ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ໃນວັນທີ 1 ຕຸລາ 2024

ໃນວັນທີ 1 ຕຸລາ 2024, ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກແຂວງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ການເຂົ້າຮ່ວມ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າພະແນກພາຍໃນແຂວງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ ແລະ ສະມາຊິກພັກ, ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

 

 

 

ໂດຍ ສະຫາຍ ເພັດສະໝອນ ກໍ່າບຸນລ້ຽງ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 212/ຄປພ ວຈ, ລົງວັນທີ 11 ກັນຍາ 2024 ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ເຫັນດີແຕ່ງຕັ້ງ ສະຫາຍ ນາງມະນີຈັນ ທຳມະໂຄດ, ຄະນະໜ່ວຍພັກ, ຫົວໜ້າຂະແໜງບໍລິຫານ ຂຶ້ນເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ.

 

 

 

          ໃນພິທີອັນມີຄວາມໝາຍສຳຄັນ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ຍັງໄດ້ໃຫ້ກຽດໂອ້ລົມ, ໃຫ້ທິດຊີ້ນໍາ ແລະ ໄດ້ຊົມເຊີຍຕໍ່ຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ເຊິ່ງສະຫາຍເປັນຜູ້ທີ່ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ມີຄວາມເອົາໃຈໃສ່ພັດທະນາການຈັດຕັ້ງ, ພະນັກງານໃນສັງກັດ, ເປັນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ຈາກຄະນະພັກຂັ້ນເທິງ ແລະ ຜູ້ກ່ຽວກໍຢູ່ໃນການຈັດຕັ້ງຄະນະໜ່ວຍພັກ ມາໄດ້ 2 ສະໄໝແລ້ວ ບໍ່ເຄີຍມີຫາງສຽງໃດໆ, ໃນໂອກາດທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນຕຳແໜ່ງ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຢ່າງສົມກຽດນີ້ ກໍຕິດພັນກັບໜ້າທີ່ຄວາມຮັບຜິດຊອບທີ່ສູງຂຶ້ນກວ່າເກົ່າ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ຄະນະໂຄສະນາອົບຮົມແຂວງ ແບ່ງໜ້າທີ່, ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງ, ຖ້າເຮັດໄດ້ແນວນີ້ ຈະເຮັດໃຫ້ຄວາມສາມັກຄີພາຍໃນດີຂຶ້ນ, ຫຼີກເວັ້ນການເຮັດວຽກບໍ່ໄປຕາມຫຼັກການຂອງພັກ ວາງອອກ, ຕິດພັນກັບແບບແຜນວິທີນຳພາທີ່ດີ ແລະ ແບບແຜນດຳລົງຊີວິດທີ່ຖືກຕ້ອງ. ນອກນັ້ນ ຍັງໂອ້ລົມວຽກງານການເມືອງ-ແນວຄິດ ເພີ່ມຕື່ມບາງບັນຫາ, ພິທີໄດ້ປິດລົງ ເວລາ 11:30 ໂມງ ຂອງວັນດຽວກັນ.

 

 

 

ເຄຼດິດຮູບພາບ: ນັກຂ່າວ ຖວທ ແຂວງວຽງຈັນ

ຂຽນຂ່າວ: ຄະນະໂຄສະນາອົບຮົມແຂວງວຽງຈັນ

 

 

 

 

 

 

 

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa