ແຂວງວຽງຈັນ ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ) ຢູ່ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2025 ນີ້ ຢູ່ທີ່ ສະໂມສອນໃຫຍ່ຂອງແຂວງ. ໂດຍມີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ, ມີບັນດາການນໍາພັກ-ລັດຂັ້ນແຂວງ, ຂັ້ນເມືອງ, ອະດີດການນໍາ, ພະນັກງານບຳນານ, ທະຫານ-ຕຳຫຼວດ,ພະນັກງານ-ລັດ ຖະກອນ, ພ້ອມດ້ວຍນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ທີ່ຈັດຢູ່ນະຄອນຫຼວງວຽງຈັນ. ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນງານ – ຄຸນງາມຄວາມດີ ແລະ ພາລະກິດປົດປ່ອຍຊາດຂອງປະທານ ໄກສອນ ພົມວິຫານ. ຊຶ່ງຄຸນງາມຄວາມດີຂອງທ່ານ ແມ່ນໃຫຍ່ຫຼວງທີ່ສຸດໃນການນໍາພາ ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ເປັນນັກການເມືອງທີ່ສະຫຼາດສ່ອງໃສທີ່ສຸດ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ມີຄວ່ມຊໍານິຊຳນານ, ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍ່ຢຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກຳລັງແຮງຂອງປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ການຊີ້ນໍາ-ນໍາພາ ຢ່າງໃກ້ຊິດໃນແຕ່ລະຂົງເຂດແຕ່ລະວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທຳ-ສັງຄົມ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.

ຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາຍາມໃດປະທານ ໄກສອນ ພົມວິຫານກໍ່ຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍ່ຄືແບບແຜນການດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ; ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໆໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວບັນດາເຜົ່າ; ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຍາມໃດກໍ່ຖືສຳຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຄວາມເຊື່ອໝັ້ນຈາກມະຫາຊົນ.

ຫຼັງຈາກນັ້ນ, ໃນພິທີຄັ້ງນີ້ ຍັງໄດ້ມີການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລ ລາວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa