີ 20 ມິຖຸນາ 2023,​ ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງຂອງຄະນະໂຄສະນາອົບຮົມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 13 ສະຫາຍ.

ພິທີດັ່ງກ່າວ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ການເຄື່ອນໄຫວວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີ ແລະ ທິດທາງ ຄາດໝາຍສູ້ຊົນ ໃນ 6 ເດືອນ ທ້າຍປີ 2023 ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ສະເໜີໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ແຂວງວຽງຈັນ ສະບັບເລກທີ 119/ຄປພ ວຈ, ລົງວັນທີ 30 ພຶດສະພາ 2023 ວ່າດ້ວຍ ການແຕ່ງຕັ້ງບົ່ງໂຕ ສະຫາຍ ສີທົນ ແສງພະຈັນ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມະຕິ ເລກທີ 124/ຄປພ ວຈ, ລົງວັນທີ 30 ພຶດສະພາ 2023 ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ສີທົນ ແສງພະຈັນ ເປັນຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະເໜີໂດຍ ທ່ານ ສອນໄຊ ຫຼວງອາໄພ ຮອງຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ.

ໃນພິທີອັນມີຄວາມໝາຍ ຄວາມສໍາຄັນ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ ຕໍ່ພິທີດັ່ງກ່າວແມ່ນ: ມີຄວາມໝາຍ ແລະ ເປັນເຫດການທາງການເມືອງທີ່ສໍາຄັນຂອງພັກ, ການຍົກຍ້າຍ ຊັບຊ້ອນ, ການມອບ-ໂອນ, ການປ່ຽນຖ່າຍ ແມ່ນກົດເກນແຫ່ງການຄົງຕົວ ແລະ ການຂະຫຍາຍຕົວຂອງພັກ, ການປັບປຸງກົງຈັກການຈັດຕັ້ງ ແມ່ນວຽກງານປົກກະຕິຂອງພັກ… ພ້ອມທັງ ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ທີ່ສາມາດຍາດໄດ້ຜົນງານດີເດັ່ນຫຼາຍດ້ານ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຕໍ່ກັບໜ້າທີ່ການເມືອງ ທີ່ຈະຕ້ອງໄດ້ຮັບຜິດ ຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ, ຕໍ່ໝູ່ຄະນະ, ຕໍ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ສືບຕໍ່ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ຂອງຂັ້ນເທິງ ວາງອອກແຕ່ລະໄລຍະ ນຳໄປເຜີຍແຜ່ເຊື່ອມຊຶມເຂົ້າໃນຊີວິດຕົວຈິງ ຢ່າງເລິກເຊິ່ງ, ໜັກແໜ້ນ. ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນ ແໜ້ນໜາ, ເປັນແບຢ່າງທີ່ດີໃຫ້ກັບມະຫາຊົນ ແລະ ສືບຕໍ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີຫັນປ່ຽນຢ່າງຕັ້ງໜ້າ, ດີຂຶ້ນກ່ວາເກົ່າ.

ຕອນທ້າຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຮັບໜ້າທີ່ ແລະ ຮັບຄໍາໂອວາດ ຈາກຄະນະພັກຂັ້ນເທິງ ເພື່ອເປັນເຂັ້ມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ເກີດໝາກຜົນຕົວຈິງ ແລະ ຢັ້ງຢືນວ່າ:
1. ຈະຕັ້ງໜ້າຈັດຕັ້ງເຊື່ອມຊຶມ, ເຜີຍແຜ່, ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືທິດຊີ້ນໍາຂອງຂັ້ນເທິງ ເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.
2. ຕັ້ງໜ້າປັບປຸງແຜນການເຄື່ອນໄຫວນໍາພາ ແລະ ວິທີເຮັດວຽກ ໃຫ້ດີຂຶ້ນ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕ ຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ນໍາໃຊ້ສະຕິປັນຍາຂອງໝູ່ຄະນະ ຢ່າງປະດິດສ້າງ. ເອົາໃຈໃສ່ຕິດຕາມ ກວດກາ, ສະຫຼຸບ ຖອດຖອນບົດຮຽນ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ຢ່າງເປັນປົກກະຕິ.
3. ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນປຸກລະດົມຄວາມຕື່ນຕົວຕໍ່ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ດີຂຶ້ນ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງວຽງຈັນ ພວກເຮົາ ໃຫ້ຈະເລີນຮຸ່ງເຮືອງ.
ພິທີດັ່ງກ່າວ ໄດ້ສິ້ນສຸດ ໃນເວລາ 11: 00 ໂມງ ຂອງວັນດຽວກັນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa