ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ໃນວັນທີ 1 ຕຸລາ 2024, ເວລາ 8:00 ໂມງ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກແຂວງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ; ພ້ອມດ້ວຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນ ຕາງໜ້າໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

 

ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບ ຢັ້ງຢືນເຖິງໝາກຜົນສຳເລັດ ໃນການກໍ່ສ້າງໜ່ວຍພັກຮາກຖານຂອງຕົນ ໄລຍະຜ່ານມາ ໂດຍຢຶດໝັ້ນຕາມ 5 ຫຼັກການ, 3 ທິດນໍາຂອງພັກ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ເອົາໃຈໃສ່ປັບປຸງ, ກໍ່ສ້າງໜ່ວຍພັກ ທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ-ວິທີເຮັດວຽກ ແລະ ການນຳພາ-ຊີ້ນຳວິຊາສະເພາະ. ບັນດາສະຫາຍ ຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີຄວາມບຸກບືນຫ້າວຫັນ, ຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ເຮັດວຽກຕາມມະຕິ, ເຂັ້ມງວດຕໍ່ລະບຽບວິໄນ, ເປັນເອກະພາບດ້ານແນວຄິດ ແລະ ການກະທໍາ, ເສີມຂະຫຍາຍລັກສະນະນໍາໜ້າຂອງພັກ ເຂົ້າໃນວຽກງານຂະແໜງການລັດ ແລະ ອົງການຈັດຕັ້ງມະຫາຊົນ. ສັງລວມຜົນການຕີລາຄາປະເມີນຜົນ ຂອງສະມາຊິກພັກ ແລະ ໜ່ວຍພັກ ເຫັນວ່າ ມີສະມາຊິກພັກແຂງ ທັງໝົດ 22 ສະຫາຍ, ຍິງ 14 ສະຫາຍ ກວມເອົາ 100 % ຄະແນນລວມ ສະເລ່ຍ 9,5 ຄະແນນ, ຈັດປະເພດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນນາມມະຍົດຕ່າງໆ ຄືດັ່ງນີ້:

– ມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໃຫ້ແກ່ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ຮັບໂດຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ.

 

– ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງ ໃຫ້ຜູ້ມີຜົນງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໃຫ້ແກ່ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ທີ່ສຳເລັດໜ້າທີ່ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການ ເມືອງ ຢູ່ເມືອງແກ້ວອຸດົມ.

 

– ມອບໃບຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງສາ ແລະ ພັດທະນາແຂວງວຽງຈັນ ປະຈຳປີ 2023 ໃຫ້ແກ່ສະມາຊິກພັກ, ພະນັກງານ ຄະນະໂຄສະນາອົບຮົມແຂວງ ຈຳນວນ 22 ສະຫາຍ.

          ພິທີ ໄດ້ຮັບຟັງໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ກ່ອນອື່ນໝົດສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຢັ້ງຢືນເຖິງໝາກຜົນສຳເລັດທີ່ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຍາດມາໄດ້ໃນປີຜ່ານມາ ແລະ ເນັ້ນໜັກໃນການສືບຕໍ່ຈັດຕັ້ງປະຕິບັດ ມະຕິຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ຄຳສັ່ງຂອງຄະນະປະຈຳພັກແຂວງວຽງຈັນ ເລກທີ 013/ຄປພ ວຈ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ບຸນລຸລະດັບຄາກໝາຍທີ່ວາງໄວ້. ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ເສີມຂະຫຍາຍບົດບາດການນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງບໍລິຫານລັດ ດ້ວຍກົດໝາຍ, ປັບປຸງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ, ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ເພື່ອເປັນພື້ນຖານໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຄະນະພັກ, ສະມາຊິກພັກທຸກສະຫາຍ ເພີ່ມທະວີຄວາມເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ປະສົບການຕົວຈິງ, ຫຼີກເວັ້ນປະກົດການຫຍໍ້ທໍ້ຕ່າງໆ, ເຄົາລົບປະຕິບັດກົດລະບຽບພັກ, ຂໍ້ຫ້າມຂອງສະມາຊິກພັກ ເພື່ອຮັກສານາມມະຍົດ ທີ່ມີກຽດອັນສູງສົ່ງນີ້ໄວ້ໃຫ້ຄົງຕົວຕະຫຼອດໄປ.

 

         

 

ເຄຼດິດຮູບພາບ: ນັກຂ່າວ ຖວທ ແຂວງວຽງຈັນ

ບົດຂ່າວ: ຄະນະໂຄສະນາອົບຮົມແຂວງວຽງຈັນ​

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa