ຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ທັນວາ 2025 ຢູ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມບັນດາເມືອງ, ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ກ່າວເປີດຊຸດຝຶກອົບຮົມວ່າ: ການຈັດຊຸດຝຶກອົບຮົມຄັ້ງນີ້ຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຄະນະໂຄສະນາອົບຮົມ ແລະ ເມືອງ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ກຽ່ວກັບເຮັດວຽກງານອົບຮົມຂອງພັກ, ໂດຍແມ່ນດຳເນີນໄປສອງໜ້າວຽກໃຫຍ່ສຳຄັນຄື ສ້າງເອກະສານ-ປັບປຸງເອກະສານສຳລັບອົບຮົມ ແລະ ຈັດຕັ້ງຝຶກອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ ແລະ ໄປຕາມຫຼັກການຂອງວຽກງານອົບຮົມ ເຊິ່ງສະແດງອອກ ຫຼັກການຂອງພັກ,ຫຼັກການດ້ານວິທະຍາສາດ ແລະ ຫຼັກການເປັນເອກະພາບລະຫວ່າງທິດສະດີກັບພຶດຕິກໍາ. ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເພື່ອປັບປຸງຍົກລະດັບຄວາມຮູ້ຂອງພະນັກງານໃຫ້ສູງຂຶ້ນ ແລະ ສາມາດຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບຜົນດີກວ່າເກົ່າ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງສ້າງຄວາມເຂັ້ມແຂງໃຫ້ພະນັກງານຄະນະໂຄສະນາອົບຮົມ ທັງຮັບປະກັນຄຸນນະພາບ ຢູ່ຂັ້ນແຂວງ ແລະ ເມືອງ ໃນຊຸດຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ ເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ຈຳນວນ 5 ເອກະສານ ຄື: ເອກະສານວຽກງານໂຄສະນາອົບຮົມຂອງພັກ, ເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ເອກະສານການຂຽນ ແລະການປັບປຸງເອກະສານອົບຮົມ, ເອກະສານການບັນຍາຍເອກະສານອົບຮົມ ແລະ ເອກະສານການຈັດຕັ້ງຝຶກອົບຮົມວຽກງານອົບຮົມ ເພື່ອບັນລຸຈຸດປະສົງດັ່ງກ່າວນັ້ນ ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຮຽກຮ້ອງໃຫ້ບັນດາທ່ານນັກສໍາມະນາກອນທັງໝົດ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ, ຕັ້ງໜ້າຄົ້ນຄວ້າ ເຊື່ອມຊຶມ ບັນດາເນື້ອໃນເອກະສານຕ່າງໆ.

ພ້ອມນັ້ນ ກໍເປັນເຈົ້າການຕິດຕາມການບັນຍາຍເອກະສານ ຂອງຄະນະຮັບຜິດຊອບ ທີ່ໄດ້ຂຶ້ນຫ້ອງສະເໜີແຕ່ລະເອກະສານ ດ້ວຍຄວາມເອົາໃຈໃສ່ສູງ;ກຳໃຫ້ໄດ້ບັນດາເນື້ອໃນເອກະສານ ແລະ ນຳເອົາເນື້ອໃນນັ້ນ ໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນ ແລະ ວຽກງານທີ່ຕົນເອງຮັບຜິດຊອບ ເພື່ອສົມທຽບບັນດາບົດຮຽນທີ່ໄດ້ຮຽນກັບພຶດຕິກຳຕົວຈິງໃນການເຄື່ອນໄຫວວຽກງານຂອງຕົນໃນໄລຍະທີ່ຜ່ານມາ, ແນໃສ່ປັບປຸງແບບແຜນດຳລົງຊີວິດ ແລະ ແບບແຜນວິທີເຮັດວຽກ ກໍ່ຄືການນໍາພາ-ຊີ້ນໍາຂອງບັນດາທ່ານ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ກໍຄືແຂວງວຽງຈັນ ຂອງພວກເຮົາ ໃຫ້ນັບມື້ນັບເຂັ້ມແຂງແລະ ຮຸ່ງເຮືອງຂຶ້ນໄປເລື້ອຍໆ.
