Author Archives: admin

ທີມງານຄະນະໂຄສະນາອົມຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ລົງເຄື່ອນໄຫວເກັບກໍາຂໍ້ມູນ ຄອບຄົວຕົວແບບກ່ຽວກັບການລ້ຽງງົວ

ໃນວັນທີ 4 ທັນວາ 2024 ທີມງານຄະນະໂຄສະນາອົມຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ລົງເຄື່ອນໄຫວເກັບກໍາຂໍ້ມູນ ຄອບຄົວຕົວແບບກ່ຽວກັບການລ້ຽງງົວ ຢູ່ບ້ານໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ,ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍໄດ້ລົງເກັບຂໍ້ມູນ ຄອບຄົວທ່ານ ພັນທະບູນ ວົງໄຊ ຊຶ່ງແມ່ນໜຶ່ງໃນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວ ຂອງປະຊາຊົນ ບ້ານ ໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານຜ່ານສື່ (ເວັບໄຊສ໌) ປະຈຳໄຕມາດ IV (10,11,12) ປີ 2024.

ໃນຕອນເຊົ້າ ຂອງວັນທີ 19 ທັນວາ 2024 ທີ່ຜ່ານມາ, ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານສະພາບໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌)​ ປະຈຳໄຕມາດ IV/2024 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນໍາພາເຂົ້າຮ່ວມໂດຍ ທ່ານ ນ. ມະນີຈັນ ທໍາມະໂຄດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 7 ທ່ານ.

ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ 3 ຂັ້ນ ແຂວງວຽງຈັນ, ເຂົ້າຮ່ວມກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ (ຮອບທີ 2) ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນອົງຄະນະພັກເມືອງກາສີ

ໃນວັນທີ 12 ທັນວາ 2024 ອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ ໄດ້ເຂົ້າຮ່ວມສົມທົບກັບອະນຸກຳມະການບຸກຄະລາກອນ ຂັ້ນສູນກາງ-ແຂວງ ຊຸກຍູ້ດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ 2 ຂອງຄະນະບໍລິຫານງານພັກເມືອງກາສີ ເພື່ອຫ້າງຫາກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ຊຶ່ງຈະຈັດຂຶ້ນເປັນເມືອງຕົວແບບທຳອິດຂອງແຂວງວຽງຈັນ. ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບແຕ່ລະຂັ້ນ ກໍຄືບັນດາສະຫາຍໃນຄະນະບໍລິຫານພັກເມືອງ, ຜູ້ແທນສົມບູນ ແລະ ສຳຮອງ ຈຳນວນ 200 ກວ່າ ສະຫາຍ, ຊຶ່ງໄດ້ຮັບຟັງການຜ່ານ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ

ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ລົງຢ້ຽມຢາມເຮັດວຽກຢູ່ແຂວງວຽງຈັນ

          ໃນວັນທີ 9 ທັນວາ 2024 ແຂວງວຽງຈັນ ໄດ້ຕ້ອນຮັບການລົງມາເຮັດວຽກຂອງ ທ່ານ ຄຳພັນ ເຜີຍຍະວົງເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພ້ອມດ້ວຍຄະນະຕິດຕາມ ຈາກສູນກາງ; ຕາງໜ້າໃຫ້ແກ່ຄະນະພັກ-ຄະນະນຳຂອງແຂວງວຽງຈັນ ນຳພາໂດຍທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ໃຫ້ກຽດຕ້ອນຮັບ ແລະ ລາຍງານຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ໜ່ວຍພັກຂັ້ນບ້ານ, ສຳນັງານອ້ອມຂ້າງເມືອງ ແລະ ສຸມໃສ່ການດຳເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ, ອົງຄະນະພັກເມືອງ, ຄະນະພັກ 2 ກອງບັນຊາການ ແລະ ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກແຂວງວຽງຈັນ ໃຫ້ສຳເລັດຕາມແຜນຄາດຄະເນ.

ແຂວງວຽງຈັນ ຈັດຕັ້ງປະຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ.

  ໃນຕອນເຊົ້າຂອງວັນທີ 28 ພະຈິກ 2024 ເວລາ 8:30 ໂມງ ແລະ ດໍາເນີນໄປເປັນເວລາ 1 ຕອນ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ, ຄະນະໂຄສະນາອົບຮົມແຂວງ ໄປສົມທົບກັບຫ້ອງວ່າການແຂວງ, ຈັດພິທີ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໃຫ້ກຽດເປັນປະທານ ແລະ ຂື້ນປາຖະກະຖາ ໂດຍ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ […]

ພິທີປະກາດຍົກຍ້າຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ ໄປຮັບໜ້າທີ່ໃໝ່

  ພິທີໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2024 ທີ່ສະໂມສອນຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແຂວງວຽງຈັນ, ມີບັນດາພະແນກການ, ພະນັກງານທີ່ຖືກຍົກຍ້າຍ ພ້ອມດ້ວຍຄະນະພັກ-ຄະນະນຳ ເມືອງແກ້ວອຸດົມ ເຂົ້າຮ່ວມ.

ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 13 ສະໄໝທີ VI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 13 ສະໄໝທີ VI ໄດ້ດຳເນີນເປັນເວລາ 1 ວັນເຄິ່ງ (14 – 15 ພະຈິກ 2024) ພາຍໃຕ້ການນຳພາດຳເນີນກອງປະຊຸມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງວຽງຈັນ; ຜ່ານການສະຫຼຸບລາຍງານ, ການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຂອງບັນດາສະຫາຍຄະນະບໍລິຫານງານພັກແຂວງ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຢັ້ງຢືນເຖິງຜົນສຳເລັດແຫ່ງການນຳພາ-ຊີ້ນຳ ວຽກງານຮອບດ້ານຂອງແຂວງ ໃນ 9 ເດືອນ 2024 ຜ່ານມາ ຊຶ່ງສະແດງອອກ:

ຄະນະບໍລິຫານງານພັກແຂວງວຽງຈັນ ເປີດກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ VI ໃນວັນທີ 14 ພະຈິກ 2024

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 13 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 14 ພະຈິກ 2024, ຢູ່ທີ່ສະໂມສອນຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ 2 ກອງບັນຊາການ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ເຂົ້າຮ່ວມທັງໝົດ 61 ສະຫາຍ, ຍິງ 7 ສະຫາຍ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມຝຶກອົບຮົມການຂຽນຂ່າວ, ບົດຄວາມ ລົງເຜີຍແຜ່ໃນສື່ເອເລັກໂຕຼນິກ

ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມ ລົງເຜິຍແຜ່ໃນສື່ເອເລັກໂຕຼນິກ ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ຈັດຂຶ້ນໂດຍ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 4-7 ພະຈິກ 2024 ຜ່ານລະບົບກອງປະຊຸມທາງໄກ

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ໃນວັນທີ 1 ຕຸລາ 2024, ເວລາ 8:00 ໂມງ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກແຂວງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ; ພ້ອມດ້ວຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນ ຕາງໜ້າໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa