ແຂວງວຽງຈັນ ເລັ່ງວາງແຜນກະກຽມສະເຫຼີມສະຫຼອງວັນສຳຄັນຂອງຊາດ.

ເພື່ອຮັບປະກັນໃຫ້ການຈັດງານສະເຫຼີມສະຫຼອງບັນດາວັນປະຫວັດສາດ ແລະ ວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃນໄລຍະເດືອນ7-8-9 / 2026ນີ້ ໂດຍສະເພາະແມ່ນ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ. ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 49 ປີ ແລະ 64 ປີ. ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ. ວັນອະນຸລັກສັດນໍ້າ, ສັດປ່າ ແລະ ວັນອື່ນໆອີກ… ໄດ້ດຳເນີນໄປຢ່າງມີລະບຽບແບບແຜນ, ສົມກຽດ ແລະ ບັນລຸຄາດໝາຍລະດັບສູງ, ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ວາງແຜນການຮ່ວມກັບບັນດາພະແນກການ, ອົງການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ຂຶ້ນໃນຕອນເຊົ້າຂອງວັນທີ 02 ກໍລະກົດ 2026 ເວລາ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ (ຕຶກຫ້ອງວ່າການແຂວງ, ຊັ້ນ 5) ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ພ້ອມດ້ວຍຕາງໜ້າຈາກພະແນກການ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງເຂົ້າຮ່ວມ.

​ໃນກອງປະຊຸມໃນຄັ້ງນີ້ ແມ່ນໄດ້ສຸມໃສ່ການລະດົມຄວາມຄິດ, ຄົ້ນຄວ້າ ແລະ ເຊື່ອມຊຶມແຜນການຮ່ວມກັນ ເພື່ອສ້າງຄວາມພ້ອມຮອບດ້ານໃນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ທີ່ກຳລັງຈະໝູນວຽນມາເຖິງ. ຈຸດເດັ່ນຂອງການປຶກສາຫາລືແມ່ນການເນັ້ນໃສ່ເນື້ອໃນທີ່ຕິດພັນກັບພາລະບົດບາດ ແລະ ໜ້າທີ່ວິຊາສະເພາະ ຂອງແຕ່ລະພະແນກການຢ່າງກົມກຽວ.

​ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ແຜນການເຄື່ອນໄຫວ ກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນຢ່າງລະອຽດ ເພື່ອຮ່ວມກັນກວດກາຄວາມພ້ອມ, ຊອກຫາຂໍ້ຄົງຄ້າງ ແລະ ກຳນົດວິທີການແກ້ໄຂ ໃຫ້ທ່ວງທັນ.

​ເພື່ອເຮັດໃຫ້ການຈັດພິທີສະເຫຼີມສະຫຼອງ ໃຫ້ມີຄວາມຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ທ່ານ ນາງ ຈັນທະຄອນ ສີອຳພອນ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ບາງດ້ານ ເປັນຕົ້ນແມ່ນ: ໃຫ້ແຕ່ລະພະແນກການຕ້ອງຮີບຮ້ອນຫັນເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປເປັນແຜນການເຄື່ອນໄຫວລະອຽດ ຂອງພາກສ່ວນຕົນ. ມຸ່ງເນັ້ນການສ້າງຂະບວນການດ້ານການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ວັດທະນະທຳ-ສັງຄົມ ແລະ ກິລາ-ກາຍະກຳ ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ການຈັດງານຕ້ອງຮັບປະກັນຄວາມສົມກຽດ, ມີຄວາມໝາຍສຶກສາອົບຮົມສູງ ແຕ່ຕ້ອງປະຢັດມັດທະຍັດ ແລະ ຫຼີກເວັ້ນການຟຸມເຟືອຍ.

ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີ ແລະ ການປະສານງານຮ່ວມມືກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສຳຄັນຂອງຊາດ ແລະ ຂອງພັກ ໃນປີນີ້ ກາຍເປັນປາງບຸນໃຫຍ່ທີ່ມີຄວາມໝາຍ, ສາມາດສ້າງຄວາມພາກພູມໃຈ ແລະ ເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງວຽງຈັນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ຢ່າງແຂງແຮງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa