ໃນໂອກາດທີ່ແຂວງວຽງຈັນ ຈັດພິທີໂຮມຊຸມນຸມ ຮັບຊົມການຖ່າຍຖອດສົດສະເຫຼີມສະຫຼອງ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ຈາກນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2025. ພາຍຫຼັງສຳເລັດພິທີໂຮມຊຸມນຸມ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ ພ້ອມດ້ວຍ ອະດີດການນໍາ, ພະນັກງານບຳນານ ຂອງແຂວງ ໄດ້ລົງຢ້ຽມຊົມການກໍ່ສ້າງ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຂອງແຂວງແຫ່ງໃໝ່ ທີ່ພວມດຳເນີນການກໍ່ສ້າງ ຄາດວ່າການກໍ່ສ້າງສະຖານທີ່ດັ່ງກ່າວຈະສຳເລັດໃນມໍ່ໆນີ້.
ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຂອງແຂວງ ແຫ່ງໃໝ່ ມີທີ່ຕັ້ງ ຢູ່ທີ່ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ (ໃກ້ກັບຫ້ອງວ່າການແຂວງຫຼັງໃໝ່)