ຄະນະ ໂຄສະນາອົບຮົມ ແຂວງຽງຈັນປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງໃຫ້ແກ່ພະນັກງານຫລັກແແຫຼ່ງຂັ້ນແຂວງຊຸດທີ I

#ຄະນະ ໂຄສະນາອົບຮົມ ແຂວງຽງຈັນປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງໃຫ້ແກ່ພະນັກງານຫລັກແແຫຼ່ງຂັ້ນແຂວງຊຸດທີ I

ໂດຍການເປັນປະທານຂອງ ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ ,ມີບັນດາສະຫາຍຄະນະປະຈຳພັກແຂວງ,ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.ໃນພິທີ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາແຂວງ ໄດ້ຜ່ານບົດສະຫຼຸບ ຊຸດຝຶກອົບຮົມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ພະນັກງານຂັ້ນແຂວງວຽງຈັນ ຊຸດທີ I ປະຈໍາປີ 2026 ວ່າ: ຊຸດຝຶກອົບຮົມ ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ຢູ່ທີ່ ສະໂມສອນ ໃຫຍ່ຂອງຫ້ອງວ່າການແຂວງ, ໂດຍການໃຫ້ກຽດ ເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນວຽງຈັນ, ມີນັກສຳມະນາກອນທີ່ມາຈາກພະແນກການ, ອົງການ, ກົມກອງຂັ້ນແຂວງ ແລະ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມທັງໝົດ 261 ທ່ານ, ຍິງ 96 ທ່ານ (ມີນັກສຳມະນາກອນ 241 ທ່ານ, ຍິງ 91 ທ່ານ), ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນເປັນເວລາ 5 ວັນ, ໂດຍໄດ້ນໍາເອົາເອກະສານຝຶກອົບຮົມ 19 ຫົວຂໍ້ຄື: ຂົງເຂດການເມືອງ 6 ຫົວຂໍ້, ຂົງເຂດ ປສຊ-ປກສ 2 ຫົວຂໍ້, ຂົງເຂດເສດຖະກິດ 4 ຫົວຂໍ້, ຂົງເຂດວັດທະນະທໍາ-ສັງຄົມ 4 ຫົວຂໍ້, ຂົງເຂດບໍລິຫານລັດ 3 ຫົວຂໍ້.

ໃນຕອນທ້າຍພິທີ ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນໄດ້ມີຄວາມເຫັນໂອ້ລົມເຊິ່ງທ່ານໄດ້ກ່າວວ່າ: ຜ່ານໄລຍະການຝຶກອົບຮົມ 5 ວັນ ເຖິງວ່າຈະເປັນເວລາທີ່ສັ້ນ, ແຕ່ກໍ່ເຫັນວ່າບັນດາສະຫາຍຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນມະຕິ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະພັກແຂວງວຽງຈັນຢ່າງເປັນລະບົບຜ່ານ 19 ຫົວຂໍ້ ແລະ ໄດ້ຮັບການຍົກລະດັບຄວາມສາມາດໃນການເປັນຜູ້ຈັດຕັ້ງຜັນຂະຫຍາຍຕົວຈິງ, ເພື່ອປັບປຸງວິທີເຮັດວຽກ ທັງສ້າງໄດ້ບັນຍາກາດການຄົ້ນຄວ້າ, ແບບມີສ່ວນຮ່ວມ ດ້ານໜຶ່ງກໍ່ເປັນ ການຝຶກອົບຮົມໃຫ້ບັນດາສະຫາຍເຫັນຄວາມສໍາຄັນຕໍ່ແນວທາງຂອງພັກກໍ່ຄືຈຸດໝາຍແຫ່ງການສ້າງສາ ພັດທະນາປະເທດຊາດ, ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງວຽງຈັນ ໄດ້ມີການປ່ຽນແປງໃໝ່ທີ່ດີໃນຫຼາຍໆດ້ານ. ຈາກຊຸດຝຶກອົບຮົມຄັ້ງນີ້ກໍເຫັນວ່າ ບັນດາຂໍ້ຂາດຕົກບົກຜ່ອງບາງດ້ານ ທີ່ຕ້ອງຈະໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂ ນັບທັງຂອດການກະກຽມຮັບໃຊ້, ເນື້ອໃນ, ການເຂົ້າຮ່ວມຂອງນັກສໍາມະນາກອນຫຼືອື່ນໆ. ພ້ອມກັນນັ້ນ ຜົນສໍາເລັດຂອງຊຸດຝຶກອົບຮົມໃນຄັ້ງນີ້ ກໍ່ເປັນພຽງຜົນສໍາເລັດໃນເບື້ອງຕົ້ນເທົ່າ ນັ້ນ ສ່ວນວ່າຜົນໄດ້ຮັບຈະຕໍ່າ ຫຼື ສູງພຽງໃດນັ້ນ ຂຶ້ນຢູ່ບັນດາສະຫາຍຈະນໍາເອົາຄວາມຮູ້, ນໍາເອົາບົດຮຽນຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງຕົນ. ສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນຍັງໄດ້ເນັ້ນບາງຕອນຕື່ມອີກວ່າ: ໃຫ້ແຕ່ລະພາກສ່ວນຕ້ອງນໍາ 19 ຫົວຂໍ້ທີ່ໄດ້ເຊື່ອມຊຶມໄປຜັນຂະຫຍາຍເປັນແຜນງານ, ໂຄງການ, ຫຼືມາດຕະການທີ່ແທດເໝາະກັບໜ້າວຽກຕົວຈິງ. ພ້ອມທັງໃຫ້ຫົວໜ້າ,ຮອງຫົວໜ້າພະແນກ ແລະ ຫົວໜ້າ, ຫົວໜ້າຮອງຂະແໜງ ເພີ່ມຄວາມຮັບຜິດຊອບ, ຊີ້ນໍາວຽກໃຫ້ເກີດຜົນຈິງ ໃນ 5 ຂົງເຂດຫຼັກ. ນອກຈາກນັ້ນ ທຸກພາກສ່ວນຄວນປັບປຸງວິທີເຮັດວຽກໃຫ້ວ່ອງໄວ, ຫຼຸດຂັ້ນຕອນທີ່ຊັກຊ້າ, ແລະເພີ່ມປະສິດທິພາບການປະສານງານກັບ 28 ພາກສ່ວນ. ພ້ອມທັງຢຶດໝັ້ນການຮັບໃຊ້ປະຊາຊົນເປັນຫຼັກ, ກວດກາວິໃນ, ຕ້ານປະກົດການບໍ່ດີ ແລະ ຊ່ວຍໂຄສະນາໃຫ້ປະຊາຊົນຮັກສາປະເພນີ ແລະສ້າງອາຊີບ-ເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa