ໃນຕອນເຊົ້າຂອງວັນທີ 18 ສິງຫາ 2026 ທີ່ຜ່ານມານີ້, ທ່ານ ນາງ ຈັນທະຄອນ ສີອໍາພອນ ກໍາມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເຂົ້າຮ່ວມພິທີປະກາດຮັບຮອງເອົາເມືອງທຸລະຄົມເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເຊິ່ງເປັນເມືອງທໍາອິດຂອງແຂວງວຽງຈັນ ໃນພິທີ ມີທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານປົກຄອງເມືອງ ຈາກນັ້ນ ທ່ານ ບຸນເລີດ ສີຫາປັນຍາ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ການສ້າງເມືອງທຸລະຄົມ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ເມືອງທຸລະຄົມເປັນເມືອງໜຶ່ງທີ່ຕັ້ງຢູ່ທິດໃຕ້ຂອງແຂວງວຽງຈັນ ປະກອບມີ 42 ບ້ານ ແລະ 4 ຕາແສງ, ມີພົນລະເມືອງທັງໝົດ 61,979 ຄົນ, ຍິງ 30,951 ຄົນ, ມີ 12,011 ຫຼັງຄາເຮືອນ, ມີ 12,774 ຄອບຄົວ ແລະ ມີ 766 ໜ່ວຍສາມັກຄີ, ປະຊາຊົນສ່ວນໃຫຍ່ ຢຶດຖືອາຊີບປູກຝັງລ້ຽງສັດ ແລະ ຄ້າຂາຍເປັນສໍາຮອງ, ສະເລ່ຍລາຍຮັບຂອງປະຊາຊົນ 30 ລ້ານກີບ/ຄົນ/ປີ.
ອ່ານເພີ່ມເຕີມໄດ້ທີ https://www.facebook.com/share/p/19HGGUSYM4/
