ວັນທີ່17ກໍລະກົດ2026ນີ້ ແຂວງວຽງຈັນໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ71ປີ( 20ກໍລະກົດ1955-20ກໍລະກົດ2026) ພາຍໃຕ້ຫົວຂໍ້: ບົດບາດຍີງ-ຊາຍໃນການພັດທະນາ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍເລີ່ມຕົ້ນຈາກການຮັບຊົມບົດຟ້ອນຂອງນ້ອງນ້ອຍເຍົາວະຊົນຈາກສູນວັດທະນະທຳເດັກຂອງແຂວງ,ບົດເພັງລວມໝູ່ຂອງແມ່ປ້າອາວຸໂສບຳນານແລະບົດເພັງລວມໝູ່ຂອງຄະນະບໍລິຫານງານສະຫະພັນແມ່ຍີງແຂວງ ພິທີຄັ້ງນີ້ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດພັກ-ພະນັກງານ ,ໃຫ້ກຽດເຂົ້າຮ່ວມມີທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງວຽງຈັນ.ທ່ານ ນ.ຄຳກອງ ຂັນທະວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ,ມີຫົວໜ້າ,ຮອງຫົວໜ້າພະແນກການ,ອົງການ,ແມ່-ປ້າອາວຸໂສອາດີດການນຳຂອງແຂວງພ້ອມດ້ວຍສະມາຊິກສະຫະພັນແມ່ຍິງຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ, ທ່ານ ເຕັງເມັ່ງ ຢາງລືໄຊ ກຳມະການພັກແຂວງ ຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງໄດ້ ຍົກເອົາຫົວຂໍ້ບົດບາດຍີງ-ຊາຍໃນການພັດທະນາຂື້ນມາສຳມະນາແລກປ່ຽນເຊິ່ງກັນແລະກັນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈແຈ້ງຕໍ່ສິດສະເໝີພາບຍິງ-ຊາຍໃນໄລຍະຜ່ານມາແລະອານາຄົດ,ສຳລັບຫົວຂໍ້ທີ່ຍົກມາສຳມະນາປະກອບມີ4 ຫົວຂໍ້ໃຫຍ່ຄື: 1,ບົດບາດຍິງ-ຊາຍ2,ບົດບາດຍີງ-ຊາຍໃນການພັດທະນາ3,ນະໂຍບາຍຂອງລັດຕໍ່ຄວາມສະເໝີພາບຍິງ-ຊາຍ ແລະ4,ການເຊື່ອມບົດບາດຍິງຊາຍເຂົ້າໃນທຸກຂົງເຂດວຽກງານ.
ໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດພັກ-ພະນັກງານໄດ້ໃຫ້ກຽດປາຖະກະຖາການກຳເນີດແລະເຕີບໃຫຍ່ຂະຍາຍຕົວຂອງສະຫະພັນແມ່ຍິງລາວຄົບຮອບ71ປີ ຄັ້ງນີ້ວ່າ: ການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງແນວລາວອິດສະຫຼະກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດສ້າງຕັັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຢູ່ຂັັ້ນສູນກາງ ໃນວັນທີ 20 / 7 / 1955 ຢູ່ທີໍ່ສໍານັກງານສູນກາງແນວລາວອິດສະຫຼະ ເຊີ່ງເວລານັັ້ນຕັັ້ງຢູ່ແຄມຫ້ວຍນໍ້າໂສຍເມືອງວຽງໄຊ, ແຂວງຫົວພັນ. ເວລານັັ້ນການຈັດຕັັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະໜ່ວຍເອື້ອຍນັກຮົບ.ຄະນະໜ່ວຍຄົັ້ນຄວ້າວຽກງານແມ່ຍິງປະກອບມີ 3 ທ່ານຄື: ທ່ານນາງ ຄໍາຫຼັ້າ ວົງສັກ ເປັນຫົວໜ້າ, ທ່ານນາງຄໍາສຸກ ວົງວິຈິດ ເປັນຮອງ ແລະທ່ານນາງ ຄໍາແພງ ບຸບຜາ ເປັນກໍາມະການ ແລະມີພະນັກງານຊ່ວຍວຽກຈໍານວນໜື່ງ,ໄດ້ຄົ້ນຄວ້າຮ່າງກົດລະບຽບ,
ໂຄງການດໍາເນີນງານ ຂອງການຈັດຕັັ້ງ ເພືໍ່ອກະກຽມຈັດຕັັ້ງເປັນໜ່ວຍແມ່ຍິງໃນຂັັ້ນຕໍໍ່ໄປ;ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະກຮີດຄອງປະເພນີອັນເກົໍ່າແກ່ຫຼັ້າຫຼັງ ທີໍ່ກົດໜ່ວງຄວາມກ້າວໜ້າ ຂອງແມ່ຍິງ ແລະ ສົໍ່ງຜົນສະທ້ອນຕໍໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີໍ່ຄວນປະລະເດືອນມັງກອນ ປີ1956 “ໜ່ວຍຄົື້ນ ຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊືໍ່ເປັນ “ສະມາຄົມແມ່ຍິງລາວຮັກຊາດ”ແຕ່ໃນຖານະບົດບາດສູງກວ່າ. ຈາກນັັ້ນກໍໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດລົງສູ່ຮາກຖານ
ໂຄງການດໍາເນີນງານ ຂອງການຈັດຕັັ້ງ ເພືໍ່ອກະກຽມຈັດຕັັ້ງເປັນໜ່ວຍແມ່ຍິງໃນຂັັ້ນຕໍໍ່ໄປ;ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະກຮີດຄອງປະເພນີອັນເກົໍ່າແກ່ຫຼັ້າຫຼັງ ທີໍ່ກົດໜ່ວງຄວາມກ້າວໜ້າ ຂອງແມ່ຍິງ ແລະ ສົໍ່ງຜົນສະທ້ອນຕໍໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີໍ່ຄວນປະລະເດືອນມັງກອນ ປີ1956 “ໜ່ວຍຄົື້ນ ຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊືໍ່ເປັນ “ສະມາຄົມແມ່ຍິງລາວຮັກຊາດ”ແຕ່ໃນຖານະບົດບາດສູງກວ່າ. ຈາກນັັ້ນກໍໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດລົງສູ່ຮາກຖານເພືໍ່ອປ່ຽນແທນໜ່ວຍແມ່ນັກຮົບ, ໜ່ວຍເອືັ້ອຍນັກຮົບ ແລະ ໜ່ວຍຍຸວັນນາລີທີໍ່ໄດ້ຮັບການຈັດຕັັ້ງ ແລະ ໄດ້ເຄືໍ່ອນໃນໄລຍະຜ່ານມາ.ສະມາຄົມແມ່ຍິງລາວຮັກຊາດ ເຮັດໜ້າທີໍ່ເຕົັ້າໂຮມຄວາມສາມັກຄີຢ່າງກ້ວາງຂວາງລະຫວ່າງແມ່ຍິງລາວບັນດາເຜົໍ່າ, ຜູ້ມີນໍ້າໃຈຮັກຊາດ, ຮັກສັນຕິພາບ ໂດຍບໍ່ຈໍາແນກຜູ້ຮັໍ່ງມີ, ຜູ້ທຸກຈົນ, ຊົນຊັັ້ນ, ຊົນຊາດ, ສາສະໜາ,ໂດຍຮ່ວມກັບປວງຊົນລາວທັງຊາດ ຕັດສິນໃຈຕໍໍ່ສູ້ກັບຈັກກະພັດ ຜູ້ຮຸກຮານ ແລະລູກແຫຼັ້ງຕີນມື, ເພືໍ່ອປົດປ່ອຍປະເທດຊາດ. ພ້ອມກັນນັັ້ນ ກໍນໍາພາການຕໍໍ່ສູ້ປົກປັກຮັກສາປະເທດຊາດ ແລະ ປະຕິບັດສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະເດັກນ້ອຍ; ຊ່ວຍເຫຼືອກັນໃນການທໍາມາຫາກິນ, ໃນເວລາເກີດລູກ,
ເຈັບເປັນ ຫຼື ພົບຂໍັ້ຫຍຸ້ງຍາກໃນຄອບຄົວ; ຊ່ວຍເຫຼືອເຊິ່ງກັນແລະກັນໃນການຮໍໍ່າຮຽນຍົກລະດັບຄວາມຮູ້,ຄວາມສາມາດ; ປະຕິບັດສິດສະເໝີພາບລະຫວ່າງຍິງ ແລະຊາຍ ໃນທຸກດ້ານເຊັ່ນ ເສດຖະກິດ, ການເມືອງ, ວັດທະນະທໍາ-ສັງຄົມ.ຫລັງຈາກນັ້ນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົໍ່ວປະເທດ ຄັັ້ງທີ I ໄດ້ໄຂຂ ັ້ນ ໃນວັນທີ21-24 ມີນາ 1984 ແລະໄດ້ຕົກລົງ ປ່ຽນຊືໍ່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວຈົນເຖີງປັດຈຸບັນ” ຕອນທ້າຍພິທີຍັງໄດ້ມອບຫລຽນກາລະນຶກ70ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວໃຫ້ແກ່ພະນັກງານອາວຸໂສບຳນານທີ່ມີຜົນງານດີເດັ່ນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາສອງທ່ານອີກດ້ວຍ.
ເຈັບເປັນ ຫຼື ພົບຂໍັ້ຫຍຸ້ງຍາກໃນຄອບຄົວ; ຊ່ວຍເຫຼືອເຊິ່ງກັນແລະກັນໃນການຮໍໍ່າຮຽນຍົກລະດັບຄວາມຮູ້,ຄວາມສາມາດ; ປະຕິບັດສິດສະເໝີພາບລະຫວ່າງຍິງ ແລະຊາຍ ໃນທຸກດ້ານເຊັ່ນ ເສດຖະກິດ, ການເມືອງ, ວັດທະນະທໍາ-ສັງຄົມ.ຫລັງຈາກນັ້ນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົໍ່ວປະເທດ ຄັັ້ງທີ I ໄດ້ໄຂຂ ັ້ນ ໃນວັນທີ21-24 ມີນາ 1984 ແລະໄດ້ຕົກລົງ ປ່ຽນຊືໍ່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວຈົນເຖີງປັດຈຸບັນ” ຕອນທ້າຍພິທີຍັງໄດ້ມອບຫລຽນກາລະນຶກ70ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວໃຫ້ແກ່ພະນັກງານອາວຸໂສບຳນານທີ່ມີຜົນງານດີເດັ່ນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາສອງທ່ານອີກດ້ວຍ.