ຄະນະໂຄສະນາອົບ ແຂວງວຽງຈັນ ເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ຄັ້ງທີ VII ຂອງແຂວງ ຊຸດທີ 1.


ໃນວັນທີ 24 ສິງຫາ 2026 ນີ້ຢູ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີXIIຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີI ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ,ມີບັນດາສະຫາຍຄະນະປະຈຳພັກແຂວງ,ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ໄດ້ກ່າວເປີດພິທິຝຶກເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີXIIຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວຽງຈັນໃຫ້ແກ່ພະນັກງານຫລັກແແຫຼ່ງຂັ້ນແຂວງຊຸດທີI ວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນມະຕິຄັ້ງທີ XII ຂອງພັກ, ມະຕິຄັ້ງທີ VII ຂອງ ອົງຄະນະພັກແຂວງ ນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແທດເໝາະ ມີຜົນສໍາເລັດໃນພຶດຕິກຳຕົວຈິງ ຂອງແຕ່ລະຂະແໜງການ, ເພື່ອນໍາພາ ໃນການຫັນແນວທາງ, ນະໂຍບາຍຈາກຂັ້ນເທິງລົງສູ່ການຈັດຕັ້ງຕົວຈິງ, ດັ່ງນັ້ນໃນການຮຽນຮູ້ 19 ຫົວຂໍ້ທີ່ສໍາຄັນ ນັ້ນບໍ່ພຽງແຕ່ການຮັບຟັງທິດສະດີ, ແຕ່ຍັງເປັນໂອກາດອັນສໍາຄັນ ໃນການສ່ອງແສງຄົນ ແລະ ປັບປຸງ ແບບແຜນວິທີເຮັດວຽກຂອງຕົນໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂອດຂັ້ນທີ່ຊັກຊ້າ ແລະ ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ເພື່ອບັນລຸຈຸດປະສົງດັ່ງກ່າວ ພວກເຮົາຈະໄດ້ພ້ອມກັນຄົ້ນຄ້ວາ, ເຊື່ອມຊຶມເອກະສານຈໍານວນ 19 ຫົວຂໍ້ເຊິ່ງກວມເອົາ 5 ຂົງເຂດຄື:ຂົງເຂດການເມືອງ-ແນວຄິດ, ຂົງເຂດເສດຖະກິດ (ການລົງທຶນ ແລະ ການຜະລິດ),  ຂົງເຂດບໍລິການ – ບໍລິຫານລັດ ແລະ ກົດໝາຍ, ຂົງເຂດສັງຄົມ ແລະ ພັດທະນາຊົນນະບົດ,  ຂົງເຂດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
ໃນພິທີ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາແຂວງ ໄດ້ຜ່ານກົດລະບຽບຂອງການ ຝຶກອົບຮົມວ່າ: ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ຕ້ອງມອບວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຜູ້ປະຈຳການໃນໄລຍະທີ່ ຕົນເຂົ້າຮ່ວມຝຶກອົບຮົມ,ໃນເວລາເຂົ້າຮ່ວມຝຶກອົບຮົມຕ້ອງເອົາໃຈໃສ່ຕິຕາມການສະເໜີບົດໃນແຕ່ລະຫົວຂໍ້, ເປັນເຈົ້າການແລກປ່ຽນຄໍາຄິດເຫັນກັບວິທະຍາກອນຢ່າງສ້າງສັນ, ກົງໄປກົງມາ ຊອກໃຫ້ເຫັນ ທິດທາງ, ວິທີການທີ່ຖືກຕ້ອງສອດຄ່ອງ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ,ການເຂົ້າຮ່ວມຝຶກອົບຮົມໃນແຕ່ລະວັນຜູ້ເຂົ້າຮ່ວມ ຕ້ອງເປັນເຈົ້າການລົງທະບຽນໃຫ້ຄົບ ຖ້ວນ ແລະ ເຂັ້ມງວດ,ໃນກໍລະນີ, ເຈັບເປັນ ແລະອື່ນໆຊື່ງບໍ່ສາມາດມາເຂົ້າຮ່ວມຝຶກອົບຮົມໄດ້ ຕ້ອງລາຍງານໃຫ້ຄະນະ ຮັບຜິດຊອບເພື່ອຊາບ ຫຼື ກົມກອງຂອງຕົນຮັບຮູ້, ນັກຝຶກອົບຮົມທຸກຄົນຕ້ອງເຂົ້າຫ້ອງກ່ອນເວລາຢ່າງໜ້ອຍ 10 ນາທີ ແລະ ການນຸ່ງຖື ແມ່ນ ເຄື່ອງສຸພາບຮຽບຮ້ອຍ, ກໍລະນີຂາດການເຂົ້າຮ່ວມຝຶກອົບຮົມກາຍ 2 ວັນຂຶ້ນໄປ ບໍ່ວ່າຈະຢູ່ໃນເຫດຜົນໃດ, ຜູ້ກ່ຽວນັ້ນ ຈະຕ້ອງໄດ້ເຂົ້າຮ່ວມຝຶກອົບຮົມໃນຊຸດຕໍ່ໄປ ທັງນີ້ກໍ່ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa