
ແຂວງວຽງຈັນ ປາຖະກະຖາມູນເຊື້ອວັນສ້າງຕັ້ງແຂວງວຽງຈັນຄົບຮອບ 45 ປີ.
ພິທີໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ເຊິ່ງເລີ່ມຂຶ້ນດ້ວຍກາຍຊົມສິລະປະບົດຟ້ອນຕ່າງໆ, ຊົມສາລະຄະດີການການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 45 ປີຂອງແຂວງວຽງຈັນ ເຊິ່ງຜະລິດໂດຍຄະນະໂຄສະນາອົບຮົມແຂວງ.
ເຂົ້າຮ່ວມໃນພິທີ ມີ ທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາອະດີດເລຂາພັກແຂວງ, ອະດີດກຳມະການປະຈຳພັກແຂວງ, ອະດີດກຳມະການພັກແຂວງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ມີຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ.
ທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງກ່າວວ່າ: ຈຸດປະສົງຂອງການປາຖະກະຖາຄັ້ງນີ້ ເພື່ອເປັນການສ້າງໂອກາດສໍາຄັນໃນການຫວນຄືນມູນເຊື້ອ 45 ປີ, ໃຫ້ຮັບຮູ້ຄຸນງາມຄວາມດີ ແລະ ຜົນງານຂອງຮຸ່ນກ່ອນ, ເປັນການສ້າງຈິດສຳນຶກໃຫ້ຄົນຮຸ່ນປັດຈຸບັນ ແລະ ຮຸ່ນ ໃໝ່ຮ່ວມກັນສືບຕໍ່ສ້າງສາແຂວງວຽງຈັນ ໃຫ້ພັດທະນາກ້າວໜ້າ, ເຂັ້ມແຂງ ແລະ ຍືນຍົງ.

ຈາກນັ້ນ ທ່ານ ຈັນສີ ໂພສີຄໍາ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດເລຂາຄະນະບໍລິຫານງານພັກແຂວງ ໄດ້ຂຶ້ນປາຖະກະຖາ ມູນເຊື້ອວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 45 ປີ (13 ສິງຫາ 1981–13 ສິງຫາ 2026), ທ່ານ ໝູນແກ້ວ ອໍລະບູນ ອະດີດກຳມະການສູນກາງພັກ ອະດີດເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ຂຶ້ນມີຄຳເຫັນໃນຫົວຂໍ້ວຽກງານກໍ່ສ້າງພັກ-ພະນັກງານ, ທ່ານ ຄຳເມິງ ພົງທະດີ ອະດີດກຳມະການສູນກາງພັກ ອະດີດເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ມີຄຳເຫັນໃນຫົວຂໍ້ການພັດທະນາເສດຖະກິດຂອງແຂວງວຽງຈັນ, ທ່ານ ຄຳພັນ ສິດທິດຳພາ ອະດີດກຳມະການສູນກາງພັກ ອະດີດເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ມີຄໍາເຫັນໃນຫົວຂໍ້ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ການປາຖະກະຖາໄດ້ທົບທວນຄືນມູນເຊື້ອ, ປະຫວັດຄວາມເປັນມາ ຕະຫຼອດຮອດພາລະກິດການປົກປັກຮັກສາ, ສ້າງສາ ແລະ ພັດທະນາແຂວງວຽງຈັນ ໃນໄລຍະ 45 ປີຜ່ານມາ ເຊິ່ງວັນທີ 13 ສິງຫາ 1981 ແມ່ນວັນທີມີການແຍກອົງຄະນະພັກ “ແຂວງ ແລະ ກຳແພງນະຄອນວຽງຈັນ” ອອກເປັນ 2 ອົງຄະນະພັກ ເພື່ອຈັດຕັ້ງກໍາລັງລົງສ້າງຮາກຖານຢູ່ແຂວງວຽງຈັນ ໃຫ້ກວ້າງຂວາງ ແລະ ເຂັ້ມແຂງ ແລະ ໄດ້ກາຍມາເປັນວັນສ້າງຕັ້ງແຂວງວຽງຈັນມາຮອດປັດຈຸບັນ.
ໃນໄລຍະເລີ່ມຕົ້ນ, ແຂວງວຽງຈັນ ປະເຊີນກັບຫຼາຍຄວາມຫຍຸ້ງຍາກ: ສະພາບຄວາມສະຫງົບຍັງບໍ່ໝັ້ນຄົງ, ພື້ນຖານໂຄງລ່າງຂາດເຂີນ, ການຄົມມະນາຄົມລຳບາກ, ໂຮງຮຽນ ແລະ ໂຮງໝໍ ຍັງບໍ່ທົ່ວເຖິງ, ລາຍຮັບຂອງແຂວງຕ່ຳ ແລະ ປະຊາຊົນສ່ວນໃຫຍ່ຍັງດຳລົງຊີວິດອາໄສການຜະລິດກະສິກຳເປັນຕົ້ນຕໍ. ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ແຂວງໄດ້ຄ່ອຍໆຜ່ານຜ່າອຸປະສັກ, ສ້າງຄວາມສະຫງົບ, ປັບປຸງລະບົບການເມືອງ-ການປົກຄອງ, ສ້າງຮາກຖານ ແລະ ພັດທະນາດ້ານເສດຖະກິດ-ສັງຄົມ.ດ້ານການພັດທະນາ, ແຂວງໄດ້ສຸມໃສ່ການສ້າງພື້ນຖານໂຄງລ່າງ, ຍົກລະດັບການຜະລິດ, ຂະຫຍາຍການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃຫ້ຮາກຖານ, ພ້ອມກັນນັ້ນ ຍັງເອົາໃຈໃສ່ການປຸກລະດົມທຸກຊັ້ນຄົນໃຫ້ມີສ່ວນຮ່ວມໃນການຜະລິດ ແລະ ພັດທະນາ. ຈາກແຂວງທີ່ເຄີຍຂາດເຂີນພື້ນຖານ ແລະ ມີຄວາມລໍາບາກໃນຊ່ວງກໍ່ຕັ້ງ, ປັດຈຸບັນແຂວງວຽງຈັນ ມີ 11 ເມືອງ ເປັນແຂວງທີ່ເປັນຈຸດເຊື່ອມຕໍ່ສຳຄັນ ລະຫວ່າງ ນະຄອນຫຼວງວຽງຈັນ ກັບບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ບັນດາທ່ານ ການນໍາ ຍັງໄດ້ຊີ້ໃຫ້ເຫັນເຖິງວຽກສໍາຄັນໃນຕໍ່ໜ້າ ໂດຍຈະສຸມໃສ່ການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດ, ສົ່ງເສີມການຜະລິດ, ຄຸ້ມຄອງນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາຄຸນຄ່າວັດທະນະທຳ-ຮີດຄອງປະເພນີອັນດີງາມ. ໃນພິທີຍັງໄດ້ມີການມອບກະຕ່າຂອງຂວັນ ໃຫ້ບັນດາອະດີດການນໍາຂອງແຂວງວຽງຈັນ ໃນແຕ່ລະສະໄໝອີກດ້ວຍ.
