ໃນວັນທີ 10-11 ກັນຍາ 2025 ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ 2 ເມືອງຄື: ເມືອງເຟືອງ ແລະ ທຸລະຄົມ ນໍາພາໂດຍທ່ານ ຂັນໄຊ ຫຼວງຜ່ານ ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນ. ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 244/ຄອຮ ຂຈ, ລົງ ວັນທີ 05 ກັນຍາ 2025 ແລະ ຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 245/ຄອຮ ຂຈ, ລົງວັນທີ 05 ກັນຍາ 2025 ເຊິ່ງແບ່ງອອກເປັນ 2 ຈຸໃນການແບ່ງຄວາມຮັບຜິດຊອບລົງຊຸກຍູ້ວຽກງານວິຊາສະເພາະຢູ່ບັນດາເມືອງ ແລະ ໄດ້ນຳເອົາເອກະສານທີ່ກ່ຽວຂ້ອງນຳລົງໄປເຜີຍແຜ່ຊຸກຍູ້ຄື:
Category Archives: ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ
ວັນທີ 29 ສິງຫາ 2025 ແຂວວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງມະລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ມີຄະນະຮັບຜິດຊອບປັບປຸງການຈັດຕັ້ງຂອງແຂວງ, ແຂກຖືກເຊີນທີ່ຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື:
ໃນຕອນເຊົ້າ ຂອງວັນທີ 11 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 4 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 28 ສະຫາຍ, ຍິງ 20 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໃນວັນທີ 29 ພຶດສະພາ 2025 ຢູທີ່ຫ້ອງປະຊຸມກວດກາພັກແຂວງ ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີຮັບຮອງໜ່ວຍ 3 ດີ ຄັ້ງທີ 4 ສະໄໝທີ VIII ໂດຍການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ຫົວໜ້າໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສົມພາວັນ ເພັດລາວັນ ຄະນະພັກ, ຮອງປະທານສະຫະພັນແມ່ຍິງແຂວງ, ສະມາຊິກສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນາງ ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາທ່ານແຂກຖືກເຊີນຈາກໜ່ວຍສະຫະພັນແມ່ຍິງອ້ອມຂ້າງ, ຕາງໜ້າໜ່ວຍກຳມະບານຮາກຖານ, ໜ່ວຍຊາວໜຸ່ມຮາກຖານ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງໃນໜ່ວຍຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 21 ທ່ານ.
ໃນວັນທີ 14 ກຸມພາ 2024 ໄດ້ເປີດກອງປະຊຸມໃຫຍ່ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຂຶ້ນຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ປະທານກຳມະບານຮາກຖານ, ຫົວໜ້າຂະແໜງບໍລິຫານ ແລະ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ, ປະທານສະຫະພັນກຳມະບານແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກ ກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 18 ສະຫາຍ.
ໃນຕອນເຊົ້າຂອງວັນທີ 12 ທັນວາ 2023 ນີ້, ຢູ່ທີ່ຫ້ອງຊຸມຄະນະກວດກາພັກ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ເປັນໜ່ວຍສະຫະພັນແມ່ຍິງ 3 ດີ, ໂດຍການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ປະທານໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາໜ່ວຍສະຫະ ພັນແມ່ຍິງ ຕາງໜ້າຂອງພະແນກການອ້ອມຂ້າງ ແລະ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ. ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງວຽງຈັນ
ພິທີສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2023 ເວລາ 8:00 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຂັນໄຊ ຫຼວງຜ່ານ ຮອງປະທານ ສະຫະພັນກຳມະບານແຂວງ, ມີບັນດາທ່ານ ຕາງໜ້າຄະນະກຳມະບານຮາກຖານອ້ອມຂ້າງ ແລະ ສະມາຊິກກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 14 ທ່ານ.
ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.