ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງສົມທົບກັບ ຄະນະໂຄສະນາອົບຮົມເມືອງໂພນໂຮງ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບໃນທົ່ວເມືອງ

ໃນວັນທີ 19 ພຶດສະພາ 2023 ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຄະນະໂຄສະນາອົບຮົມເມືອງ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງໂພນໂຮງ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ບຸນແທນ ແກ້ວປະເສີດ, ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ການເຂົ້າຮ່ວມຂອງ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະຮັບຜິດຊອບຂັ້ນເມືອງ ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 8 ທ່ານ, ໃນນີ້ ເປັນນັກສຳມະນາກອນ ຈຳນວນ 29 ທ່ານ, ຍິງ 7 ທ່ານ.

ຊຸດຝຶກອົບຮົມ ແມ່ນໄດ້ນໍາເອົາເອກະ ສານທີ່ສໍາຄັນ ແລະ ຈໍາເປັນເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມຊຶມ ເຊັ່ນ: ບັນຫາພື້ນຖານ ກ່ຽວກັບຫາງສຽງສັງຄົມ, ວິທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ.
ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອເປັນຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ຄະນະຮັບຜິດ ຊອບວຽກງານສັງລວມ-ຫາງສຽງສັງຄົມ, ສ້າງບາດກ້າວບຸກທະລຸອີກບາດກ້າວໜຶ່ງ ໃນຂົງເຂດວຽກງານໂຄສະນາອົບຮົມ, ເພີ່ມທະວີຄວາມເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ໃນການປະຕິບັດໜ້າທີ່ວຽກງານການເມືອງ-ແນວຄິດ ທັງຢູ່ຂັ້ນເມືອງ ແລະ ຮາກຖານບ້ານ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃຫ້ດີຂຶ້ນກວ່າເກົ່າ, ກ້າວໄປເຖິງການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດລົງເທື່ອລະກ້າວ, ຜ່ານການຝຶກອົບຮົມ ສາມາດປະເມີນຄວາມຮັບຮູ້ ເຂົ້າໃຈ ຂອງນັກສໍາມະນາກອນ ໃນລະດັບດີ ກວມເອົາ 91,5%, ລະດັບປານກາງ 8,5% ພ້ອມທັງໄດ້ມອບໃບຢັ້ງຢືນໃຫ້ກັບນັກສໍາມະນາກອນທີ່ເຂົ້າຮ່ວມທັງໝົດ.
ໃນພິທີອັນມີຄວາມໝາຍ ສໍາຄັນ ໃນຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນໍາຈາກ ທ່ານ ບຸນແທນ ແກ້ວປະເສີດ ຮອງເລຂາພັກເມືອງໂພນໂຮງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ເຊິ່ງທ່ານໄດ້ເນັ້ນບາງບັນຫາ ແລະ ຄວນເພີ່ມຄວາມໃຈໃສ່ ດັ່ງນີ້:
1. ຕາໜ່າງເພື່ອນຮ່ວມງານ ຕ້ອງຍົກສູງສະຕິເປັນເຈົ້າ ບຸກບືນຕໍ່ໜ້າທີ່, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະ ແມ່ນບັນດາເນື້ອໃນເອກະສານທີ່ໄດ້ອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
2. ເພີ່ມທະວີການສຶກສາອົບຮົມວຽກງານການເມືອງ-ແນວຄິດ ຕໍ່ກັບບັນຫາຕ່າງໆ ທີ່ພວກເຮົາກຳລັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ພາກພື້ນສາກົນທີ່ມີໃນປັດຈຸບັນ ໃຫ້ທົ່ວເຖິງໃນຖັນແຖວສະມາຊິກພັກ, ພະນັກງານໃນຂອບເຂດຄວາມຮັບຜິດຊອບ ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ.
3. ເອົາໃຈໃສ່ປັບປຸງກົງຈັກຂອງຄະນະຮັບຜິດຊອບ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ແຕ່ລະຂັ້ນ ໃຫ້ມີຄຸນນະພາບ, ເລືອກເຟັ້ນ, ບຳລຸງໃຫ້ພຽງພໍທາງດ້ານຈຳນວນ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ເພື່ອເຄື່ອນໄຫວເຮັດວຽກງານຕົວຈິງຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນ ໃນການຕິດຕາມ, ເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານໃຫ້ຄະນະພັກຂັ້ນເທິງຊາບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອສັງລວມລາຍງານຂໍທິດຊີ້ນຳ, ການແກ້ໄຂໃຫ້ທ່ວງທັນຕາມກຳນົດເວລາ.
4.ຕັ້ງໜ້າເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນໝູ່ຄະນະ, ພະນັກງານ, ສະມາຊິກພັກ, ເພື່ອນຮ່ວມງານ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ, ເພື່ອພ້ອມກັນປົກປັກຮັກສາ ແລະ ພັດທະນາ ເມືອງຂອງພວກເຮົາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພິທີດັ່ງກ່າວ ແມ່ນໄດ້ດໍາເນີນມາເປັນເວລາ 1 ວັນ ແລະ ໄດ້ສິ້ນສຸດ ໃນເວລາ 16:00 ໂມງ ຂອງດຽວກັນ ດ້ວຍຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa