ພິທີຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ສະໄໝທີ VII ທີ່ເມືອງວຽງຄຳ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2025 ທີ່ຫ້ອງປະຊຸມເມືອງວຽງຄໍາ ແຂວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມໝາຍ ໄຊຍະວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງວຽງຄຳ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພ້ອມດ້ວຍບັນດາຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ, ໜ່ວຍພັກ, ກຸ່ມບ້ານ, ເລຂາພັກບ້ານ-ນາຍບ້ານ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງເມືອງວຽງຄໍາ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວບາງຕອນວ່າ: ການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ສະໄໝທີ VII ຄັ້ງນີ້ ຈະໄດ້ພ້ອມພາກັນຮັບຟັງການເຊື່ອມຊຶມເອກະສານສຳຄັນ 3 ສະບັບ ຄື: ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ສະໄໝທີ VII, ບົດຜັນຂະຫຍາຍເນື້ອໃນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ VII (2026-2030). ການເຊື່ອມຊຶມບັນດາເອກະສານສຳຄັນຄັ້ງນີ້ ເພື່ອເປັນການຍົກສູງບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນ; ເພື່ອເພີ່ມທະວີໃນການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດຢ່າງໜັກ  ແໜ້ນ; ເພື່ອພ້ອມກັນຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ເພື່ອເປັນການສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານເທື່ອລະກ້າວ.

ສະຫາຍເລຂາຄະນະບໍລິຫານງານພັກແຂວງ ກ່າວອີກວ່າ: ແຂວງວຽງຈັນ ຍັງມີອິກຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ບຸກບືນສູ້ຊົນ ຢ່າງແຂງແຮງ ແລະ ດ້ວຍຈິດໃຈບຸກທະລຸຂຶ້ນຕື່ມ ເປັນຕົ້ນແມ່ນ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເຂດຫ່າງໄກຊອກຫຼີກ; ການແກ້ໄຂຄວາມຫຼຸດໂຕນກັນ ດ້ານການພັດທະນາ ລະຫວ່າງ ຕົວເມືອງ ກັບຊົນນະບົດ; ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ທີ່ຍັງບໍ່ມີຈຸດສຸມ, ບໍ່ຄຸ້ມຄ່າ ແລະ ທໍາລາຍສິ່ງແວດລ້ອມ; ການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ; ການຍົກສູງສະຕິຊາດ ເອກະລາດ ເປັນເຈົ້າຕົນເອງ, ຄວາມມີສະຕິຕື່ນຕົວເປັນເຈົ້າການ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນໃນແຂວງວຽງຈັນຈໍານວນບໍ່ໜ້ອຍ ແລະ ບັນຫາອື່ນໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa