ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກ ແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນວາລະສານກົງສ້ານ ພັກຄອມມູນິດຫວຽດນາມ

ໃນຕອນເຊົ້າ ວັນທີ 29 ກໍລະກົດ 2026 ທີ່ຫ້ອງຮັບຮອງຂອງແຂວງວຽງຈັນ, ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້ຕ້ອນຮັບຢ່າງອົບອຸ່ນແກ່ທ່ານ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການວາລະສານກົງສ້ານ ພັກຄອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ. ເຂົ້າຮ່ວມຕ້ອນຮັບມີທ່ານ ນ.ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງ ໄດ້ພ້ອມກັນຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດນີ້, ທ່ານ ພອນແກ້ວ ຂຸນພົນ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນ ຊຶ່ງເປັນການສືບຕໍ່ສາຍພົວພັນມິດຕະພາບແບບພິເສດ ແລະ ຄວາມຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມກັນນີ້ ທ່ານໄດ້ແນະນຳສະພາບລວມຂອງແຂວງວຽງຈັນ ໂດຍສະເພາະທ່າແຮງດ້ານກະສິກຳ, ດ້ານການທ່ອງທ່ຽວ ແລະ ຈຸດເດັ່ນຂອງແຂວງ ເຊັ່ນ: ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ ທີ່ມີທ່າແຮງ ດ້ານທຳມະຊາດ ແລະ ການທ່ອງທ່ຽວ.
ນອກນັ້ນ ຍັງໄດ້ແຈ້ງໃຫ້ຄະນະຜູ້ແທນຊາບວ່າ ໃນປີ 2025 ເສດຖະກິດ (GDP) ຂອງແຂວງຂະຫຍາຍຕົວໄດ້ 5,7% ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 1.594 ໂດລາສະຫະລັດ.
ພ້ອມນີ້,ທ່ານຍັງໄດ້ແຈ້ງໃຫ້ແຂກຊາບກ່ຽວກັບວຽກໂຄສະນາອົບຮົມແຂວງເຊິ່ງເຮັດວຽກງານໂຄສະນາເຜີຍແຜ່ແນວທາງຂອງພັກເພື່ອເຮັດໃຫ້ປະຊາຊົນເຊື່ອມຊຶມແນວທາງຂອງພັກແລະພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນແຕ່ລະໄລຍະ.
ຈາກນັ້ນ, ທ່ານ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການວາລະສານກົງສ້ານພັກຄອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນຳແຂວງວຽງຈັນ ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ. ພ້ອມກັນນັ້ນ ທ່ານໄດ້ເຊີນຊວນການນຳແຂວງວຽງຈັນ ໄປຢ້ຽມຢາມ ແລະ ແລກປ່ຽນປະສົບການກັບວາລະສານກົງສ້ານພັກຄອມມູນິດຫວຽດນາມ ໃນໂອກາດອັນເໝາະສົມ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ແລະ ຄວາມຮ່ວມມືດ້ານວຽກງານສື່ສານ ແລະ ການໂຄສະນາລະຫວ່າງສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງຂຶ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa