Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ

ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ປຶກສາຫາລືກ່ຽວກັບວຽກງາານໂຄສະນາ ແລະ ຂ່າວສານ.

ຕອນບ່າຍວັນທີ 29 ພຶດສະພາ 2026 ນີ້, ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງາານໂຄສະນາ ແລະ ຂ່າວສານ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປະເສີດ ມະນີໄຊ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂອງສອງພາກສ່ວນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ທ່ານ ຄຳປະເສີດ ມະນີໄຊ ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແນໃສ່ຍົກລະດັບວຽກງານສື່ມວນຊົນ ໃຫ້ເຮັດລ້ອນໜ້າທີ່ໃນການເປັນກະບອກສຽງໃຫ້ ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະ ຫ້ອງວ່າການແຂວງ, ເພື່ອປຶກສາຫາລືຊອກຫາວິທີປັບປຸງແກ້ໄຂວຽກງານດັ່ງກ່າວ ໃຫ້ມີການພັດທະນາດີຂຶ້ນ, ຮັບປະກັນທາງດ້ານເນື້ອໃນ, ຮູບການ ຖືກຕ້ອງ, ຊັດເຈນ, ວ່ອງໄວທັນກັບເຫດການ. ໂອກາດນີ້, ທ່ານ ສຳພັນ ມະນີຈັນ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານຂອງສື່ມວນຊົນແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ແຜນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ […]

ແຂວງວຽງຈັນຈັດປາຖະກະຖາ4ວັນປະຫວັດສາດ.

ໃນວັນທີ 28 ພຶດສະພາ 2026 ນີ້ ແຂວງວຽງຈັນໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການປາຖະກະຖາຂອງ ທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີບັນດາການນຳຂັ້ນແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມຮັບຟັງ.

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

  ໃນຕອນເຊົ້າ ຂອງວັນທີ 08 ພຶດສະພາ 2026, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈຳປີ 2026, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນຕົວຈິງມາຈາກ 3 ພາກສ່ວນເຊິ່ງມີ 11 ສະຫາຍ, ຍິງ 08 ສະຫາຍ.

ແຂວງວຽງຈັນ ປາຖະກະຖາ ແລະ ສະເຫຼີມສະຫຼອງ ວັນກໍາມະກອນສາກົນ ຄົບຮອບ 140 ປີ.

ໃນຕອນເຊົ້າ ຂອງວັນທີ 6 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886-01 ພຶດສະພາ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ທ່ານ ສອນໄຊ ຫຼວງອາໄພ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ບັນດາສະມາຊິກກໍາມະບານຈາກບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງວຽງຈັນ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ວັນທີ 1 ພຶດສະພາ ເຊິ່ງໄດ້ເກີດຂຶ້ນມາຈາກຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX […]

ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ຄະນະກວດກາພັກ-ລັດ ແຂວງ ຈັດພິທີປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ.

ໃນວັນທີ 6 ພຶດສະພາ 2026 ນີ້, ຄະນະໂຄສະນາອົບຮົມແຂວງວຽງຈັນ ຮ່ວມກັບຄະນະກວດກາພັກ-ລັດ ແຂວງ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ140 ( 1 ພຶດສະພາ 1886 – 1 ພຶດສະພາ 2026) ຂຶ້ນຢູ່ທີ່ຫ້ອງປະຊຸມເບີ1 ຊັ້ນ4 ຂອງສໍານັກງານປົກຄອງແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ຫລວງອາໄພ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ເຂົ້າຮ່ວມມີຄະນະນຳ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດ ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້ທ່ານ ສອນໄຊ ຫລວງອາໄພ ໄດ້ໃຫ້ກຽດເລົ່າຄືນເຖິງປະຫັວດ ແລະ ຕົ້ນກໍາເນີດຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ບາງຕອນວ່າ:  ຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX ເມື່ອຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ […]

ຄະນະໂຄສະນາອົບຮົມແຂວງ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2025.

  ໃນວັນທີ 7 ພຶດສະພາ 2026, ຢູທີ່ຫ້ອງປະຊຸມຊັ້ນ4 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພັດ ຈັນຊົມພູ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳລວມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ມີຄະນະພັກ, ຄະນະນຳ ແລະ ຫົວໜ້າຂະແໜງ ຂອງຄະນະໂຄສະນາອົບຮົມແຂວງ. ໃນພິທີ ທ່ານ ພວງພັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດແຂວງ, ຄະນະຮັບຜິດຊອບຊີ້ນຳລວມປະ

ພິທີ ປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ.

ໃນຕອນບ່າຍຂອງວັນທີ 9 ເມສາ 2026ນີ້ ຢູູ່ທີ່ຫ້ອງປະຊຸມເບີ1ຊັ້ນ4ຫ້ອງວ່າການແຂວງວຽງຈັນ ໄດ້ຈັດໃຫ້ມີ ພິທີ ປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ຜູ້ຊີ້ນວຽກງານການເມືອງແນວຄິດ,ວຽກພັກພະນັກງານ, ມີສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີເລຂາໜ່ວຍພັກອ້ອມຂ້າງ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ. ໃນພິທີ ສະຫາຍ ສຸວັນຄຳ ອິນທິກຳລັງ ຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນ ວ່າດ້ວຍການຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ມະນີຈັນ ທຳມະໂຄດ ເປັນເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ເປັນຮອງເລຂາ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໃຫ້ກຽດມອບ […]

ກົມໂຄສະນາ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ.

ວັນທີ 13 ມີນາ 2026, ກົມໂຄສະນາ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງວຽງຈັນ, ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາສູນກາງພັກ, ມີບັນດາຮອງກົມ,ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຂອງຄະນະໂຄສະນາອົບຮົມ ແຂວງວຽງຈັນເຂົ້າຮ່ວມ.

ແຂວງວຽງຈັນ ເຜີຍແຜ່ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ໃນວັນທີ 12 ມີນາ 2026 ນີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ, ເລຂາພັກແຂວງວຽງຈັນ, ມີຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.

ແຂວງວຽງຈັນ ຈັດພິທີຮັບຊົມການຖ່າຍທອດສົດ ໃນການເຜີຍແຜ່ ແລະ ເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ.

ວັນທີ 25ກຸມພາ 2026 ນີ້ ແຂວງວຽງຈັນໄດ້ຈັດພິທີຮັບຊົມການຖ່າຍທອດສົດໃນການເຜີຍແຜ່ແລະເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຢູ່ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ.ໃນການຈັດພິທີຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 1160/ຈຂ.ວຈ ລົງວັນທີ 5 ພະຈິກ 2021, ແຈ້ງການເຊີນຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 03/ຫສພ ລົງວັນທີ 13 ກຸມພາ 2026 ແລະ ອີງຕາມທິດຊີ້ນຳຂອງສະຫາຍເລຂາຄະນະບໍລິຫານງານພັກແຂວງວຽງຈັນ ໃນຄັ້ງວັນທີ 18 ກຸມພາ 2026.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa