ໃນວັນທີ 28 ພຶດສະພາ 2026 ນີ້ ແຂວງວຽງຈັນໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການປາຖະກະຖາຂອງ ທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີບັນດາການນຳຂັ້ນແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ການປາຖະກະຖາ4ວັນປະຫັວດສາດຄັ້ງນີ້ມີ: ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ (07 ພຶດສະພາ 1954-07 ພຶດສະພາ 2026); ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026); ວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 (19 ພຶດສະພາ 1890-19 ພຶດສະພາ 2026); ວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026).
ໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງທັງເປັນແນວຫຼັງທີ່ແໜ້ນແກ່ນ ໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາຢູ່ພາກໃຕ້ຫວຽດນາມ.
ພາລະກິດປະຕິວັດຂອງປະທານ ໂຮ່ຈີ່ມິນ ແລະ ຄຸນງາມຄວາມດີຂອງເພິ່ນກວ້າງໃຫຍ່ໄພສານເຫລືອ ທີ່ຈະພັນລະນາໄດ້, ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ເພື່ອປະຊາທິປະໄຕ ແລະ ສັນຕິພາບ, ເພື່ອຄວາມກ້າວໜ້າທາງສັງຄົມຂອງຍຸກປັດຈຸບັນ,ເພິ່ນແມ່ນອາຈານ ແລະ ຜູ້ນໍາທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ແມ່ນມະຫາມິດຂອງທຸກໆປະຊາຊາດທີ່ຖືກກົດຂີ່ ແລະມວນມະນຸດທີ່ກ້າວໜ້າໃນທົ່ວໂລກ.
ແວ່ນແຍງອັນປະເສີດເລີດລ້ຳຂອງ ປະທານ ໂຮ່ຈີ່ມິນ ນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ມີນ້ຳໃຈໂອບເອື້ອອາລີທີ່ກວ້າງໃຫຍ່ໄພສານ ໃນຊ່ວງຊີວິດທີ່ບໍລິສຸດຜຸດຜ່ອງ ແລະ ເຕັມໄປດ້ວຍຄຸນສົມບັດສິນທໍາປະຕິວັດເຊິ່ງເພິ່ນໄດ້ປະໄວ້ນັ້ນ ໄດ້ເປັນແບບຢ່າງອັນໃສແຈ້ງໃຫ້ຄົນຮຸ່ນຫລັງສືບທອດພາລະກິດປະຕິວັດຕະຫລອດໄປ.
ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ.
ເພື່ອເສີມຂະຫຍາຍມູມເຊື້ອຂອງວັນປະຫັວດສາດສໍາຄັນດັ່ງກ່າວ ເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄືແຂວງວຽງຈັນຂອງພວກເຮົາ ທ່ານ ນ.ມະໄລສີ ທຳມະໂຄດ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ບັນຫາຄື: ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຊີດຊູນໍ້າໃຈຮັກຊາດ ເອກະລັກ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງປະເທດຊາດ ກໍ່ຄືແຂວງວຽງຈັນ ຂອງພວກເຮົາ ໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ, ຄະນະພັກ,ທຸກຂັ້ນ ຕ້ອງເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການປັບປຸງເນື້ອໃນ, ວິທີການໃຫ້ເໝາະສົມ ແລະ ແທດເຖິງຕົວຈິງ, ບໍ່ເຮັດແບບລັກສະນະຮູບການ, ແຫ້ງກະດ້າງ, ຂາດຄວາມມີຊີວິດຊີວາ, ເພີ່ມທະວີຄວາມສັກສິດແຫ່ງການຄຸ້ມຄອງລັດ ຄຸ້ມຄອງສັງຄົມຕາມທິດພັກນໍາພາ, ລັດຄຸ້ມຄອງດ້ວຍກົດໝາຍ ແລະ ປະຊາຊົນເປັນເຈົ້າເຂົ້າຮ່ວມ ເຮັດໃຫ້ສັງຄົມມີຄວາມສະຫງົບ, ສາມັກຄີປອງດອງ ແລະ ມີການພັດທະນາ, ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ໂດຍສະເພາະກັບບັນດາເພື່ອນມິດຍຸດທະສາດ, ບັນດາປະເທດໄກ້ຄຽງ ກໍ່ຄືບັນດາປະເທດໃນປະຊາຄົມອາຊຽນ, ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດໃນໂລກ, ເດັດດ່ຽວຢຶດໝັ້ນໃນເສັ້ນທາງ ແລະ ຈຸດໝາຍຂອງການປະຕິວັດ ນັ້ນຄື: ຈຸດໝາຍສັງຄົມນິຍົມ, ປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ແຂວງວຽງຈັນໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທໍາ ແລະ ສີວິໄລ
