ຕອນບ່າຍວັນທີ 29 ພຶດສະພາ 2026 ນີ້, ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງາານໂຄສະນາ ແລະ ຂ່າວສານ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປະເສີດ ມະນີໄຊ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂອງສອງພາກສ່ວນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທ່ານ ຄຳປະເສີດ ມະນີໄຊ ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແນໃສ່ຍົກລະດັບວຽກງານສື່ມວນຊົນ ໃຫ້ເຮັດລ້ອນໜ້າທີ່ໃນການເປັນກະບອກສຽງໃຫ້ ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະ ຫ້ອງວ່າການແຂວງ, ເພື່ອປຶກສາຫາລືຊອກຫາວິທີປັບປຸງແກ້ໄຂວຽກງານດັ່ງກ່າວ ໃຫ້ມີການພັດທະນາດີຂຶ້ນ, ຮັບປະກັນທາງດ້ານເນື້ອໃນ, ຮູບການ ຖືກຕ້ອງ, ຊັດເຈນ, ວ່ອງໄວທັນກັບເຫດການ.
ໂອກາດນີ້, ທ່ານ ສຳພັນ ມະນີຈັນ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານຂອງສື່ມວນຊົນແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ແຜນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້.
ພ້ອມນີ້, ບັນດາເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນບາງບັນຫາທີ່ເຫັນວ່າສອງພາກສ່ວນ ຈະໄດ້ພ້ອມກັນປັບຸງ ແລະ ແກ້ໄຂ ໃນຕໍ່ໜ້າ ເປັນຕົ້ນ ຄອດການປະສານງານ, ບັນດາອຸປະກອນຮັບໃຊ້ວຽກງານສື່ມວນຊົນ, ປັບປຸງເນື້ອໃນຂ່າວໃຫ້ມີລັກສະນະຫຼາກຫຼາຍ, ການຖ່າຍພາບໃຫ້ໄດ້ມາດຖານ, ການຍົກລະດັບໃຫ້ກັບສື່ມວນຊົນ, ການແລກປ່ຽນບົດຮຽນກັບບັນດາສື່ຂອງສູນກາງ ແລະ ການໂຄສະນາທີ່ສ້າງມາດສ້າງລາຍຮັບໃຫ້ແກ່ຂະແໜງສື່ມວນຊົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການພັດທະນາດີຂຶ້ນ.